ປີ 2019 ອັດຕະປື ມີນັກໂທດຜູ້ມີເງື່ອນໄຂອະໄພຍະໂທດ ປ່ອຍຕົວ 4ຄົນ

85

ປີຜ່ານມາ ແຂວງອັດຕະປື ມີນັກໂທດຜູ້ທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດ, ຫຼຸດຜ່ອນໂທດ ທັງໝົດ 54ຄົນ, ຍິງ 13ຄົນ, ສ່ວນນັກໂທດທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດ ປ່ອຍຕົວ ມີຈໍານວນ 4ຄົນ, ຍິງ 1ຄົນ.

ໃນວັນທີ 29 ມັງກອນ 2020, ແຂວງອັດຕະປື ໄດ້ຈັດພິທີປະກາດ ອະໄພຍະໂທດ ແລະ ປ່ອຍຕົວນັກໂທດ ປະຈໍາປີ 2019 ຂື້ນທີ່ຄ້າຍຄຸມຂັງ-ດັດສ້າງ ບ້ານສະເພົາທອງ ແຂວງອັດຕະປື, ເປັນກຽດເຂົ້າຮ່ວມຂອງທ່ານ ພອນສະໄໜ ມຽງລາວັນ ຮອງເຈົ້າແຂວງອັດຕະປື ປະທານຄະນະກຳມະການອະໄພໂທດຂັ້ນແຂວງ, ມີທ່ານ ສົມພົງ ສີຊານົນ ຫົວໜ້າອົງການໄອຍະການປະຊາຊົນ ແຂວງອັດຕະປື, ມີຫົວໜ້າຄ້າຍຄຸມຂັງ, ດັດສ້າງ ປກສ ແຂວງອັດຕະປື, ພ້ອມດ້ວຍບັນດາຄະນະກໍາມະການອະໄພຍະໂທດຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ສົມພົງ ສີຊານົນ ຫົວໜ້າອົງການໄອຍະການປະຊາຊົນແຂວງ ໄດ້ຜ່ານດໍາລັດຂອງປະທານປະເທດ ວ່າດ້ວຍການອະໄພຍະໂທດແກ່ນັກໂທດທີ່ມີຄວາມກ້າວໜ້າ ໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນທີ 2 ທັນວາ ປີ 2019 ຄົບຮອບ 44 ປີ,ເຊິ່ງໃນນັ້ນ, ຢູ່ແຂວງອັດຕະປື ມີນັກໂທດຜູ້ທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດ, ຫລຸດຜ່ອນໂທດມີທັງໜົດ 54 ຄົນ,ຍິງ 13 ຄົນ ແລະ ນັກໂທດທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດ ປ່ອຍຕົວ ມີຈຳນວນ 4 ຄົນ,ຍິງ 1 ຄົນ.

ໂອກາດດັ່ງກ່າວໃນພິທີຍັງໄດ້ມອບໃບຢັ້ງຢືນໃຫ້ແກ່ນັກໂທດທີ່ມີຜົນງານຫ້າວຫັນໃນການປະຕິບັດກົດລະບຽບພາຍໃນຄ້າຍຄຸມຂັງ,ດັດສ້າງ,ໃຫ້ກຽດມອບໂດຍທ່ານ ພອນສະໄໜ ມຽງລາວັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆອັດຕະປື ປະທານກຳມະການອະໄພຍະໂທດລະດັບແຂວງອັດຕະປື.

ພ້ອມດຽວກັນທ່ານຍັງໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ບັນດານັກໂທດທີ່ໄດ້ປະກອບສ່ວນສ້າງຜົນງານ,ສ້າງຂະບວນການປະຕິບັດລະບຽບຂອງຄ້າຍຄຸມຂັງໄດ້ຢ່າງເຂັມງວດ ໂດຍເພາະແມ່ນຜູ້ທີ່ໄດ້ຮັບການອະໄພຍະໂທດ, ຫລຸດຜ່ອນໂທດ ແລະ ຖືກປ່ອຍຕົວໃນຄັ້ງນີ້,ພ້ອມທັງໄດ້ເໜັ້ນໜັກໃຫ້ຄະນະກຳມະການອະໄພຍະໂທດ ລະດັບແຂວງ ຈົ່ງສືບຕໍ່ໂຄສະນາເຜີຍແຜ່, ເຊື່ອມຊຶມ ລັດຖະດໍາລັດຂອງປະທານປະເທດ ວ່າດ້ວຍການອະໄພຍະໂທດ, ຄຳແນະນຳ, ແຈ້ງການຕ່າງໆໃຫ້ແກ່ພະນັກງານ, ທະຫານ, ຕໍາຫລວດ ພ້ອມຍາດຕິພີ່ນ້ອງ,ນັກໂທດ ແລະ ສັງຄົມທົ່ວໄປ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍດ້ານມະນຸດສະທຳຂອງພັກ-ລັດ ທີ່ມີຕໍ່ນັກໂທດຜູ້ທີ່ມີການປ່ຽນແປງທັດສະນະແນວຄິດ, ການກະທຳ ແລະ ຕື່ນຕົວເຄົາລົບລະບຽບກົດໝາຍ ສປປ ລາວ

ຂໍ້ມູນຈາກ: Attapeu Media

ຂ່າວ: ຂ. ອັດຕະປື ວັດທະນາ ຫຼວງອາໄພ.