ສໍາມະນາ ສົ່ງເສີມສິນຄ້າກະສິກຳ ແລະການປຸງແຕ່ງ ສົ່ງອອກໄປຍີ່ປຸ່ນ

140

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມສໍາມະນາໃນຫົວຂໍ້ ການສົ່ງເສີມສິນຄ້າກະສິກຳ ແລະ ກະສິກຳປຸງແຕ່ງ ເພື່ອສົ່ງອອກໄປຍີ່ປຸ່ນ ພາຍໃຕ້ຂອບ ສັນຍາຮ່ວມມືຮອບດ້ານອາຊຽນ-ຍີ່ປຸ່ນ ໃຫ້ແກ່ຂະແໜງການກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 30 ມັງກອນ 2020 ທີ່ກະຊວງ ອຄ , ໂດຍການເຂົ້າຮ່ວມຂອງທ່ານ ໄຊຊະນະ ໄຊຍະກອນ ຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ ກະຊວງ ອຄ, ມີຕາງໜ້າຈາກກະຊວງອ້ອມຂ້າງ, ຕາງໜ້າຈາກຂະແໜງການຕ່າງໆທັງພາກລັດ ແລະ ພາກທຸລະກິດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄຊຊະນະ ໄຊຍະກອນ ກ່າວວ່າ: ຈຸດປະສົງຊອງການຈັດກອງປະຊຸມດັ່ງກ່າວແມ່ນເພື່ອລະດົມຄວາມຄິດ, ປຶກສາຫາລື ພ້ອມປະກອບຄໍາຄິດເຫັນຕໍ່ວຽກງານການສົ່ງອອກສິນຄ້າໄປຍັງປະເທດຍີ່ປຸ່ນ ແນໃສ່ຮ່ວມມືດ້ານການຄ້າໃຫ້ຫຼາຍຂຶ້ນ. ທັງນີ້, ໃນການສໍາມະນາຈະໄດ້ຮັບຟັງການ ສະເໜີກ່ຽວກັບຂອບເຂດການຄ້າ, ການລົງທຶນ, ການບໍລິການຕ່າງໆ ໃນມຸມມອງຂອງພາກລັດ.

ຂະນະດຽວກັນ, ກໍ່ຈະໄດ້ຮັບຟັງມຸມມອງຂອງພາກທຸລະກິດທີ່ເປັນຜູ້ເຮັດຕົວຈິງ ເພື່ອໃຫ້ຮູ້ໄດ້ຂໍ້ສະດວກ ຫຼື ຫຍຸ້ງຍາກແນວໃດ ໃນການຮ່ວມມືການຄ້າກັບຍີ່ປຸ່ນ.