ງົບໜ້ອຍຕ້ອງທ່ຽວວັງວຽງ ເພື່ອພັກຜ່ອນຢ່ອນໃຈ

207

ເມືອງວັງວຽງ ເປັນເຂດທ່ອງທ່ຽວ ທີ່ມີທຳມະຊາດເປັນຈຸດເດັ່ນເໝາະແກ່ການພັກຜ່ອນຢ່ອນອາລົມກັບສາຍນ້ຳຊອງທີ່ໃສເຢັນ ແລະ ນ້ຳໃຈຮັກແພງແຂກຄົນຂອງຊາວບ້ານ ພ້ອມພາຍເຮືອລ່ອງໄປຕາມລຳນ້ຳຊອງ. ເມືອງວັງວຽງເປັນເຂດທ່ອງທ່ຽວທຳມະຊາດທີ່ສາມາດດຶງດູດນັກທ່ອງທ່ຽວຈຳນວນຫຼວງຫຼາຍມາທ່ຽວຊົມທັດສະນີຍະພາບທຳມະຊາດອັນສວຍງາມດັ່ງໃນຝັນ.

ຫາກທ່ານເປັນມີງົບໜ້ອຍ ແລະ ບໍ່ຮູ້ຈະໄປທ່ຽວໃສ! ຂໍແນະນຳວ່າໄປວັງວຽງທ່ານຈະບໍ່ຜິດຫວັງເລີຍ, ເມືອງວັງວຽງ ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 150 ກິໂລແມັດເທົ່ານັ້ນ ໂດຍສາມາດຂຶ້ນລົດໂດຍສານ ວຽງຈັນ – ວັງວຽງ, ໄປດ້ວຍລົດຈັກກໍໄດ້ ໂດຍໃຊ້ເວລາປະມານ 3 – 4 ຊົ່ວໂມງ ຫຼື ລົດສ່ວນຕົວຕາມຄວາມສະດວກຂອງຕົນເຊິ່ງທ່ານສາມາດເລືອກຮູບແບບການທ່ຽວພາຍໃນ 1 ມື້ ຫຼື 2 – 3 ມື້ກໍໄດ້ ໂດຍມີເຮືອນພັກ, ໂຮງແຮມ ແລະ ຕູບພັກທີ່ສະອາດໃນລາຄາທີ່ເໝາະສົມໃຫ້ເລືອກຫຼາຍແບບຫຼາຍລະດັບ.

ມາວັງວຽງ ທ່ານຈະໄດ້ທ່ຽວຊົມທັດສະນີຍະພາບອັນສວຍງາມ ແລະ ສະພາບແວດລ້ອມທີ່ສົດໃສ. ເມືອງວັງວຽງມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງ ເຊັ່ນ: ພູຫີນປູນ, ຖ້ຳ. ໃນນັ້ນ, ທີ່ໜ້າອອນຊອນທີ່ສຸດແມ່ນຖ້ຳປູຄຳທີ່ມີຫີນຍ້ອຍຮູບຊົງຄ້າຍໄກ່ປ່າ, ຄັນຄາກ, ມັງກອນ ແລະ  ອື່ນໆ ເຊິ່ງເຮັດໃຫ້ນຶກເຖິງນິທານບູຮານແຫ່ງໂລກມະຫັດສະຈັນກໍວ່າໄດ້. ນອກນັ້ນ, ຍັງສາມາດເລືອກສະຖານທີ່ທ່ອງທ່ຽວ ແລະ ກິດຈະກຳຕາມໃຈມັກ ເຊັ່ນ:

ນ້ຳຕົກຕາດແກ້ງຍຸ້ຍ: ຕັ້ງຢູ່ບ້ານນາດ້ວງ ເມືອງວັງວຽງ ຫ່າງຈາກບ້ານ ປະມານ 2,7 ກິໂລແມັດ, ນ້ຳຕົກຕາດດັ່ງກ່າວແມ່ນຕົກລົງຈາກໜ້າຜາທີ່ມີຄວາມສູງ ປະມານ 32 ແມັດ, ນ້ຳຕົກຕາດດັ່ງກ່າວມີຄວາມສວຍງາມໃນລະດູຝົນຈະເຫັນໝອກຂອງນ້ຳຕົກທີ່ປົກຄຸມທົ່ວບໍລິເວນຢູ່ໃນແຫ່ງນີ້.

ຖ້ຳປູຄຳ: ຕັ້ງຢູ່ບ້ານນາທອງ ຫ່າງຈາກເທສະບານເມືອງວັງວຽງ 3,5 ກິໂລແມັດ, ການເດີນທາງຫາຖໍ້າແມ່ນດ້ວຍລົດ ຫຼື ຍ່າງ, ປາກຖ້ຳນີ້ຈະຫ່າງຈາກໜ້າດິນ ປະມານ 100 ແມັດ, ຈະມີຮູເຂົ້ານ້ອຍ ເຊິ່ງເຂົ້າໄປທາງໃນເປັນຜົ້ງກວ້າງຂວາງ, ມີພະນອນ 1 ອົງ, ກ່າວກັນວ່າມີປູຄຳ 1 ຄູ່ຢູ່ໃນຖ້ຳ ຖ້າໃຜໂຊກດີໄປຈະເຫັນປູຄຳນັ້ນ ສ່ວນຢູ່ຕີນຜາທາງລຸ່ມມີຫ້ວຍນ້ຳໃສເຢັນທີ່ໄຫຼອອກມາຈາກຮູຜາ.

ຈຸດຊົມວິວຜາໜາມໄຊ – ຜາເງິນ: ເປັນຈຸດຊົມວິວທີ່ງາມທີ່ສຸດແຫ່ງໜຶ່ງຂອງວັງວຽງຕັ້ງຢູ່ຜາສູງ ເຊິ່ງສາມາດເບິ່ງເຫັນວິວພູນ້ອຍ – ໃຫຍ່ ແລະ ທົ່ງນາປ່າເຂົາທີ່ຢູ່ອ້ອມຮອບໄດ້ແບບ 360 ອົງສາ ໂດຍທີ່ຈຸດຊົມວິວຈະເປັນຫີນສີດຳລັກສະນະແປກຕາ ແລະ ທີ່ສຳຄັນຍັງມີການນຳລົດຈັກມາຕັ້ງໄວ້ທີ່ຈຸດຊົມວິວໃຫ້ນັກທ່ອງທ່ຽວໄດ້ຖ່າຍຮູບນຳ ການທີ່ຈະຂຶ້ນໄປ ຄວາມຊັນລະດັບໜຶ່ງ ຈຶ່ງຕ້ອງລະມັດລະວັງເປັນພິເສດ.

ທ່ຽວນໍ້າຊອງ: ນໍ້າຊອງຖືເປັນຫົວໃຈການທ່ອງທ່ຽວສຳຄັນຂອງເມືອງວັງວຽງ ໂດຍມີເສັ້ນທາງເຂົ້າເຖິງຢ່າງສະດວກສາມາດໄປດ້ວຍລົດ ຫຼື ຍ່າງ, ນ້ຳຊອງເປັນສາຍນ້ຳທີ່ໃສໄຫຼຜ່ານຕົວເມືອງວັງວຽງແຕ່ເໜືອຮອດໃຕ້ ສາຍນ້ຳດັ່ງກ່າວນີ້ເໝາະແກ່ການເຮັດກິດຈະກຳລ່ອງເຮືອກາຍັກ, ກົງເບັງ , ກີລາທາງນ້ຳ ຫຼື ກິດຈະກຳທ່ອງທ່ຽວທາງນ້ຳອື່ນໆ ເປັນຕົ້ນ: ນັ່ງເຮືອຈັກ ຫຼື ພາຍເຮືອກາຍັກລ່ອງໄປຕາມລຳນ້ຳຊອງ ຊົມທິວທັດທໍາມະຊາດສາຍພູຜາ.

ຂີ່ລົດບັກກີ: ເໝາະສຳລັບຜູ້ທີ່ມັກຄວາມທ້າທາຍ ເຊິ່ງມີຫຼາຍເຈົ້າໃຫ້ບໍລິການເຊົ່າລົດບັກກີ ຂີ່ເລາະຊົມທິວທັດທຳມະຊາດຂອງເມືອງວັງວຽງ. ຢ່າງໃດກໍຕາມ ການຂີ່ລົດບັກກີ ກໍຕ້ອງມີຄວາມລະມັດລະວັງໃນດ້ານອຸບັດເຫດ ຫາກເຈົ້າບໍ່ມີ ຄວາມຊຳນານ.

ນອກຈາກສະຖານທີ່ທ່ອງທ່ຽວ ແລະ ກິດຈະກຳທີ່ກ່າວມານັ້ນ ທີ່ວັງວຽງຍັງມີຫຼາກຫຼາຍກິດຈະກຳການທ່ອງທ່ຽວ ເຊິ່ງສາມາດສອບຖາມຂໍ້ມູນຕື່ມນຳບໍລິສັດທ່ອງທ່ຽວຕ່າງໆ ເຊິ່ງຈະຊ່ວຍແນະນຳກິດຈະກຳການທ່ອງທ່ຽວທີ່ດີໆ ແລະ ເໝາະສົມໃຫ້ກັບທ່ານ.

[ ໂດຍ: ກາວຊົ່ງ ]

( ຮູບ: Lao postcard )