ສະໜາມບິນວັດໄຕ ແພດປະຈໍາການ 24 ຊົ່ວໂມງຄັດກອງຄົນເຂົ້າເມືອງ

281

ນັບວ່າຫຼາຍໆທ່ານໃດທີ່ມີແຜນທ່ຽວຕ່າງປະເທດ ໂດຍສະເພາະປະເທດຈີນຕ້ອງຍົກເລີກແຜນການ, ຖ້ຽວບິນອອກໄປກ່ອນ ເນື່ອງຈາກຊ່ວງນີ້ມີການແຜ່ລະບາດຂອງພະຍາດປອດອັກເສບ ຈາກເຊື້ອໄວຣັດໂຄໂຣນາ ທີ່ມີສູນກາງການລະບາດຢູ່ປະເທດຈີນ ເມືອງ ອູ່ຮັ່ນ ແຂວງ ຫູເປີ່ຍ ແລ້ວແຜ່ລາມໄປສູ່ປະເທດອ້ອມຂ້າງ ເຊິ່ງໂຕເລກລ້າສຸດ ມາຮອດເວລາ 9:30 ນາທີ ຂອງວັນທີ 30 ມັງກອນ ພົບຜູ້ຕິດເຊື້ອທີ່ໄດ້ຮັບການຢັ້ງຢືນຈາກຫ້ອງວິເຄາະແລ້ວທັງໝົດ 7.736 ກໍລະນີ, ສົງໄສ 12.167 ກໍລະນີ, ເສຍຊີວິດແລ້ວ 170 ກໍລະນີ ແລະ ປົວໃຫ້ຫາຍດີ 124 ໄດ້ກັບຄືນສູ່ບ້ານສູ່ເຮືອນເປັນທີ່ຮຽບຮ້ອຍແລ້ວ.

ຕາມການໃຫ້ສໍາພາດຂອງ ດຣ. ສຸລິຍາ ວິໄລທອງ ຫົວໜ້າທີມແພດປະຈໍາດ່ານສະໜາມບິນສາກົນວັດໄຕບອກວ່າ: ສໍາລັບລາວເຮົາເອງມາຮອດປະຈຸບັນແມ່ນຍັງບໍ່ທັນພົບຜູ້ຕິດເຊື້ອເທື່ອ, ທີມແພດຂອງພວກເຮົາໄດ້ເອົາໃຈໃສ່ຕິດຕາມ, ກວດຄົນເຂົ້າອອກຢູ່ຕະຫຼອດ 24 ຊົ່ວໂມງ ເລີ່ມແຕ່ວັນທີ 23 ມັງກອນ 2020 ເປັນຕົ້ນມາ,

ສໍາລັບສະໜາມບິນມີເຄື່ອງສະແກນກວດຄົນເຂົ້າທີ່ທັນສະໄໝທີ່ສາມາດກວດຮູ້ວ່າອຸນຫະພູມວ່າມີໄຂ້ຫຼາຍນ້ອຍສໍ່າໃດ ແຕ່ບໍ່ສາມາດກວດຫາເຊື້ອພະຍາດໂຄໂຣນາໄດ້ໂດຍກົງ ຫາກພົບຜູ້ທີ່ມີອາການສົງໄສຈະໄດ້ແຍກຄົນນັ້ນອອກມາ ສອບຖາມປະຫວັດ ຕິດຕາມອາການ ແລ້ວກວດວິເຄາະທີ່ຫ້ອງແລບ ແລ້ວຈຶ່ງແຈ້ງຜົນໃຫ້ຮູ້.

ໂດຍນັບແຕ່ວັນທີ 23-29 ມັງກອນ 2020 ມີຜູ້ສານທັງໝົດ 13.583 ຄົນ, ຈາກຈີນ 39 ຖ້ຽວ 3.310 ຄົນ ຍັງບໍ່ພົບຜູ້ຕິດເຊື້ອ, ສຳລັບຈຸດເຂົ້າມີພຽງຈຸດດຽວທຸກຄົນທີ່ເຂົ້າມາແມ່ນຜ່ານເຄື່ອງກວດໝົດ.

ແຕ່ເຖິງຢ່າງໃດກໍຕາມ ທ່ານຍັງກ່າວອີກວ່າ ໃຫ້ທຸກຄົນປ້ອງກັນຕົນເອງ ໃສ່ຜ້າອັດປາກ, ດັງ, ລ້າງມືໃຫ້ສະອາດຢູ່ສະເໝີ, ກິນອາຫານສຸກ, ຫ້າມສໍາຜັດສັດເປັນແລະຕາຍໂດຍບໍ່ຈໍາເປັນ ແລະ ຫາກທ່ານໃດມີອາການໄຂ້, ໄອ, ເຈັບຄໍ, ຫາຍໃຈຍາກຫ້າມຊື້ຢາມາກິນເອງ ຕ້ອງເຂົ້າພົບແພດໝໍໃກ້ບ້ານ ຫຼືໂທ 020 54866777 ຕະຫຼອດ 24 ຊົ່ວໂມງ ຫຼື ໂທ 166 ໃນໂມງລັດຖະການ.