ແມ່ບົວ ໝັ້ນທະວົງ ຢຶດອາຊີບເຮັດກະສິກຳລ້ຽງຄອບຄົວ

111

ກະສິກຳຖືເປັນອາຊີບຫຼັກ ແລະ ດັ້ງເດີມທີ່ຊ່ວຍລ້ຽງຊີບຂອງຄົນລາວເຮົາມາແຕ່ດົນນານ, ຫຼາຍທ່ານກໍອາດຈະເຄີຍເຮັດຜ່ານມາ. ແຕ່ວ່າການເຮັດອາຊີບດັ່ງກ່າວປັດຈຸບັນກໍມີໜ້ອຍຄົນທີ່ຈະຢຶດຖືເຮັດເປັນອາຊີບຫຼັກ.

ຄໍລຳອາຊີບ – ວຽກງານ ວັນນີ້ຈະນຳສະເໜີຊີວິດຂອງ ແມ່ບົວ ໝັ້ນທະວົງ ທີ່ຢຶດຖືອາຊີບເຮັດກະສິກຳເປັນຫຼັກຊ່ວຍລ້ຽງຄອບຄົວ ແລະ ສາມາດສົ່ງລູກໆໃຫ້ຮຽນຈົບໃນລະດັບວິຊາຊີບໄດ້.

ແມ່ບົວ ໝັ້ນທະວົງ ປະຊາຊົນບ້ານສິມມະໂນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ສຳພາດກ່ຽວກັບຊີວິດການເຮັດກະສິກຳ ວ່າ: ຕົນເອງຖືເອົາການປູກຜັກເປັນອາຊີບຫຼັກໃນການສ້າງເສດຖະກິດຄອບຄົວເມື່ອກ່ອນກໍມີແຕ່ເຮັດນາທຳມະດາ. ມາໄລຍະໜຶ່ງຕົນເອງແມ່ນໄດ້ຊອກຫາເຊົ່າດິນປູກຜັກ ໂດຍເລີ່ມຕົ້ນປູກແບບນ້ອຍກ່ອນແລ້ວກໍຄ່ອຍຂະຫຍາຍອອກຍ້ອນບໍ່ມີທຶນ ໂດຍທຳອິດເຮັດຮ່ວມກັນກັບໝູ່ອອກທຶນກັນແລ້ວກໍມາເຮັດ, ຫຼັງຈາກພໍໄດ້ແດ່ແລ້ວກໍໄດ້ແຍກກັນເຮັດຄົນລະສວນ.

ມາຮອດປັດຈຸບັນກໍຍັງເຊົ່າດິນປູກຜັກຢູ່ປະມານ 3 ໄລ່ ຄ່າເຊົ່າ 1 ລ້ານກີບຕໍ່ໄລ່ ເຊິ່ງຜ່ານມາແມ່ນໄດ້ປູກພືດຜັກເກືອບທຸກຊະນິດ ເຊັ່ນ: ໝາກເຫຼ່ນ, ໝາກເຜັດ, ໝາກເຂືອ, ໝາກແຕງແຄນຕາລຸບ, ຫອມບົ່ວ, ຫອມປ້ອມ, ຜັກກາດ ແຕ່ວ່າພືດທີ່ປູກງ່າຍ ແລະ ມີຕົ້ນທຶນຕໍ່າກໍຄືປູກໝາກເຫຼ່ນ ຍົກຕົວຢ່າງ: ລົງທຶນປູກໝາກເຫຼ່ນ ເນື້ອທີ່ 1 ໄລ່ກວ່າ, ສະເລ່ຍລາຍຮັບທັງໝົດຈາກການຂາຍໝາກເຫຼ່ນໃນ 1 ປີ ກໍຈະມີລາຍຮັບປະມານ 30 – 40 ລ້ານກີບຕໍ່ປີ ເພາະໝາກເຫຼ່ນບໍ່ຄ່ອຍເລືອກດິນປູກແຕ່ກໍຕ້ອງຄອຍເອົາໃຈໃສ່ໃນການບົວລະບັດຮັກສາເຊັ່ນກັນ.

ແມ່ບົວ ໝັ້ນທະວົງ ຍັງໄດ້ເລົ່າໃຫ້ຮູ້ຕື່ມວ່າ: ຊີວິດກ່ອນ ແລະ ຫຼັງມາເຮັດອາຊີບກະສິກຳນີ້ແມ່ນມີຄວາມແຕກຕ່າງກັນ ເຊິ່ງຈາກແຕ່ກ່ອນບໍ່ໄດ້ເຮັດຮົ້ວເຮັດສວນ, ຊີວິດຢູ່ແບບທຳມະຊາດ, ເຮັດນາປູກເຂົ້າທຳມະດາລາຍຮັບກໍບໍ່ຄ່ອຍມີຊີວິດກໍຂາດໆເຂີນໆ. ແຕ່ພໍມາເຮັດສວນຜັກກໍເຫັນວ່າມີລາຍຮັບດີຂຶ້ນ ແລະ ຕໍ່ເນື່ອງຕະຫຼອດປີ ຖ້າເປັນໄລຍະລະດູເກັບຜົນຜະລິດກໍຈະມີລາຍຮັບເກືອບທຸກມື້ເຖິງແມ່ນມັນຈະບໍ່ຫຼາຍກໍຕາມ, ແຕ່ສາມາດລ້ຽງຊີວິດໃນຄອບຄົວໄດ້, ເຮັດໃຫ້ຄອບຄົວພໍຢູ່ພໍກິນ ແລະ ກໍມີຄວາມພູມໃຈທີ່ທາງຄອບຄົວບໍ່ໄດ້ໄປກູ້ໜີ້ ຫຼື ເປັນໜີ້ໃຜ ເຊິ່ງປັດຈຸບັນເປັນຂອງເຮົາເອງເຖິງຈະບໍ່ຫຼາຍກໍຕາມເຮົາກໍລົງທຶນເອງ, ຕ່າງຈາກແຕ່ກ່ອນເຄີຍໄປກູ້ຢືມເງິນນອກລະບົບ ດອກເບ້ຍສູງເຖິງ 20% ຕໍ່ເດືອນກໍຍັງໄດ້ເອົາ ເຊິ່ງໄລຍະນັ້ນເປັນໜີ້ 5 – 6 ປີ ຈຶ່ງຈະໃຊ້ໝົດ.

ຢ່າງໃດກໍຕາມ, ການເຮັດອາຊີບກະສິກຳປູກພືດຜັກຂາຍນີ້ ສາມາດເວົ້າໄດ້ເລີຍວ່າສາມາດພາໃຫ້ຊີວິດຄອບຄົວດີຂຶ້ນພໍຢູ່ພໍກິນ ແລະ ຍັງສາມາດສົ່ງລູກໆ 3 ຄົນ ຮຽນຈົບວິຊາຊີບໄດ້. ປັດຈຸບັນກໍຍັງເຮັດອາຊີບນີ້ໄປເລື້ອຍໆ, ໄດ້ກຳໄລຈາກສວນນີ້ກໍຈະລົງໃສ່ສວນໃໝ່ສູ້ໄປເລື້ອຍໆ ແລະ ມີເປົ້າໝາຍຄື ຢາກໄດ້ດິນສວນເປັນຂອງຕົນເອງໃນອະນາຄົດ.

ສ່ວນທ່ານທີ່ສົນໃຈຢາກເຮັດອາຊີບກະສິກໍານີ້ ກໍຕ້ອງມີຄວາມຮູ້ພື້ນຖານດ້ານກະສິກຳ ໂດຍສະເພາະການປູກພືດ, ທີ່ສຳຄັນຖ້າມີປະສົບການດ້ານການເຮັດອາຊີບນີ້ຍິ່ງເປັນການດີທີ່ຈະເຮັດໃຫ້ທ່ານປູກພືດໄດ້ຖືກຕາມ ຄວາມຕ້ອງການຂອງຕະຫຼາດ ແລະ ທີ່ສຳຄັນຕ້ອງມີຄວາມດຸໝັ່ນໃນການບົວລະບັດພືດຜັກຂອງຕົນ ເພື່ອໃຫ້ຜົນຜະລິດອອກມາງອກງາມ.