ກຽມຊົມບົດບາດການສະແດງຮ່ວມຂອງ 3 ຄົນນີ້ ໃນຊີລີ້ເລື່ອງໃໝ່ “ຮັກຕ້ອງສົ່ງ Love Delivery”

135

ກຽມຊົມບົດບາດການສະແດງຮ່ວມຂອງ 3 ຄົນດັງໃນ ຊີລີ້ ເລື່ອງໃໝ່ “ຮັກຕ້ອງສົ່ງ Love Delivery”

ກ້າ ບຸນພິທັກ ພູນຜົນ ຜູ້ຊະນະເລີດປະເພດຊາຍແບບ 2018 The Winner Of Lao Super Model 2018, ປັດຈຸບັນເປັນກອງຫລັງທີມບານເຕະລາວອໍສະຕາ Lao all star, ມີຜົນງານຖ່າຍແບບລົງວາລະສານ, ຖ່າຍແບບ, ເດີນແບບ ແລະ ຫລີ້ນມິວສິກວິດີໂອເພງ ຫຼາຍຄົນຄົງຄຸ້ນໆໜ້າຄຸນຕາໜຸ່ມຄົນນີ້ໄດ້ດີ ທີ່ເພິ່ນຫາກໍມີຜົນງານການສະແດງມິວສິກວິດີເພງ “ຢາກກັບໄປວັນນັ້ນ” ຂອງໜຸ່ມ ວິນລີ້ ທີ່ປ່ອຍໄປຫວ່າງທ້າຍເດືອນມີນາ ປີ 2019 ຜ່ານມານີ້ເອງ,

ລິນ ໂສລະຍາ ຄອນດີ Miss Teen Laos 2019 ອາຍຸ 17 ປີ ທີ່ຫາກໍຄວ້າລາງວັນຈາກເວທີ Miss Teen International 2019 ທີ່ປະເທດອິນເດຍ  ວັນທີ 19 ທັນວາ 2019 ຜ່ານມາ, ເຂົ້າຮອດຮອບ Top7  ໄດ້ລາງວັນຂັວນໃຈຊ່າງພາບ ຫລື Miss Teen Photo genic 2019 ແລະ ລາງວັນແຟຊັນດີເດັ່ນ ຫລື Miss Teen Fashion 2019,

ອຸງ ທົດສະພອນ ສິດພະໄຊ  Mister National Universe Laos 2017 ເປັນນາຍແບບ/ນັກສະແດງ ຈາກ First Modeling Lao ເປັນນາຍແບບ, ເດີນແບບ, ຖ່າຍແບບ, ໜຶ່ງໃນພະເອກລະຄອນ ຮັກນີ້ສີບົວ (on your side the series), ຮອງອັນດັບ 1 ຈາກໂຄງການປະກວດຮ້ອງເພງ Lao Dream Star / Lao Art media 2011, ຮ່ວມສະແດງຮູບເງົາເລື່ອງ ທ້າວບຸນທັນ ຄົນດີທີ່ເຂົາລືມ ຂອງຄ້າຍ Lao art media 2012, ເຄີຍເດີນແບບ ແລະ ຖ່າຍປົກວາລະສານຕ່າງໆ ທັງພາຍໃນແລະ ຕ່າງປະເທດ.

ຊີລີ້ເລື່ອງ“ຮັກຕ້ອງສົ່ງ Love Delivery” ເປັນຜົນງານການກໍາກັບໂດຍ ຊູໂມ້ ຈັນເທວາ ແລະ ຄວບຄຸມງານສ້າງໂດຍ ໂຈໂຈ້ ມິຣາເຄີລ ກຽມເປີດກ້ອງ ແລະ ອອກອາກາດໄວໆນີ້ເດີ້ ຖ້າຕິດຕາມຊົມ.