ປີຜ່ານມາ ການລົງທຶນຂອງລັດຢູ່ແຂວງຫົວພັນມີ 400 ກວ່າໂຄງການ

131

ປີ 2019 ແຂວງຫົວພັນ ໄດ້ຮັບທຶນອະນຸມັດຈາກສະພາທັງໝົດ 473 ໂຄງການ ມູນຄ່າ 188,12 ຕື້ກີບ. ໃນນີ້, ສັ່ງຈ່າຍ ແລະ ຊຳລະໃຫ້ບໍລິສັດແລ້ວ ເປັນມູນຄ່າ 188,11 ຕື້ກີບ, ສ່ວນການລົງທຶນພາກເອກະຊົນມີທັງໝົດ 10 ໂຄງການ ມູນຄ່າ 72 ລ້ານກວ່າໂດລາ.

ພາບປະກອບຂ່າວ

ທ່ານ ຄອນທອງ ມະນີວອນ ຫົວໜ້າພະແນກແຜນການ – ການລົງທຶນແຂວງຫົວພັນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງຫົວພັນ ຊຸດທີ I ວ່າ: ໃນການຈັດຕັ້ງປະຕິບັດການລົງທຶນຂອງລັດຢູ່ພາຍໃນແຂວງຫົວພັນ ໃນປີ 2019 ຜ່ານມາ ແຂວງຫົວພັນໄດ້ຮັບທຶນອະນຸມັດຈາກສະພາທັງໝົດ 473 ໂຄງການ ມູນຄ່າ 188,12 ຕື້ກີບ ຈຳນວນໂຄງການດັ່ງກ່າວສ່ວນຫຼາຍແມ່ນໂຄງການສືບຕໍ່, ໂຄງການໄພພິບັດ ແລະ ໂຄງການຊຳລະໜີ້ສິນ.

ໃນນີ້ສາມາດສັ່ງຈ່າຍ ແລະ ຊຳລະໃຫ້ບໍລິສັດແລ້ວ ເປັນມູນຄ່າ 188,11 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າໄດ້ຮັບການຮ່ວມມືເປັນຢ່າງດີຈາກພາກສ່ວນຂັ້ນຕ່າງໆຂອງແຂວງ, ເມືອງທີ່ໄດ້ຮັບເປັນເຈົ້າຂອງໂຄງການ ພ້ອມກັນເອົາໃຈໃສ່ຊຸກຍູ້ຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດໄດ້ມີຜົນສຳເລັດ ທຽບໃສ່ແຜນການປີປະຕິບັດໄດ້ 99,94%.

ພາບປະກອບຂ່າວ

ສ່ວນການລົງທຶນຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ມີນັກລົງທຶນເຂົ້າມາລົງທຶນໃນກິດຈະການເຊົ່າ ແລະ ສຳປະທານ ມີ 10 ໂຄງການ ມູນຄ່າ 72,14 ລ້ານໂດລາສະຫະລັດ ທຽບໃສ່ແຜນການປີປະຕິບັດໄດ້ພຽງແຕ່ 48,09% ເນື່ອງຈາກວ່າການລົງທຶນສ່ວນຫຼາຍແມ່ນຢູ່ໃນໄລຍະສຶກສາສຳຫຼວດເປັນຈຳນວນຫຼາຍ ໂດຍສະເພາະແມ່ນຂະແໜງພະລັງງານ ແລະ ບໍ່ແຮ່; ການລົງທຶນເຂົ້າໃນພາກການບໍລິການ ແລະ ປູກຝັງ – ລ້ຽງສັດຍັງມີໜ້ອຍ.

ພາບປະກອບຂ່າວ

ສຳລັບທຶນຊ່ວຍເຫຼືອລ້າເພື່ອການພັດທະນາໃນປີຜ່ານມາ ມີທັງໝົດ 61 ໂຄງການ ເປັນມູນຄ່າ 327,32 ຕື້ກີບ ທຽບໃສ່ແຜນການປີປະຕິບັດ 96,25%.
ຜົນສຳເລັດຂອງການປະຕິບັດບັນດາໂຄງການຕ່າງໆ ໄດ້ເຮັດໃຫ້ພື້ນຖານໂຄງລ່າງຂອງແຂວງຫົວພັນ ໄດ້ຮັບການພັດທະນາ ເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນນັບມື້ດີຂຶ້ນ ແລະ ຄ່ອຍໆຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

[ ຂ່າວ: ງຸດ ວິໄລຄຳ ]