ລາວ ໄດ້ຮັບທຶນຊ່ວຍເຫຼືອ 50 ລ້ານໂດລາ ຟື້ນຟູຈາກໄພພິບັດ

69

ທະນາຄານໂລກໄດ້ໃຫ້ທຶນຊ່ວຍເຫຼືອ 50 ລ້ານໂດລາ ເພື່ອຟື້ນຟູຈາກໄພພິບັດ. ໃນນີ້, 25 ລ້ານໂດລາ ຈະນໍາໃຊ້ກັບໂຄງການຄຸ້ມຄອງຄວາມສ່ຽງໄພພິບັດ ແລະ ອີກເຄິ່ງໜຶ່ງແມ່ນຈະນຳໃຊ້ເຂົ້າໃນໂຄງການຂະແໜງການຂົວທາງໄລຍະທີ II.

ພາບປະກອບຂ່າວ

ໃນວັນທີ 28 ມັງກອນ 2020 ໄດ້ມີພິທີລົງນາມສັນຍາເງິນຊ່ວຍເຫຼືອ ຈໍານວນ 50 ລ້ານໂດລາ ຕາງໜ້າລັດຖະບານລາວໂດຍທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ກັບ ທ່ານ ນິໂກລາ ປອນຕາຣາ ( Nicola Pontara ) ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, ມີທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ), ມີຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພາບປະກອບຂ່າວ

ການສະໜອງທຶນ ຈຳນວນ 50 ລ້ານໂດລາ ເຊິ່ງສະພາບໍລິຫານຂອງທະນາຄານໂລກ ໄດ້ອະນຸມັດທຶນເພີ່ມຕື່ມໃນວັນທີ 13 ທັນວາ 2019 ເພື່ອສະໜັບສະໜູນຄວາມພະຍາຍາມໃນວຽກງານການຄຸ້ມຄອງ ຄວາມສ່ຽງດ້ານອຸທົກກະໄພ ແລະ ຂະແໜງການຂົວທາງ ເຊິ່ງເປັນຂະແໜງການທີ່ຖືກຜົນກະທົບຢ່າງຫຼວງຫຼາຍ ກວມເອົາ 55 ສ່ວນຮ້ອຍ ຂອງຄວາມເສຍຫາຍທັງໝົດ ພາຍຫຼັງເຫດການໄພນໍ້າຖ້ວມ ໃນປີ 2018.

ໃນມູນຄ່າທຶນຊ່ວຍເຫຼືອທັງໝົດ 50 ລ້ານໂດລາສະຫະລັດ. ໃນນັ້ນ, ຈໍານວນ 25 ລ້ານໂດລາສະຫະລັດ ຈະນໍາໃຊ້ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດໂຄງການຄຸ້ມຄອງຄວາມສ່ຽງໄພພິບັດອາຊີຕາເວັນອອກສ່ຽງໃຕ້ ຢູ່ ສປປ ລາວ ເພື່ອຫຼຸດຜ່ອນຜົນກະທົບຈາກໄພນໍ້າຖ້ວມຢູ່ເຂດເປົ້າໝາຍ.

ສ່ວນທຶນທີ່ເຫຼືອຈໍານວນ 25 ລ້ານໂດລາສະຫະລັດ ຈະນໍາໃຊ້ສະໜັບສະໜູນໂຄງການຂະແໜງການຂົວທາງ ໄລຍະທີ II ເພື່ອສ້ອມແປງເສັ້ນທາງທີ່ຖືກເສຍຫາຍ ເຊິ່ງລວມທັງການປັບປຸງບາງສ່ວນເສັ້ນທາງທີ່ສ່ຽງຖືກນໍ້າຖ້ວມ ຕາມເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ແລະ ຍົກລະດັບ ຄວາມຕ້ານທານຂອງໂຄງລ່າງພື້ນຖານຂົວທາງຕໍ່ຜົນກະທົບຈາກການປ່ຽນແປງດິນຟ້າອາກາດຢູ່ແຂວງບໍລິຄໍາໄຊ ແລະ ຈະນໍາໃຊ້ຍົກລະດັບທາງຕາມສ່ວນເສັ້ນທາງທີ່ສ່ຽງຖືກນໍ້າຖ້ວມ, ປັບປຸງລະບົບລະບາຍນໍ້າ, ໝູນໃຊ້ວິທີການແກ້ໄຂແບບຊີວະ – ວິສະວະກໍາ ເພື່ອປ້ອງກັນສັນທາງເຈື່ອນ. ນອກຈາກນັ້ນ, ຍັງນໍາໃຊ້ທຶນຊ່ວຍເຫຼືອບ້ວງນີ້ເພື່ອປັບປຸງທາງດ້ານ ຄວາມປອດໄພຂອງເສັ້ນທາງອີກດ້ວຍ.

ພາບປະກອບຂ່າວ

ໃນປີ 2018 ສປປ ລາວ ຖືກກະທົບໃນມູນຄ່າຫຼາຍທີ່ສຸດໃນຮອບທົດສະວັດ ຈາກອຸທົກກະໄພທີ່ເກີດຂຶ້ນ ເປັນຕົ້ນ: ຝົນຕົກໜັກຈາກພາຍຸເຂດຮ້ອນສອງລູກບວກກັບຄູກັນນໍ້າແຕກຢູ່ແຂວງອັດຕະປື ເຮັດໃຫ້ເກີດນໍ້າຖ້ວມ, ປະຊາຊົນຫຼາຍກວ່າ 600.000 ຄົນຖືກກະທົບ ແລະ ມີ 64 ຄົນເສຍຊີວິດ; ຜົນການປະເມີນຄວາມຕ້ອງການຫຼັງເກີດໄພພິບັດໄດ້ປະເມີນມູນຄ່າຄວາມເສຍຫາຍທັງໝົດ ປະມານ 371,5 ລ້ານໂດລາສະຫະລັດ ທຽບເທົ່າກັບ 2,1 ສ່ວນຮ້ອຍ ຂອງ GDP ປີ 2018.

ທຶນດັ່ງກ່າວນີ້ທະນາຄານໂລກນີ້ໄດ້ມາຈາກສະມາຄົມ ເພື່ອການພັດທະນາ ( IDA ) ທີ່ສ້າງຕັ້ງຂຶ້ນໃນປີ 1960 ເພື່ອຊ່ວຍເຫຼືອປະເທດທີ່ທຸກຍາກໃນໂລກ ໂດຍການສະໜອງທຶນຊ່ວຍເຫຼືອລ້າ, ທຶນກູ້ຢືມໃນອັດຕາດອກເບ້ຍຕໍ່າ ແລະ ບໍ່ມີດອກເບ້ຍ ສໍາລັບໂຄງການ ແລະ ແຜນງານຕ່າງໆທີ່ສົ່ງເສີມການເຕີບໂຕຂອງເສດຖະກິດ, ຫຼຸດຜ່ອນ ຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ໂຄງການດັ່ງກ່າວມີເປົ້າໝາຍແນໃສ່ຊ່ວຍເຫຼືອຊຸມຊົນທຸກຍາກທີ່ມີຂໍ້ຈໍາກັດດ້ານຂີດຄວາມສາມາດໃນການຮັບມືກັບໄພພິບັດທາງທໍາມະຊາດ.

ຂໍ້ມູນ: ກະຊວງການເງິນ