ຕິດຕັ້ງເຄື່ອງສະແກນກວດພະຍາດຢູ່ 4 ສະໜາມບິນພ້ອມຕັ້ງທີມແພດປະຈຳການ 24 ຊົ່ວໂມງ

185

ສປປ ລາວ ໄດ້ເຝົ້າລະວັງ ແລະ ປ້ອງກັນການລະບາດຂອງພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ ( ໄວຣັສ ໂຄໂຣນາ ) ໂດຍໄດ້ຕິດຕັ້ງເຄື່ອງສະແກນກວດເຊື້ອພະຍາດດັ່ງກ່າວຢູ່ 4 ສະໜາມບິນສາກົນ ລວມທັງໄດ້ຈັດຕັ້ງທີມແພດປະຈຳການຕະຫຼອດ 24 ຊົ່ວໂມງ.

ສ່ວນສະຖານະການການລະບາດຂອງພະຍາດດັ່ງກ່າວຢູ່ ສປ ຈີນ ມາຮອດວັນທີ 29 ມັງກອນຜ່ານມາ ຜູ້ຕິດເຊື້ອເພີ່ມຂຶ້ນເປັນ 7.711 ຄົນ ເສຍຊີວິດ 170 ຄົນ.

ທ່ານ ສົມບູນ ດາວສະຫວັນ ຫົວໜ້າກອງສະໜາມບິນລາວ ໃຫ້ສຳພາດໃນວັນທີ 27 ມັງກອນ 2020 ນີ້ວ່າ: ພວກເຮົາໄດ້ອຳນວຍຄວາມສະດວກເຕັມທີ່ໃຫ້ເຈົ້າໜ້າທີ່ ຈາກກະຊວງສາທາລະນະສຸກ ໃນການຕິດຕັ້ງເຄື່ອງສະແກນກວດພະຍາດດັ່ງກ່າວ ເຊິ່ງເປັນໜ້າທີ່ສຳຄັນ ແລະ ຮີບດ່ວນ.

ພາຍຫຼັງທີ່ກະຊວງສາທາລະນະສຸກ ອອກແຈ້ງການໃນວັນທີ 20 ມັງກອນ 2020 ກໍໄດ້ມີການກະກຽມ ຄວາມພ້ອມຢູ່ດ່ານ ເພື່ອຮັບມືໃນການກັນ ແລະ ຄວບຄຸມພະຍາດປອດອັກເສບສາຍພັນໃໝ່ນີ້ ໂດຍໄດ້ຕິດຕັ້ງເຄື່ອງສະແກນໄວ້ຢູ່ປະຕູທາງເຂົ້າ ( ດ້ານໜ້າຕຳຫຼວດກວດຄົນເຂົ້າ – ອອກເມືອງ ) ຢູ່ 4 ສະໜາມບິນສາກົນທົ່ວປະເທດ ຄື: ສະໜາມບິນສາກົນວັດໄຕ, ສະໜາມບິນສາກົນຫຼວງພະບາງ, ສະໜາມບິນສາກົນ ສະຫວັນນະເຂດ ແລະ ສະໜາມບິນສາກົນ ປາກເຊ ເຊິ່ງຜູ້ໂດຍສານທຸກຄົນທີ່ຈະເຂົ້າມາປະເທດລາວ ຕ້ອງໄດ້ຜ່ານເຄື່ອງສະແກນທັງໝົດ ລວມທັງນັກບິນ ແລະ ຈຸບິນ.

ກອງສະໜາມບິນລາວ ມີໜ້າທີ່ບໍລິຫານ ແລະ ຄຸ້ມຄອງສະໜາມບິນທົ່ວປະເທດ ແລະ ໄດ້ຖືເອົາການບໍລິການ ແລະ ຮັກສາຄວາມປອດໄພສະໜາມບິນເປັນຫຼັກ, ປັດຈຸບັນ ພວກເຮົາໄດ້ຕິດຕາມຂ່າວນີ້ຢ່າງໃກ້ຊິດ ຈາກກະຊວງສາທາລະນະສຸກ. ໃນຂະນະທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ກໍໄດ້ມີມາດຕະການຊີ້ນຳໃຫ້ພວກເຮົາເປັນເຈົ້າການໃນການຈັດຕັ້ງປະຕິບັດ ກ່ຽວກັບການກວດກາຜູ້ໂດຍສານທີ່ມາຈາກຕ່າງປະເທດ ໂດຍສະເພາະແມ່ນມາຈາກປະເທດຈີນ ແລະ ສາຍການບິນຈີນ.

ນອກນີ້, ຍັງໄດ້ຈັດຕັ້ງທີມແພດປະຈຳການຕະຫຼອດ 24 ຊົ່ວໂມງ ເພື່ອບັນທຶກຂໍ້ມູນ – ຂ່າວສານ ແລະ ຖ້າຫາກວ່າມີຜູ້ໂດຍສານຕ່າງປະເທດທີ່ເຂົ້າມາປະເທດລາວຜ່ານທາງສະໜາມບິນ ແລະ ເຫັນວ່າມີເຊື້ອຂັ້ນຮຸນແຮງ ອາດຈະສົ່ງຄືນປະເທດໂດຍສາຍການບິນດັ່ງກ່າວ, ແຕ່ຖ້າວ່າບໍ່ຮຸນແຮງ ເປັນຫວັດເປັນໄອທຳມະດາ ພາຍໃຕ້ການຢັ້ງຢືນຂອງກະຊວງສາທາລະນະສຸກ ແລະ ຜູ້ຊ່ຽວຊານສະເພາະທີ່ກວດກາຢູ່ນັ້ນ ແມ່ນສາມາດເຂົ້າປະເທດເຮົາໄດ້.

ທ່ານ ສົມບູນ ດາວສະຫວັນ ໄດ້ເນັ້ນໃຫ້ບັນດາຜູ້ໂດຍສານທີ່ມາຈາກສາຍການບິນປະເທດຕ່າງໆທີ່ຈະເຂົ້າມາປະເທດລາວ ໃຫ້ການຮ່ວມມືກັບເຈົ້າໜ້າທີ່ໃນການກວດກາ ແລະ ລ້າງມືໃຫ້ສະອາດ ( ຢູ່ຈຸດກວດກາ ) ເພື່ອພ້ອມກັນໃນການປົກປ້ອງ, ປ້ອງກັນ ແລະ ຈຳກັດ ບໍ່ໃຫ້ເຊື້ອພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ນີ້ແຜ່ລາມມາສູ່ປະເທດລາວ.

ປັດຈຸບັນມີທັງໝົດ 18 ສາຍການບິນຕ່າງປະເທດບິນເຂົ້າມາ ສປປ ລາວ. ສຳລັບສາຍການບິນຈີນ ແມ່ນມີ 2 ຖ້ຽວຕໍ່ວັນ ແລະ ບໍ່ແມ່ນສາຍການບິນທີ່ມາຈາກເຂດສ່ຽງທີ່ມີການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາ.

ທ່ານ ດຣ. ສຸລິຍາ ວິໄລທອງ ຫົວໜ້າທີມແພດປະຈຳຢູ່ສະໜາມບິນສາກົນວັດໄຕ ໃຫ້ສຳພາດໃນວັນທີ 30 ມັງກອນຜ່ານມາວ່າ: ປັດຈຸບັນທີມແພດປະຈຳຢູ່ສະໜາມບິນສາກົນວັດໄຕ ມີທັງໝົດ 19 ຄົນ ທີ່ປະຈຳການຕະຫຼອດເວລາ. ນອກນັ້ນ, ຍັງມີຄະນະຊີ້ນຳ 6 ຄົນ ແລະ ແພດຈາກພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ 4 ຄົນ ເຊິ່ງໄດ້ປະຕິບັດການຕິດຕາມກວດກາທຸກສາຍການບິນຕ່າງປະເທດເຂົ້າລາວ.

ທີມແພດມີອຸປະກອນກວດຢ່າງຄົບຊຸດ ໂດຍສະເພາະແມ່ນເຄື່ອງກວດສະແກນຄົນຍ່າງຜ່ານທີ່ສາມາດກວດໄດ້ພາຍໃນໄລຍະ 10 ແມັດ ໂດຍໄດ້ຕັ້ງຄ່າລະດັບອຸນຫະພູມ ໄວ້ 37 ອົງສາ ເພື່ອແຈ້ງເຕືອນກໍລະນີພົບຜູ້ມີໄຂ້ທົ່ວໄປ ຫຼື ຜູ້ຕິດເຊື້ອພະຍາດດັ່ງກ່າວໂດຍອັດຕະໂນມັດ ພ້ອມທັງໃຊ້ເຄື່ອງກວດ Polygreen ເພື່ອກວດອີກຄັ້ງ.

ອີງຕາມການລາຍງານຂອງສຳນັກຂ່າວ ຊິນຮວາ ໃນວັນທີ 30 ມັງກອນ 2020 ໃຫ້ຮູ້ວ່າ: ຍອດຜູ້ຕິດເຊື້ອຢູ່ ສປ ຈີນ ຮອດວັນທີ 29 ມັງກອນ 2020 ມີທັງໝົດ 7.711 ຄົນ ເພີ່ມຂຶ້ນຈາກມື້ກ່ອນ 1.737 ຄົນ, ສ່ວນຍອດຜູ້ເສຍຊີວິດ ເພີ່ມຂຶ້ນເປັນ 170 ຄົນ ( ຈາກ 132 ຄົນ ໃນວັນທີ 28 ມັງກອນ 2020 ) ຂະນະທີ່ຜູ້ປ່ວຍທີ່ສາມາດປິ່ນປົວໄດ້ ຈຳນວນ 124 ຄົນ.

ໂດຍ: ສົມລົດ + ກາວຊົງ