ອາເມຣິກາ ສະໜັບສະໜູນ 3 ລ້ານກວ່າໂດລາ ສ້າງໂຄງການສົ່ງເສີມການເຂົ້າເຖິງກົດໝາຍ

200
OLYMPUS DIGITAL CAMERA

ລັດຖະບານສະຫະລັດອາເມຣິກາ ສືບຕໍ່ໃຫ້ການສະໜັບສະໜູນລັດຖະບານ ສປປ ລາວ ໃນວຽກງານສົ່ງເສີມການສ້າງລັດແຫ່ງກົດໝາຍ ໂດຍໄດ້ຮ່ວມມືກັບກະຊວງຍຸຕິທຳ ແລະ ມູນນິທິເອເຊຍ ສ້າງຕັ້ງໂຄງການສົ່ງເສີມການເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳຂອງປະຊາຊົນ ໃນ ສປປ ລາວ ຫຼື Legal Aid Support Project ມູນຄ່າ 3,67 ລ້ານໂດລາສະຫະລັດ.

ພິທີລົງນາມບົດບັນທຶກ ຄວາມເຂົ້າໃຈຂອງໂຄງການດັ່ງກ່າວເມື່ອວັນທີ 24 ມັງກອນ 2020 ລະຫວ່າງ ທ່ານ ເກດສະໜາ ພົມມະຈັນ ຫົວໜ້າກົມຮ່ວມມືສາກົນ, ກະຊວງຍຸຕິທໍາ ກັບ ທ່ານ ທ໋ອດ ວາເຊວລ໌ ຜູ້ຕາງໜ້າມູນນິທິເອເຊຍປະຈໍາລາວ ໂດຍມີ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພິຍານໃນການເລີ່ມຕົ້ນໂຄງການ, ທີ່ໄດ້ຮັບທຶນສະໜັບສະໜູນຈາກອົງການພັດທະນາສາກົນຂອງປະເທດສະຫະລັດອາເມຣິກາ ( USAID ) ເຊິ່ງຈະຈັດຕັ້ງປະຕິບັດຮ່ວມກັນລະຫວ່າງ ກະຊວງຍຸຕິທຳ ແລະ ມູນນິທິເອເຊຍ ປະຈໍາ ສປປ ລາວ.

ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ ກ່າວວ່າ: ໂຄງການສົ່ງເສີມການເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳຂອງປະຊາຊົນໃນ ສປປ ລາວ ຈະຊ່ວຍຊຸກຍູ້ສົ່ງເສີມການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ເພື່ອໃຫ້ມີຄວາມຍຸຕິທຳ, ສອດຄ່ອງຫຼາຍຂຶ້ນ ແລະ ການບໍລິການທີ່ໂປ່ງໃສພາຍໃຕ້ກົດໝາຍຮັບປະກັນການມີສ່ວນຮ່ວມຂອງແມ່ຍິງ, ຜູ້ທຸກຍາກ ແລະ ປະຊາຊົນຜູ້ດ້ອຍໂອກາດ.

ໂຄງການດັ່ງກ່າວຈະສະໜັບສະໜູນກະຊວງຍຸຕິທຳ ໃນວຽກງານການຊ່ວຍເຫຼືອດ້ານກົດໝາຍໃນນະຄອນຫຼວງວຽງຈັນ ແລະ 9 ແຂວງເປົ້າໝາຍ ເຊັ່ນ: ອຸດົມໄຊ, ຜົ້ງສາລີ, ສະຫວັນນະເຂດ, ຫຼວງນໍ້າທາ, ຈໍາປາສັກ, ໄຊຍະບູລີ, ຫຼວງພະບາງ, ສາລະວັນ ແລະ ແຂວງວຽງຈັນ, ໂຄງການດັ່ງກ່າວຍັງຈະສະໜັບສະໜູນສະພາທະນາຍ ຄວາມລາວໃນການສົ່ງເສີມການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວຽກງານຊ່ວຍເຫຼືອໂດຍບໍ່ເສຍຄ່າ, ສ້າງເຄືອຂ່າຍຂອງບັນດາສະມາຊິກ ແລະ ຂະຫຍາຍການບໍລິການການຊ່ວຍເຫຼືອດ້ານກົດໝາຍໃຫ້ທົ່ວ ເຖິງ ໂດຍສະເພາະໃນບັນດາ ແຂວງທີ່ມີຈຳນວນທະນາຍ ຄວາມບໍ່ພຽງພໍກັບຄວາມຕ້ອງການຂອງປະຊາຊົນ.