ທພລ ສາຂາຫຼວງນໍ້າທາ ລະດົມເງິນຝາກໄດ້ທັງໝົດ 273 ຕື້ກີບ

140

ປີ 2019 ຜ່ານມາ ທະນາຄານພັດທະນາລາວ ( ທພລ ) ສາຂາແຂວງຫຼວງນ້ຳທາ ສາມາດລະດົມເງິນຝາກໄດ້ 273 ຕື້ກວ່າກີບ ລື່ນແຜນ 3,4%. ພ້ອມນັ້ນ, ກໍໄດ້ປ່ອຍເງິນກູ້ທັງໝົດ 197 ຕື້ກວ່າກີບ.

ທ່ານ ສົມຫວັງ ເພັງມະດວງຈັກ ຫົວໜ້າ ທພລ ສາຂາຫຼວງນໍ້າທາ ໃຫ້ຮູ້ວັນທີ 28 ມັງກອນຜ່ານມາວ່າ: ປີ 2019 ທພລ ສາຂາຫຼວງນໍ້າທາ ສາມາດລະດົມເງິນຝາກໄດ້ທັງໝົດ 273 ຕື້ກີບ ສົມທຽບໃສ່ແຜນການປີ 264 ຕື້ກີບ ປະຕິບັດໄດ້ແລ້ວ 103,4% ຫຼື ລື່ນແຜນການ 3,4%, ສົມທຽບໃສ່ປີ 2018 ເພີ່ມຂຶ້ນ 21 ຕື້ກີບ ຫຼື ເພີ່ມຂຶ້ນ 9,2%.

ເປັນພຽງພາບປະກອບຂ່າວເທົ່ານັ້ນ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

ມາຮອດປີ 2019 ຈໍານວນບັນຊີເງິນຝາກມີບັນຊີເງິນຝາກກະແສລາຍວັນ 186 ບັນຊີ, ບັນຊີເງິນຝາກປະຢັດ ມີ 21.028 ບັນຊີ, ບັນຊີເງິນຝາກ ປະຈໍາມີ 2.210 ບັນຊີ ແລະ ບັນຊີເງິນຝາກອື່ນໆ 1.715 ບັນຊີ. ໃນຂະນະດຽວກັນໄດ້ປ່ອຍສິນເຊື່ອໃຫ້ແກ່ທຸກພາກສ່ວນເສດຖະກິດ ເພື່ອປະກອບສ່ວນພັດທະນາສ້າງສາທ້ອງຖິ່ນໃນແຂວງຫຼວງນໍ້າທາ ໄດ້ທັງໝົດຈໍານວນ 197 ຕື້ກີບ, ສົມທຽບໃສ່ແຜນການປີປະຕິບັດໄດ້ພຽງແຕ່ 91% ສົມທຽບໃສ່ປີ 2018 ຕົວເລກສິນເຊື່ອຫຼຸດລົງ 14 ຕື້ກີບ ຫຼື ຫຼຸດລົງ 6,6%.

ເປັນພຽງພາບປະກອບຂ່າວເທົ່ານັ້ນ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

ທ່ານຫົວໜ້າ ທພລ ສາຂາຫຼວງນໍ້າທາ ແຈ້ງວ່າ: ໃນຜ່ານມາໄດ້ເຜີຍແຜ່ການນໍາໃຊ້ຜະລິດຕະພັນຂອງ ທພລ ໃຫ້ສັງຄົມມານໍາໃຊ້ຢ່າງກວ້າງຂວາງ ແຕ່ຜົນຕອບຮັບກໍຍັງມີຈໍານວນໜ້ອຍຢູ່ ເພາະວ່າທົ່ວແຂວງມີພົນລະເມືອງບໍ່ຫຼາຍ ( 189 ພັນຄົນ ) ທີ່ຢູ່ກະແຈກກະຈາຍໃນ 5 ຕົວເມືອງ, ສັນຍານໂທລະສັບ, ສັນຍານ T24 ມັກຕິດຂັດ, ຕູ້ ATM ມັກຂັດຂ້ອງ ແລະ ມີທະນາຄານທຸລະກິດຫຼາຍແຫ່ງທີ່ດໍາເນີນທຸລະກິດຢູ່ພາຍໃນແຂວງ, ແຕ່ ທພລ ສາຂາຫຼວງນໍ້າທາ ຍັງສືບຕໍ່ໄດ້ຮັບຄວາມເຊື່ອຖື ແລະ ຄວາມໄວ້ວາງໃຈຈາກສັງຄົມຢ່າງກວ້າງຂວາງ ສະແດງອອກໃຫ້ເຫັນຈາກລູກຄ້າ ແລະ ຈໍານວນເງິນຝາກມີຕົວເລກເພີ່ມຂຶ້ນໃນແຕ່ລະເດືອນ ແລະ ຍັງຮ່ວມກັບສໍານັກງານໃຫຍ່ເຮັດທົດລອງການເກັບເງິນຄ່າທໍານຽມ ແລະ ບໍລິການ ຫຼື Easy Pass ຜ່ານດ່ານສາກົນບໍ່ເຕັນ ຕາມການຕົກລົງເຫັນດີຂອງລັດຖະບານ ກໍຄືກະຊວງການເງິນ ແລະ ອໍານາດການປົກຄອງແຂວງຂັ້ນຕ່າງໆໃຫ້ການຮ່ວມມືເປັນຢ່າງດີ.

[ ຂ່າວ – ຮູບ: ຣັດສະໝີ ດວງສັດຈະ ]