ເພື່ອການພັດທະນາ! ແຂວງໄຊຍະບູລີຕ້ອງການທຶນ 2.659ຕື້ກີບ

186

ເພື່ອເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 8,2%, ແຂວງໄຊຍະບູລີຕ້ອງການທຶນໃນການພັດທະນາທັງໝົດ 2.659 ຕື້ກີບ ຫຼື ເທົ່າກັບ 26% ຂອງມູນຄ່າຜະລິດຕະພັນພາຍໃນ, ໃນນີ້ການລົງທຶນຂອງລັດ 62 ຕື້ກີບ ເທົ່າກັບ 2,3% ຂອງທຶນທັງໝົດ, ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມມີຄວາມຕ້ອງການ 201 ຕື້ກີບ ເທົ່າກັບ 8% ຂອງທຶນທັງໝົດ, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດມີຄວາມຕ້ອງການ 1.616 ຕື້ກີບ ເທົ່າກັບ 60,5% ຂອງທຶນທັງໝົດ, ການປ່ອຍສິນເຊື່ອທະນາຄານມີຄວາມຕ້ອງການປະມານ 781 ຕື້ກີບ ເທົ່າກັບ 29,2% ຂອງທຶນທັງໝົດ.

ທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ ໄດ້ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນ ແຂວງໄຊຍະບູລີ ຊຸດທີ I ທີ່ຈັດຂຶ້ນໃນທ້າຍເດືອນມັງກອນ ປີ 2020 ນີ້ວ່າ: ເພື່ອຮັບປະກັນເຮັດໃຫ້ເສດຖະກິດ ຂອງແຂວງສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ບັນດາວຽກງານຈຸດສຸມຕ່າງໆບັນລຸຕາມຄາດໝາຍທີ່ວາງໄວ້ ຕາມທິດພັດທະນາແບບຍືນຍົງ ແລະ ສີຂຽວ; ໂດຍນໍາໃຊ້ທ່າແຮງຂອງການພັດທະນາເສດຖະກິດກັບການພັດທະນາດ້ານສັງຄົມ ແລະ ສິ່ງແວດລ້ອມ ໃນປີ 2020 ຄາດຄະເນສູ້ຊົນເຮັດໃຫ້ເສດຖະກິດພາຍໃນແຂວງຂະຫຍາຍຕົວບໍ່ໃຫ້ຫຼຸດ 8,2% ແລະ ສ້າງມູນຄ່າເພີ່ມລາຄາພາຍໃນປີໃຫ້ໄດ້ປະມານ 11.537 ຕື້ກີບ, ສະເລ່ຍໃສ່ຫົວຄົນໃຫ້ໄດ້ 3.315 ໂດລາສະຫະລັດ, ລາຍໄດ້ຕໍ່ຫົວຄົນ GNI 2.817 ໂດລາສະຫະລັດ.

ໃນນີ້ໂຄງປະກອບຂະແໜງກະສິກໍາເພີ່ມຂຶ້ນ 3,2% ກວມເອົາ 28%, ຂະແໜງອຸດສາຫະກໍາເພີ່ມຂຶ້ນ 13,6% ກວມເອົາ 37%, ຂະແໜງການບໍລິການເພີ່ມຂຶ້ນ 5,5% ກວມເອົາ 35% ຂອງລວມຍອດຜະລິດຕະພັນພາຍໃນ (ບໍ່ລວມເອົາພາສີຂາເຂົ້າ). ປະຕິບັດສູ້ຊົນເກັບລາຍຮັບໃຫ້ໄດ້ 1.048,36 ຕື້ກີບ, ລາຍຮັບພາຍໃນໃຫ້ໄດ້ 255,50 ຕື້ກີບ, ລາຍຮັບພູດສູນກາງໃຫ້ໄດ້ 792,86 ຕື້ກີບ. ສ່ວນການປະຕິບັດລາຍຈ່າຍບໍ່ໃຫ້ເກີນ 583,62 ຕື້ກີບ ໃນນັ້ນລວມທັງລາຍຈ່າຍລົງທຶນກໍ່ສ້າງພື້ນຖານໂຄງລ່າງ 34,16 ຕື້ກີບ.

ທ່ານຍັງໄດ້ກ່າວຕື່ມວ່າ ເພື່ອເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວໃນລະດັບ 8,2% ພວກເຮົາຕ້ອງການທຶນໃນການພັດທະນາທັງໝົດ 2.659 ຕື້ກີບ ຫຼື ເທົ່າກັບ 26% ຂອງມູນຄ່າຜະລິດຕະພັນພາຍໃນ; ໃນນີ້ການລົງທຶນຂອງລັດ 62 ຕື້ກີບ ເທົ່າກັບ 2,3% ຂອງທຶນທັງໝົດ, ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມມີຄວາມຕ້ອງການ 201 ຕືກີບ ເທົ່າກັບ 8% ຂອງທຶນທັງໝົດ, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດມີຄວາມຕ້ອງການ 1.616 ຕື້ກີບ ເທົ່າກັບ 60,5% ຂອງທຶນທັງໝົດ, ການປ່ອຍສິນເຊື່ອທະນາຄານມີຄວາມຕ້ອງການປະມານ 781 ຕື້ກີບ ເທົ່າກັບ 29,2% ຂອງທຶນທັງໝົດ.

ຂໍ້ມູນຈາກ: Media Laos

ຂ່າວ: ບຸນທີ.