ມາຮູ້! 4 ວິທີສ້າງ ພະນັກງານຄຸນນະພາບ

194

ໃຜໆຕ່າງກໍຕ້ອງການສິ່ງທີ່ດີທີ່ສຸດ ແລະ ມີຄຸນນະພາບທີ່ສຸດທັງນັ້ນ ໃນໂລກຂອງການເຮັດວຽກເອງກໍເຊັ່ນດຽວກັນ ບໍລິສັດຕ້ອງການພະນັກງານທີ່ເຮັດວຽກດີ, ມີຄຸນນະພາບ ເພື່ອຫວັງຜົນຕໍ່ຄວາມກ້າວໜ້າຂອງບໍລິສັດ ແຕ່ການທີ່ຈະຜະລິດພະນັກງານໃຫ້ເຮັດວຽກມີປະສິດທິພາບນັ້ນ ຈຳເປັນຕ້ອງມີຫຼາຍໆ ປັດໄຈປະກອບກັນ, ຕ້ອງອາໄສຄວາມຮ່ວມມືກັນທັງຝ່າຍບໍລິສັດ ແລະຝ່າຍພະນັກງານເອງ ເພື່ອຈະໄປສູ່ເປົ້າໝາຍທີ່ຄາດຫວັງໄວ້. ດັ່ງນັ້ນ, ມື້ນີ້ຈະນຳເອົາ 4 ວິທີ ການສ້າງພະນັກງານຄຸນນະພາບມາຝາກທ່ານຜູ້ອ່ານດັ່ງນີ້:

1 ຄັດສັນຢ່າງມີຄຸນນະພາບ ການຈະສ້າງສິ່ງໜຶ່ງສິ່ງໃດຂຶ້ນມາຈະຕ້ອງເລີ່ມຈາກຈຸດເລີ່ມຕົ້ນສະເໝີ ການພັດທະນາສັກຍະພາບຂອງພະນັກງານເອງກໍເຊັ່ນດຽວກັນ ຈະຕ້ອງເລີ່ມພິຈາລະນາກັນ ຕັ້ງແຕ່ຂັ້ນຕອນການສຳພາດງານ ເພື່ອຄັດເລືອກບຸກຄົນເຂົ້າເຮັດວຽກ ເພາະການທີ່ຈະໄດ້ພະນັກງານທີ່ເຮັດວຽກຢ່າງມີຄຸນນະພາບນັ້ນ ຕ້ອງພິຈາລະນາຄຸນສົມບັດຢ່າງເລິກເຊິ່ງ ໂດຍເລືອກຮັບພະນັກງານທີ່ມີສັກຍະພາບທີ່ເໝາະສົມຈາກພາຍໃນຫຼາຍກວ່າທີ່ຈະຄັດເລືອກເພາະມີຕຳແໜ່ງວ່າງ, ການຈ້າງງານພຽງເພາະຕ້ອງການໃຫ້ຕຳແໜ່ງງານເຕັມນັ້ນ ບໍລິສັດອາດຈະຕ້ອງເສຍເວລາມາຝຶກທັກສະໃຫ້ກັບພະນັກງານໃໝ່ ເຊິ່ງຈະເຮັດໃຫ້ການດຳເນີນງານບໍລິສັດລ່າຊ້າໄປໄດ້.

2 ສ້າງມິດຕະພາບເພື່ອຈູງໃຈ ສິ່ງໜຶ່ງທີ່ຈະເຮັດໃຫ້ພະນັກງານຕ້ອງການຈະເຮັດວຽກໃຫ້ບໍລິສັດໄປດົນໆ ແລະ ຕ້ອງການເຮັດວຽກໃຫ້ບໍລິສັດດ້ວຍຄວາມຈິງໃຈ ໂດຍທີ່ບໍ່ມີທ່າອ່ຽງວ່າຈະປ່ຽນວຽກງານໃໝ່ແບບປີຕໍ່ປີ ຄື: ຄວາມສຳພັນ ແລະ ມິດຕະພາບທີ່ດີໃນທີ່ເຮັດວຽກ ຫາກພະນັກງານຕ້ອງເຮັດວຽກດ້ວຍຄວາມຮູ້ສຶກທີ່ບໍ່ເປັນມິດຂອງຄົນອ້ອມຂ້າງ ຈະສົ່ງຜົນກະທົບຕໍ່ບໍລິສັດ, ບໍລິສັດຕ້ອງຮູ້ສຶກວ່າພະນັກງານທຸກຄົນມີຄຸນຄ່າເທົ່າກັນ ໂດຍບໍ່ຮູ້ສຶກວ່າເປັນການລົງທຶນທີ່ເສຍລ້າ ທີ່ຈະໃຫ້ສະຫວັດດີການທີ່ຄຸ້ມຄ່າກັບພະນັກງານທີ່ມີທ່າອ່ຽງວ່າຈະຢູ່ກັບບໍລິສັດບໍ່ດົນ ເພາະຫາກສ້າງຄວາມປະທັບໃຈໃຫ້ກັບພະນັກງານດ້ວຍປັດໄຈເຫຼົ່ານີ້ແລ້ວ ເປັນໄປບໍ່ໄດ້ເລີຍທີ່ພະນັກງານຈະຂໍລາອອກ ຫຼື ປ່ຽນວຽກງານໃໝ່ ບາງຄັ້ງລະຫວ່າງບໍລິສັດກັບພະນັກງານແລ້ວອາດຈະຕ້ອງແລກປ່ຽນກັນ ເພື່ອຜົນປະໂຫຍດທີ່ຄຸ້ມຄ່າຕໍ່ບໍລິສັດ ບໍລິສັດຕ້ອງລົງທຸນ ຢ່າມົວແຕ່ຄິດວ່າຈະລົງທຶນໂດຍເສຍພຽງຝ່າຍດຽວ ແລະ ບໍລິສັດຕ້ອງຮູ້ຈັກຕອບສະໜອງຕໍ່ຄຳຂໍຂອງພະນັກງານໃນບາງຄັ້ງ.

3 ສ້າງລະບົບງານຄຸນນະພາບ ເຄີຍຄິດ ຫຼື ບໍ່ວ່າການມອບໝາຍພາລະໜ້າທີ່ໃຫ້ກັບພະນັກງານທີ່ຫຼາຍເກີນໄປ ເພື່ອຫວັງໃຫ້ເກີດປະລິມານຂອງວຽກງານນັ້ນ ຜົນທີ່ໄດ້ຮັບຈະກົງກັນຂ້າມກັນ ຄື: ຈະໄດ້ງານທີ່ບໍ່ມີປະສິດທິພາບຈຳນວນຫຼາຍ , ມີຫຼາຍຄັ້ງທີ່ພະນັກງານມັກຈະໄດ້ຮັບມອບໝາຍວຽກງານເກີນກວ່າໜ້າທີ່ ຫຼື ຫຼາຍເກີນກວ່າຈະສາມາດເຮັດວຽກໃຫ້ອອກມາມີຄຸນນະພາບໄດ້, ບໍລິສັດຕ້ອງຮູ້ວ່າພະນັກງານຄົນໃດມີສັກຍະພາບໃນການເຮັດວຽກ ບໍ່ແມ່ນໃຫ້ງານຫຼາຍ ເພື່ອຫວັງຈະກະຕຸ້ນຄວາມຕື່ນຕົວໃນການເຮັດວຽກ ຍິ່ງຫາກໃຫ້ພະນັກງານເຮັດວຽກທີ່ເກີນຂີດກຳຈັດຫຼາຍເທົ່າໃດ ພະນັກງານກໍຈະໝົດໃຈທີ່ຈະເຮັດວຽກໃຫ້ບໍລິສັດຫຼາຍເທົ່ານັ້ນ.

4 ຕັ້ງເປົ້າໝາຍໃນການເຮັດວຽກ ສ້າງພະນັກງານຄຸນນະພາພ ບໍລິສັດຄວນເຮັດໃຫ້ພະນັກງານຮູ້ສຶກເຖິງການເປັນສ່ວນໜຶ່ງຂອງບໍລິສັດ ໂດຍໃຫ້ພະນັກງານຮູ້ສຶກວ່າຕົນເອງມີເປົ້າໝາຍດຽວກັນກັບບໍລິສັດ ຄື:ຕ້ອງການທີ່ຈະສ້າງຄວາມສຳເລັດໃຫ້ກັບບໍລິສັດ ເຮັດໃຫ້ພະນັກງານຮູ້ສຶກວ່າ ຕຳແໜ່ງໜ້າທີ່ການງານທີ່ເຂົາເຈົ້າເຮັດຢູ່ນັ້ນມີຄວາມສຳຄັນທີ່ນຳພາບໍລິສັດໄປສູ່ເປົ້າໝາຍທີ່ບໍລິສັດຕັ້ງໄວ້ ເມື່ອໃດພະນັກງານຮູ້ສຶກເຖິງຄວາມເປັນອັນໜຶ່ງອັນດຽວກັບກັບບໍລິສັດ ພະນັກງານກໍຈະທຸ່ມເທຢ່າງເຕັມທີ່ໃຫ້ກັບການພັດທະນາບໍລິສັດໃຫ້ກ້າວໜ້າ ຢ່າໃຫ້ພະນັກງານຕ້ອງຮູ້ສຶກທໍ້ແທ້ ແລະ ໝົດໄຟໃນການເຮັດວຽກ ເພາະນັ້ນຈະເຮັດໃຫ້ບໍລິສັດຕ້ອງສູນເສຍກຳລັງຫຼັກໃນການເຮັດວຽກທີ່ມີຄຸນນະພາບໄປໄດ້ ອີກທັງຍັງຕ້ອງມາເສຍເວລາຄັດສັນຄົນເຮັດວຽກໃໝ່ໆຢູ່ຕະຫຼອດເວລາ.

ຈາກ : jobsdb