ເມືອງລ້ອງຊານ ປະກາດຮັບຮອງເອົາບ້ານນໍ້າຍິ້ງ ເປັນບ້ານວັດທະນະທຳ

223

ພິທີປະກາດຮັບຮອງບ້ານນໍ້າຍິ້ງ ເປັນບ້ານວັດທະນະທຳ ແຫ່ງທີ 17 ຂອງເມືອງລ້ອງຊານ ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນວັນທີ 28 ມັງກອນ 2020 ນີ້ ທີ່ເດີ່ນໂຮງຮຽນປະຖົມສົມບູນຂອງບ້ານ ໂດຍການເຂົ້າຮ່ວມຂອງ ທ່ານ ແດງ ປະທຸມທອງ ຮອງເຈົ້າແຂວງໄຊສົມບູນ, ມີທ່ານ ຕົ່ງມົວ ຊົວໂກ້ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ທ່ານ ບຸນກອງ ຊົ່ງປ່າຢິ້ງ ເຈົ້າເມືອງລ້ອງຊານ, ມີຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ພ້ອມດ້ວຍນາຍບ້ານນໍ້າຍິ້ງ, ນ້ອງນ້ອຍນັກຮຽນ, ໄວໜຸ່ມເຍົາວະຊົນ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ໂອກາດນີ້, ທ່ານ ໂກຊົ່ງ ຕົ່ງນາມະວົງ ນາຍບ້ານນໍ້າຍິ້ງ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈຳປີ 2019 ແລະ ທິດທາງແຜນການ ປີ 2020 ວ່າ: ບ້ານນໍ້າຍິ້ງ ແມ່ນບ້ານໜຶ່ງໃນຈຳນວນ 25 ບ້ານຂອງເມືອງລ້ອງຊານ ເຊິ່ງຫ່າງຈາກສຳນັກງານປົກຄອງເມືອງ ປະມານ 25 ກິໂລແມັດ, ມີ 119 ຫຼັງຄາເຮືອນ, 119 ຄອບຄົວ, ມີປະຊາກອນ ທັງໝົດ 780 ຄົນ ຍິງ 405 ຄົນ ປະຊາຊົນພາຍໃນບ້ານໄດ້ຢຶດຖືການເຮັດນາ, ປູກຢາງພາລາເປັນອາຊີບຕົ້ນຕໍ ແລະ ລ້ຽງສັດເປັນອາຊີບສຳຮອງ. ນໍ້າຍິ້ງມີເນື້ອທີ່ທັງໝົດ 401,37 ເຮັກຕາ. ໃນນີ້, ເນື້ອທີ່ດິນທຳການຜະລິດ 381,82 ເຮັກຕາ, ດິນປ່າສັກສິດ 1 ເຮັກຕາ, ດິນປຸກສ້າງ 8,55 ເຮັກຕາ ແລະ ເນື້ອທີ່ປ່າຊົມໃຊ້ 10 ເຮັກຕາ.

ໂອກາດນີ້, ທ່ານຮອງເຈົ້າແຂວງໄດ້ໂອ້ລົມ ພ້ອມທັງຮຽກຮ້ອງມາຍັງອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນທຸກທົ່ວໜ້າ ຈົ່ງພ້ອມກັນພັດທະນາເສດຖະກິດ – ສັງຄົມຂອງບ້ານໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ຄຽງຄູ່ກັບການແກ້ໄຂຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໂດຍສຸມໃສ່ການປູກຝັງ – ລ້ຽງສັດໃຫ້ເປັນຂະບວນການ ກວ້າງຂວາງ.