ພາກລັດ-ທຸລະກິດຫາທາງແກ້ໄຂການຕິດຕັ້ງໄຟຟ້າໃຫ້ໄວຂຶ້ນ

140

ເຖິງວ່າພາກສ່ວນກ່ຽວຂ້ອງຈະປັບຫຼຸດຂັ້ນຂອດຂອງການບໍລິການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຈາກ 6 ຂັ້ນຕອນໃນເມື່ອກ່ອນ ມາເປັນ 3 ຂັ້ນຕອນໃນປັດຈຸບັນ ເພື່ອອຳນວຍຄວາມສະດວກໃນການດຳເນີນທຸລະກິດຢູ່ ສປປ ລາວ ແຕ່ການປະຕິບັດຕົວຈິງຍັງພົບຄວາມຫຍຸ້ງຍາກຊັກຊ້າແກ່ຍາວເວລາ. ໃນຂະນະທີ່ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເນັ້ນໃຫ້ພາກລັດ ແລະ ພາກທຸລະກິດປຶກສາຫາລືຊອກຫາສາເຫດ ເພື່ອດຶງຕົວຊີ້ວັດທີ 3 ລົງໃຫ້ເຫຼືອ 2 ຕົວເລກ ໃຫ້ໄດ້ໃນອະນາຄົດອັນໃກ້ນີ້.

ກອງປະຊຸມຖອດຖອນບົດຮຽນການຄຸ້ມຄອງ ແລະ ດຳເນີນທຸລະກິດບໍລິການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າປະຈຳປີ 2019, ວຽກງານການຈັດຕັ້ງປະຕິບັດຄຳສັ່ງເລກທີ 02/ນຍ ວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກການປະສານງານໃນການດຳເນີນທຸລະກິດ ໄດ້ຈັດຂຶ້ນໃນວັນທີ 28 ມັງກອນນີ້ ທີ່ລັດວິສາຫະກິດໄຟຟ້າລາວ ໂດຍມີ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີພາກລັດ ແລະ ພາກທຸລະກິດເຂົ້າຮ່ວມ.

ທ່ານ ຄຳມະນີ ອິນທິລາດ ກ່າວວ່າ: ໃນໄລຍະຜ່ານມາການບໍລິການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຍັງມີຈຸດອ່ອນ ແລະ ມີຂໍ້ບົກຜ່ອງຫຼາຍ ເຊິ່ງກອງປະຊຸມຄັ້ງນີ້ພວກເຮົາຈະໄດ້ພ້ອມກັນປຶກສາຫາລືກ່ຽວກັບການຜັນຂະຫຍາຍຄໍາສັ່ງເລກທີ 02/ນຍ ວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດຢູ່ ສປປ ລາວ ໂດຍສຸມໃສ່ຄົ້ນຄວ້າ, ປະກອບຄໍາເຫັນ ແລະ ປຶກສາຫາລືກັນໃຫ້ລະອຽດ, ຊັດເຈນ, ກົງໄປກົງມາ , ພະຍາຍາມຊອກໃຫ້ເຫັນສາເຫດ ແລະ ກໍານົດມາດຕະການປະຕິບັດ ໃຫ້ເດັດຂາດ ແລະ ມີປະສິດທິຜົນ.

ຂອດການໃຫ້ບໍລິການຕິດຕັ້ງໄຟຟ້າ ບໍ່ວ່າຈະເປັນຜູ້ປະກອບການ, ຜູ້ໃຊ້ບໍລິການ ແລະ ຜູ້ຊົມໃຊ້ທົ່ວໄປ ລ້ວນແຕ່ຂັດຂ້ອງຈົ່ມວ່າ, ວິພາກວິຈາກວ່າມີຄວາມຊັກຊ້າ, ມີຫຼາຍຂັ້ນຫຼາຍຂອດ.

ກອງປະຊຸມປີທີ່ຜ່ານມາ, ພວກເຮົາໄດ້ເວົ້າເຖິງການປັບປຸງຂັ້ນຕອນໃນການຂໍຕິດຕັ້ງ, ນໍາໃຊ້ກະແສໄຟຟ້າຢູ່ ສປປ ລາວ ມີເຖິງ 6 ຂັ້ນຕອນ ໃຊ້ເວລາທັງໝົດ 134 ວັນ ໂດຍເລີ່ມຈາກ:

1 ການຍື່ນໜັງສືສະເໜີການຂໍນໍາໃຊ້ໄຟຟ້າ ແລະ ລໍຖ້າການລົງກວດກາທາງດ້ານເຕັກນິກ 37 ວັນ

2 ລົງກວດກາທາງດ້ານເຕັກນິກ ເພື່ອກະກຽມຕິດຕັ້ງ 1 ວັນ

3 ລໍຖ້າເພື່ອກະກຽມຕິດຕັ້ງ ແລະ ຮັບຮອງການອອກແບບດ້ານເຕັກນິກ ແລະ ແຜນການຕິດຕັ້ງ 30 ວັນ

4 ລໍຖ້າການຕິດຕັ້ງໄຟຟ້າຈາກຜູ້ຮັບເໝົາຈົນສໍາເລັດ 60 ວັນ

5 ລໍຖ້າໝໍ້ນັບໄຟ 1 ວັນ

6 ລໍຖ້າຜົນການກວດສອບທາງດ້ານເຕັກນິກພາຍຫຼັງທີ່ຕິດຕັ້ງແລ້ວ ກ່ອນອະນຸຍາດເປີດນໍາໃຊ້ກະແສໄຟຟ້າ ແມ່ນ 7 ວັນ.

ສະພາບຄວາມຊັກຊ້າດັ່ງກ່າວໄດ້ກໍ່ໃຫ້ເກີດຄວາມຫຍຸ້ງຍາກ, ກາຍເປັນອຸປະສັກໃຫ້ແກ່ການຜະລິດ, ການລົງທຶນ, ການດໍາເນີນທຸລະກິດ ແລະ ການຊົມໃຊ້ທົ່ວໄປຢູ່ໃນສັງຄົມ, ເຮັດໃຫ້ເກີດມີຫາງສຽງຂັດຂ້ອງຈົ່ມວ່າຂອງຜູ້ໃຊ້ບໍລິການ ແລະ ກະທົບເຖິງບົດບາດການຄຸ້ມຄອງຂອງລັດພວກເຮົາເປັນຢ່າງຍິ່ງ.

ເຖິງວ່າໃນໄລຍະຜ່ານມາ ລັດວິສາຫະກິດໄຟຟ້າລາວ ແລະ ພາກສ່ວນກ່ຽວຂ້ອງ ຈະໄດ້ປັບປຸງແບບແຜນວິທີການໃຫ້ການບໍລິການໃຫ້ສັ້ນລົງ ຈາກ 6 ຂັ້ນຕອນມາເປັນ 3 ຂັ້ນຕອນ, ຈາກ 134 ວັນ ມາເປັນ 60 ວັນ ແຕ່ກໍຍັງເຫັນວ່າການຈັດຕັ້ງປະຕິບັດຊັກຊ້າ. ຍ້ອນສະພາບຄືແນວນັ້ນ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເອົາໃຈໃສ່ຊີ້ນໍາໃຫ້ລັດວິສາຫະກິດໄຟຟ້າລາວ ອອກຂໍ້ກໍານົດ ວ່າດ້ວຍການປັບປຸງຂັ້ນຕອນການບໍລິການຕິດຕັ້ງໄຟຟ້າ, ການກໍ່ສ້າງຕາຂ່າຍໄຟຟ້າ ແລະ ຕິດຕັ້ງໝໍ້ແປງໄຟຟ້າ ເຊິ່ງຂໍ້ກໍານົດດັ່ງກ່າວແມ່ນໃຫ້ຫຼຸດຂັ້ນຕອນການຕິດຕັ້ງໝໍ້ນັບໄຟ, ກໍ່ສ້າງຕາຂ່າຍໄຟຟ້າໃນລະດັບແຮງດັນ 22/0,4 ກວ ໃນທົ່ວປະເທດ ຄື: ໄດ້ຫຼຸດຂັ້ນຕອນການຕິດຕັ້ງໄຟຟ້າ ຈາກ 6 ຂັ້ນຕອນ ໃຫ້ເຫຼືອພຽງ 3 ຂັ້ນຕອນ ເຊັ່ນ:

ກໍລະນີ: ສະເໜີຕິດຕັ້ງໝໍ້ນັບໄຟ ໂດຍບໍ່ມີການກໍ່ສ້າງຕາຂ່າຍແມ່ນບໍ່ເກີນ 7 ວັນລັດຖະການ.

ກໍລະນີ: ສະເໜີຕິດຕັ້ງໝໍ້ນັບໄຟທີ່ມີການຕິດຕັ້ງໝໍ້ແປງ ແມ່ນບໍ່ເກີນ 15 ວັນລັດຖະການ.

ກໍລະນີ: ສະເໜີຕິດຕັ້ງໝໍ້ນັບໄຟທີ່ມີການກໍ່ສ້າງຕາຂ່າຍແຮງກາງ 22 KV, ລວງຍາວບໍ່ເກີນ 2 km, ຕິດຕັ້ງໝໍ້ແປງ ແລະ ກໍ່ສ້າງຕາຂ່າຍແຮງຕ່ຳ 0,4 kV ລວງຍາວບໍ່ເກີນ 500 m, ໃຊ້ເວລາລວມບໍ່ເກີນ 35 ວັນລັດຖະການ.

ນອກນັ້ນ, ຍັງໄດ້ເອົາໃຈໃສ່ປັບປຸງບາງຂອດບໍລິການຈໍານວນໜຶ່ງ ເພື່ອເຮັດໃຫ້ການບໍລິການວ່ອງໄວຂຶ້ນ. ໃນຂະນະດຽວກັນກໍໄດ້ການປັບຫຼຸດຂອດຂັ້ນໃນກິດຈະກໍາອື່ນໆ ກ່ຽວກັບການບໍລິການດ້ານໄຟຟ້າຢ່າງເປັນຮູບປະທໍາ ແລະ ຕິດຕາມ, ກວດກາມາດຕະຖານ – ການບໍລິການຂອງບໍລິສັດທີ່ໃຫ້ການບໍລິການຕິດຕັ້ງໄຟຟ້າຢ່າງເຂັ້ມງວດ, ຫາກພົບເຫັນການບໍລິການຊັກຊ້າ ບໍ່ໄດ້ມາດຕະຖານຈະດໍາເນີນມາດຕະການກ່າວເຕືອນ ແລະ ປະຕິບັດວິໄນ ໂດຍຍົກເລີກໃບອະນຸຍາດດໍາເນີນກິດຈະການຂອງບໍລິສັດດັ່ງກ່າວ.

ທ່ານລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຍັງຮຽກຮ້ອງມາຍັງຜູ້ເຂົ້າຮ່ວມຈົ່ງເອົາໃຈໃສ່ຄົ້ນຄວ້າ, ແລກປ່ຽນ ຄວາມເຫັນນໍາກັນໃຫ້ລະອຽດ, ກົງໄປກົງມາ ໂດຍສະເພາະກ່ຽວກັບການໃຫ້ການບໍລິການກ່ຽວກັບໄຟຟ້າ, ຕ້ອງຊອກໃຫ້ເຫັນ ສາເຫດ ວ່າແມ່ນຍ້ອນຫຍັງ

ຫຼັງຈາກນັ້ນກໍ່ພ້ອມກັນຕັ້ງບັນຫາວ່າ ເຮົາຈະແກ້ໄຂແນວໃດ ເພື່ອໃຫ້ສະພາບການດໍາເນີນທຸລະກິດການບໍລິການຕາມຄໍາສັ່ງ ເລກທີ 02/ນຍ ໂດຍສະເພາະແມ່ນການດໍາເນີນທຸລະກິດບໍລິການດ້ານໄຟຟ້າໃຫ້ດີຂຶ້ນ, ດຶງຕົວຊີ້ວັດທີ 3 ໃຫ້ຕໍ່າລົງມາ ຈົນສາມາດບຸກທະລຸໃຫ້ໄດ້ອັນດັບ 2 ໂຕເລກ ຕາມຄາດໝາຍທີ່ວາງໄວ້ໃນອະນາຄົດອັນໃກ້ນີ້ ເພື່ອສ້າງເງື່ອນໄຂໃຫ້ການເຂົ້າເຖິງການບໍລິການດ້ານພະລັງງານໄຟຟ້າໃຫ້ມີຄຸນນະພາບທີ່ສູງຂຶ້ນ.