ແນວໃດເອີ້ນວ່າ ກໍລະນີສົງໄສ ຫຼື ຕິດເຊື້ອໄວຣັສໂຄໂຣນາ ມີນິຍາມຕາມນີ້

78
Medical staff transfer a patient of a highly suspected case of a new coronavirus at the Queen Elizabeth Hospital in Hong Kong, China January 22, 2020. Picture taken January 22, 2020. cnsphoto via REUTERS. ATTENTION EDITORS - THIS IMAGE WAS PROVIDED BY A THIRD PARTY. CHINA OUT. TPX IMAGES OF THE DAY

ເນື່ອງຈາກສະຖານະການ ການແຜ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ ຢູ່ສປ ຈີນ ນັບມື້ຮຸນແຮງຫຼາຍຂຶ້ນ ເຮັດໃຫ້ຫຼາຍພາກສ່ວນຕ່າງເປັນຫ່ວງເຝົ້າລະວັງ ແລະ ຕິດຕາມຢ່າງໃກ້ຊິດ ເພື່ອຫຼີກລ່ຽງການແຜ້ລະບາດຂອງພະຍາດດັ່ງກ່າວ, ແຕ່ຍັງເປັນທີ່ສັບສົນວ່າຄົນກຸ່ມໃດທີ່ຕົກຢູ່ໃນກໍລະນີສົງໄສ ແລະ ກຸ່ມທີ່ຢືນຢັນວ່າເປັນພະຍາດໄວຣັສໂຄໂຣນາ ມື້ນີ້ເຮົາມາແຍກຄວາມໝາຍກັນ.

ພາບປະກອບຂ່າວ

ເພື່ອຄວາມສະດວກໃນການເຝົ້າລະວັງ, ຄວບຄຸມ ແລະ ກັກກັນພະຍາດດັ່ງກ່າວ ສູນວິເຄາະ ແລະ ລະບາດວິທະຍາ, ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຈຶ່ງໄດ້ອອກແຈ້ງການເຖິງທ່ານ ຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ແລະ ແຂວງ ໃນທົ່ວປະເທດ ສະບັບເລກທີ 128/ສວລ ລົງວັນທີ 28 ມັງກອນ 2020 ເລື່ອງ: ນິຍາມກໍລະນີພະຍາດໂຄໂຣນາໄວຣັສ ສາຍພັນໃໝ່ (2019 nCoV) ສໍາລັບ ສປປ ລາວ ເພື່ອໃຊ້ສໍາລັບການເຝົ້າລະວັງ ແລະ ການລາຍງານ ສະບັບດັດແກ້ ຄັ້ງທີ 02 ໃນວັນທີ 27 ມັງກອນ 2020.

ໂດຍອີງຕາມ ການລາຍງານຂອງອົງການອານາໄມໂລກ ວັນທີ 27 ມັງກອນ 2020 ເລື່ອງ: ໝວດອາການຊືມເຊື້ອລະບົບຫາຍໃຈຮຸນແຮງຢູ່ໃນທົ່ວໂລກ ແລະ ສປ ຈີນ ມີຄົນເຈັບທັງໝົດ2.744 ກໍລະນີ ທີ່ຖືກຢັ້ງຢືນທາງດ້ານຫ້ອງວິເຄາະ ແລະ ເສຍຊີວິດ 80 ກໍລະນີ ແລະ ອີງໃສ່ກອງປະຊຸມ EOC ໃນວັນທີ 29 ມັງກອນ 2020 ໂດຍທ່ານ ລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງສາ ທາລະນະສຸກ.

ພາບປະກອບຂ່າວ

ເຊິ່ງໂດຍໃນແຈ້ງການລະບຸວ່າ: ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ນັບແຕ່ວັນທີ 28 ມັງກອນ 2020 ເປັນຕົ້ນໄປ ໃຫ້ນໍາໃຊ້ນິຍາມກໍລະນີພະຍາດໂຄໂຣມາໄວຣັສ ສາຍພັນໃໝ່ (2019 nCoV) ສຳລັບ ສປປ ລາວ ເພື່ອໃຊ້ໃນການເຝົ້າລະວັງ ແລະ ການລາຍງານ ລາຍລະອຽດຕ່າງໆ ມີດັ່ງລຸ່ມນີ້:
ກໍລະນີສົງໄສ ບຸກຄົນໃດໜຶ່ງທີ່ມີປະຫວັດເປັນໄຂ້ ແລະ ໄອ ຫຼື ຫາຍໃຈຍາກ ພາຍໃນ 14 ວັນກ່ອນທີ່ຈະເລີ່ມມີອາການ ແມ່ນໄດ້ມີປະຫວັດການສໍາຜັດຢ່າງນ້ອຍໜຶ່ງຢ່າງດັ່ງຕໍ່ໄປນີ້: ປະຫວັດຂອງການເດີນທາງມາຈາກ ສປ ຈີນ ພາຍໃນ 14 ວັນກ່ອນເລີ່ມຕົ້ນເຈັບ; ສໍາຜັດໃກ້ຊິດກັບກໍລະນີຢັ້ງຢືນຕິດເຊື້ອ nCoV, ໃນຂະນະທີ່ກໍລະນີດັ່ງກ່າວກໍາລັງມີອາການ.

ກໍລະນີຢັ້ງຢືນ ແມ່ນທຸກກໍລະນີທີ່ໄດ້ຮັບການຢັ້ງຢືນດ້ານຫ້ອງວິເຄາະກວດພົບເຊື້ອ 2019-ICoV ສຳລັບນິຍາມບຸກຄົນທີ່ຕ້ອງຕິດຕາມ ແມ່ນບຸກຄົນໃດໜຶ່ງທີ່ບໍ່ມີອາການເຂົ້າກັບນິຍາມກໍລະນີ ແຕ່ມີປະຫວັດເດີນທາງມາຈາກ ສປ ຈີນ ພາຍໃນ 14 ວັນ.
ໝາຍເຫດ: ອີງຕາມການລາຍງານສະພາບການຮອດວັນທີ 27 ມັງກອນ 2020, ມີໄດ້ການລາຍງານກໍລະນີພະຍາດໂກໂຣນາໄວຣັສ ຈາກ 30 ໃນ 32 ແຂວງທັງໝົດ ຂອງ ສປ ຈີນ.

ພາບປະກອບຂ່າວ

ນິຍາມຂອງຜູ້ນໍາຜັດໃກ້ຊິດ: ການສໍາຜັດຈາກການບໍລິການປິ່ນປົວຄົນເຈັບ, ລວມທັງການເບິ່ງແຍງໂດຍກົງກັບຄົນເຈັບທີ່ຢັ້ງຢືນ ICoV, ທີ່ເຮັດວຽກຮ່ວມກັບພະນັກງານແພດໝໍທີ່ຕິດເຊື້ອ nCoV, ຜູ້ທີ່ໄດ້ຢ້ຽມຢາມ ຫຼື ຢູ່ຮ່ວມກັນໃນສະພາບແວດລ້ອມດຽວກັນກັບຄົນເຈັບຍັ້ງຢືນ nCoV; ໄດ້ເຮັດວຽກໃກ້ຊິດກັນ ຫຼື ໄດ້ຮ່ວມຫ້ອງຮຽນໃນສະພາບແວດລ້ອມດຽວກັນກັບຄົນເຈັບຢັ້ງຢືນ nCoV; ໄດ້ເດີນທາງຮ່ວມກັນກັບຄົນເຈັບຢັ້ງຢືນ nCoV; ໄດ້ອາໄສຮ່ວມກັນໃນຫຼັງຄາເຮືອນດຽວກັນກັບຄົນເຈັບຢັ້ງຢືນ nCoV.

ນິຍາມກໍລະນີດັ່ງກ່າວນີ້ ຖືເປັນສະບັບຊົ່ວຄາວທີ່ໄດ້ຮອງຮັບໃນກອງປະຊຸມ EOC ຄັ້ງວັນທີ 28 ມັງກອນ 2020 ທີ່ກົມຄວບຄຸມພະຍາດຕິດຕໍ່ ໂດຍອີງໃສ່ຂໍ້ມູນທີ່ມີໃນປັດຈຸບັນ ເຊິ່ງອາດມີການປັບປຸງໃນອະນາຄົດ ອີງຕາມສະພາບການລະບາດ. ກໍລະນີໄຂ້ ແມ່ນໝາຍເຖິງປະຫວັດມີໄຂ້ ຫຼື ກໍາລັງໄຂ້ ≥ 38 ອົງສາເຊ

ດັ່ງນັ້ນ, ຂໍແຈ້ງມາຍັງທ່ານເພື່ອຊາບ ແລະ ເຜີຍແຜ່ໃຫ້ຂັ້ນເມືອງ, ຂັ້ນສຸກສາລາ ແລະ ພະນັກງານແພດປິ່ນປົວຮັບຊາບ ແລະ ພ້ອມກັນປະຕິບັດ, ນັບແຕ່ວັນທີ 28 ມັງກອນ 2020 ເປັນຕົ້ນໄປຖ້າມີການປ່ຽນແປງ ແລະ ປັບປຸງນິຍາມກໍລະນີ ທາງສູນວິເຄາະ ແລະ ລະບາດວິທະຍາ ຈະໄດ້ເຮັດໜັງສືແຈ້ງເປັນທາງການ ຍ້ອນວ່າສະພາບການລະບາດຂອງພະຍາດດັ່ງກ່າວມີການປັບປ່ຽນຕະຫຼອດເວລາ.