ສ້າງຄວາມເຂົ້າໃຈຕໍ່ຝຸ່ນລະອອງ PM 2.5 ຢູ່ລະດັບໃດອັນຕະລາຍ

276

PM 2.5 ແມ່ນຝຸ່ນລະອອງ ທີ່ມີຂະໜາດນ້ອຍກວ່າ 2.5 ໄມຄຣອນ ຫຼື ນ້ອຍກວ່າເສັ້ນຜົມຄົນເຮົາ 25 ເທົ່າ, ເຊິ່ງເປັນຝຸ່ນອັນຕະລາຍຢ່າງຮຸນແຮງຕໍ່ສຸຂະພາບຂອງຄົນ, ສັດ. ຫາກຄົນເຮົາສູບດົມເຂົ້າໄປໃນຮ່າງກາຍຜ່ານທາງລະບົບທາງເດີນຫາຍໃຈ ມັນເຂົ້າຈະໄປທໍາລາຍອະໄວຍະວະທາງເດີນຫາຍໃຈໂດຍກົງ ແລະ ກໍ່ໃຫ້ເກີດການຄັນຕາ, ຄັນຄໍ, ແໜ້ນໜ້າເອິກ, ຫາຍໃຈຖີ່, ຫຼອດລົມອັກເສບ, ແລະ ອາດກໍ່ໃຫ້ເກີດພະຍາດລະບົບທາງເດີນຫາຍໃຈ.

ເຊິ່ງເສັ້ນທາງຝຸ່ນລະອອງຂະໜາດນ້ອຍປົກກະຕິ ມົນລະພິດອາກາດທັງໝົດ ຈະເຂົ້າສູ່ຮ່າງກາຍໂດຍການຫາຍໃຈຜ່ານລະບົບທາງເດີນຫາຍໃຈ ເຊິ່ງຈະແບ່ງເປັນ 2 ສ່ວນຄື: ສ່ວນເທິງຄໍແມ່ນຊ່ອງດັງ ແລະ ຫຼອດລົມ ແລະ ລະບົບທາງເດີນຫາຍໃຈ ສ່ວນລຸ່ມຄໍຄື ທໍ່ປອດ (bronchial tubes) ແລະ ປອດ ເຊິ່ງຝຸ່ນ (respiration particulate matter, RPM) ຈະລອດຈາກການກອງເຂົ້າໄປເຖິງປອດໄດ້ ສ່ວນຝຸ່ນທີ່ມີຂະໜາດນ້ອຍກວ່າ 2.5 ໄມຄຣອນ ຈະເຂົ້າໄປເຖິງຖົງລົມປອດໄດ້ ແລະ ເກີດພະຍາດທາງເດີນຫາຍໃຈ.

ຫຼ້າສຸດ, ສະຖາບັນຄົ້ນຄວ້າຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານສະພາບຝຸ່ນລະອອງ ທີ່ມີຂະໜາດ 2,5 ໄມຄຣອນ (PM 2.5) ປະຈໍາວັນທີ 29 ມັງກອນ 2020 ວ່າ: ເລີ່ມຕັ້ງແຕ່ 01:00 ໂມງເຊົ້າທີ່ຜ່ານມາ ຫາ 07:00 ໂມງເຊົ້າ ວັດແທກໄດ້ສະເລ່ຍແມ່ນ 9,2 ໄມຄຣອນ/ແມັດກ້ອນ, ຕໍ່າສຸດ ແມ່ນເວລາ 4:00 ໂມງເຊົ້າແມ່ນ 5,4 ໄມຄຣອນ/ແມັດກ້ອນ ແລະ ຄ່າສູງສຸດແມ່ນເວລາ 7:00 ໂມງເຊົ້າແມ່ນ 14,4 ໄມຄຣອນ/ແມັດກ້ອນ ເຊິ່ງການຈັດລະດັບຄຸນນະພາບອາກາດ ທີ່ມີຜົນກະທົບຕໍ່ສຸຂະພາບຕັ້ງແຕ່ເຊົ້າຂອງມື້ນີ້ສະເລ່ຍຖືວ່າຄຸນນະພາບອາກາດ ແມ່ນອາກາດດີຫຼາຍ.

ຂະນະທີ່, ສະຖາບັນຄົ້ນຄວ້າຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມລະບຸວ່າ ລະດັບຄ່າຝຸ່ນລະອອງ ຫຼື PM 2.5 ຖ້າມີຄ່າລະດັບ ແຕ່ 26-50 ແມ່ນດີ; 5-100 ດີປານກາງ; 101-150 ມີຜົນກະທົບເລັກນ້ອຍຕໍ່ສຸຂະພາບ; 151-200 ເລີ່ມມີຜົນກະທົບຕໍ່ສຸຂະພາບ; 201-300 ຜົນກະທົບປານກາງຕໍ່ສຸຂະພາບ.