ນັກໂທດ 2 ພັນກວ່າຄົນ ໄດ້ຮັບການອະໄພຍະໂທດ

477

ວັນທີ 28ມັງກອນ 2020 ທີ່ຄ້າຍຄຸມຂັງ – ດັດສ້າງ ( ຄໍາຂີ້ໄກ່ ) ແຂວງຄໍາມ່ວນ ໄດ້ຈັດພິທີປະກາດອະໄພຍະໂທດໃຫ້ແກ່ນັກໂທດທີ່ມີຄວາມກ້າວໜ້າໂດຍການເຂົ້າຮ່ວມຂອງ ທ່ານ ບຸນມາ ສຸດສະດາວອນ ຫົວໜ້າອົງການໄອຍະການປະຊາຊົນແຂວງຄຳມ່ວນ ທັງເປັນຮອງປະທານຄະນະກໍາມະການອະໄພຍະໂທດຂັ້ນແຂວງ, ທ່ານ ພັນເອກ ຄຳພອນ ສີກຸມພົນ ຫົວໜ້າກອງບັນຊາການ ປກສ ແຂວງ, ທ່ານ ອວນມາ ຂັນຕິຍະວົງ ຮອງປະທານສະພາປະຊາຊົນແຂວງ, ມີບັນດາແຂກທີ່ຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີໄດ້ຜ່ານລັດຖະດໍາລັດຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 031/ປປທ ລົງວັນທີ 10 ມັງກອນ 2020 ວ່າດ້ວຍການອະໄພຍະໂທດແກ່ນັກໂທດທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2019 ຄົບຮອບ 44 ປີ ກໍຄືລັດຖະທໍາມະນູນ ແຫ່ງ ສປປ ລາວ ໝວດທີ VI, ມາດຕາ 67, ຂໍ້ 12 ກ່ຽວກັບການຕົກລົງໃຫ້ອະໄພຍະໂທດ ແລະ ໜັງສືສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 158/ນຍ ລົງວັນທີ 30 ທັນວາ 2019.

ໃນທົ່ວປະເທດມີນັກໂທດທີ່ໄດ້ຮັບການອະໄພຍະໂທດທັງໝົດ 2.146 ຄົນ ຍິງ 347 ຄົນ. ໃນນັ້ນ, ມີຄົນຕ່າງປະເທດ 39 ຄົນ ຍິງ 2 ຄົນ ເຊິ່ງອະໄພຍະໂທດດ້ວຍການຫຼຸດຜ່ອນໂທດ ມີຈໍານວນ 1.824 ຄົນ ຍິງ 291 ຄົນ, ຄົນຕ່າງປະເທດ 34 ຄົນ ຍິງ 2 ຄົນ. ປະກອບມີ: ມຽນມາ 5 ຄົນ, ໄທ 7 ຄົນ, ຫວຽດນາມ 12 ຄົນ, ໄນຈີເຣຍ 2 ຄົນ, ການາດາ 1 ຄົນ, ຈີນ 4 ຄົນ, ໂຣມາເນຍ 1 ຄົນ, ບູນກາລີ 1 ຄົນ ແລະ ອົສຕຣາລີ 1 ຄົນ ເຊິ່ງໃນນີ້ນັກໂທດຄະດີຢາເສບຕິດ ຈໍານວນ 1.736 ຄົນ ໄດ້ຮັບການຫຼຸດຜ່ອນໂທດຈາກໂທດຕະຫຼອດຊີວິດມາເປັນໂທດມີກໍານົດ 20 ປີ ລວມມີ 45 ຄົນ, ນັກໂທດຄະດີທົ່ວໄປຈໍານວນ 88 ຄົນ ແລະ ອະໄພຍະໂທດດ້ວຍການປ່ອຍຕົວນັກໂທດ ມີຈໍານວນ 322 ຄົນ.

ສະເພາະແຂວງຄໍາມ່ວນ ບັນຊີລາຍຊື່ນັກໂທດທີ່ມີເງື່ອນໄຂສະເໜີໃຫ້ອະ ໄພຍະໂທດຫຼຸດຜ່ອນໂທດທັງໝົດ 110 ຄົນ. ໃນນັ້ນ, ຂໍ້ຫາຢາເສບຕິດ ຈໍານວນ 105 ຄົນ, ຄົນຕ່າງປະເທດ 2 ຄົນ, ຂໍ້ຫາທົ່ວໄປມີ 5 ຄົນ, ສ່ວນບັນຊີລາຍຊື່ນັກໂທດທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດປ່ອຍຕົວມີຈໍານວນ 41 ຄົນ ເຊິ່ງທັງໝົດແມ່ນຂໍ້ຫາຢາເສບຕິດ ແລະ ເປັນຄົນຕ່າງປະເທດ 1 ຄົນ.