ຂະແໜງຄຸ້ມຄອງຊັບສິນຂອງລັດ ເກັບລາຍຮັບໄດ້ເກີນແຜນ 14%

138

ການຈັດເກັບລາຍຮັບເຂົ້າງົບປະມານ ປີ 2019 ປະຕິບັດໄດ້ລື່ນແຜນ 14% ຍ້ອນການຈັດເກັບລາຍຮັບຫຼາຍປະເພດ ແລະ ຫຼາຍຮ່ວງປະຕິບັດໄດ້ລື່ນແຜນ ເຊັ່ນ: ລາຍຮັບຈາກຄ່າບິນຜ່ານປະຕິບັດໄດ້ 120% ຂອງແຜນການ; ຄ່າຄື້ນຄວາມຖີ່ປະຕິບັດໄດ້ 183%; ຄ່າເລກໝາຍໂທລະຄົມມະນາຄົມ ປະຕິບັດໄດ້ 326%; ຄ່າພາກຫຼວງຈາກພະລັງງານໄຟຟ້າປະຕິບັດໄດ້ 199%. ພ້ອມນັ້ນ, ຂັ້ນທ້ອງຖິ່ນສາມາດເກັບລາຍຮັບໄດ້ລື່ນແຜນການທຸກແຂວງ.

ທ່ານ ນາງ ກະເສີມສີ ພົມມະວົງສາ ຫົວໜ້າກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ໃຫ້ຮູ້ໃນອາທິດຜ່ານມາ ວ່າ: ການຈັດເກັບລາຍວັນເຂົ້າງົບປະມານ ປະຈຳປີ 2019 ຜ່ານການຈັດຕັ້ງປະຕິບັດໄດ້ລື່ນແຜນປີ 14% ຍ້ອນຄວາມເອົາໃຈໃສ່ໃນການປະສານງານຢ່າງກົມກຽວກັບຂະແໜງການກ່ຽວຂ້ອງ, ສະໜອງຂໍ້ມູນຖານລາຍຮັບ ແລະ ແກ້ໄຂໜີ້ຄ້າງມອບໃນໄລຍະຜ່ານມາເຮັດໃຫ້ການຈັດເກັບລາຍຮັບຫຼາຍປະເພດ ແລະ ຫຼາຍຮ່ວງປະຕິບັດໄດ້ລື່ນແຜນ ເຊັ່ນ: ລາຍຮັບຈາກຄ່າບິນຜ່ານປະຕິບັດໄດ້ 120% ຂອງແຜນການ; ຄ່າຄື້ນຄວາມຖີ່ ປະຕິບັດໄດ້ 183%; ຄ່າເລກໝາຍໂທລະຄົມມະນາຄົມ ປະຕິບັດໄດ້ 326%; ຄ່າພາກຫຼວງຈາກພະລັງງານໄຟຟ້າປະຕິບັດໄດ້ 199%. ພ້ອມນັ້ນ, ຂັ້ນທ້ອງຖິ່ນສາມາດເກັບລາຍຮັບໄດ້ລື່ນແຜນການທຸກແຂວງ ຄິດເປັນເປີເຊັນ ເທົ່າກັບ 130,37% ຂອງແຜນການປີ.

ໂອກາດດຽວກັນ, ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ໄດ້ເນັ້ນໃຫ້ທຸກຂະແໜງການເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດພະນັກງານໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ຫັນປ່ຽນການຮັບຮູ້ໃໝ່, ເອົາໃຈໃສ່ຍົກລະດັບຝຶກອົບຮົມໃຫ້ພະນັກງານ, ເກັບກຳຂໍ້ມູນສະຖິຕິຊັບສິນຂອງລັດ ໃຫ້ຄົບຖ້ວນໃນທຸກປະເພດຊັບສິນໃນຂອບເຂດທົ່ວປະ ເທດ, ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍພາລະບົດບາດຄຸ້ມຄອງມະຫາພາກວຽກງານຄຸ້ມຄອງຊັບສິນຂອງລັດເທື່ອລະກ້າວ.

ຄຽງຄູ່ກັນນັ້ນ, ກໍສະໜອງຂໍ້ມູນແຜນການເກັບລາຍຮັບ ແລະ ຫົວໜ່ວຍຕ້ອງມອບລາຍຮັບຊັບສິນໃຫ້ແກ່ຂະແໜງສ່ວຍສາອາກອນເພື່ອຕິດຕາມເລັ່ງທວງ, ຄິດໄລ່ເກັບລາຍຮັບທີ່ຕ້ອງມອບຕາມແຜນທີ່ລະບຸໃນຂໍ້ຜູກພັນສັນຍາຢ່າງເປັນເຈົ້າການ, ຖືກຕ້ອງຄົບຖ້ວນ, ທັນເວລາ, ກວດຄືນນິຕິກຳທີ່ຍັງບໍ່ທັນຄົບຖ້ວນ ແລະ ບໍ່ທັນສອດຄ່ອງກັບສະພາບປັດຈຸບັນ ເພື່ອຄົ້ນຄວ້າສ້າງ ແລະ ປັບປຸງໃຫ້ທັນກັບກຳນົດເວລາ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນແຕ່ລະໄລຍະ ພ້ອມທັງເອົາໃຈໃສ່ຫັນເປັນທັນສະໄໝວຽກງານຄຸ້ມຄອງຂໍ້ມູນສະຖິຕິຊັບສິນຂອງລັດ ເພື່ອສາມາດລາຍງານຂໍ້ມູນໄດ້ຊັດເຈນ, ວ່ອງໄວ ແລະ ຕິດຕາມການຄຸ້ມຄອງນຳໃຊ້ຢ່າງຮັດກຸມ.