ເງິນກີບອ່ອນຄ່າສິ່ງທ້າທາຍຂອງຮ້ານຂາຍຍ່ອຍ

158

ນັບແຕ່ປີ 2019 ເປັນຕົ້ນມາ ເງິນກີບອ່ອນຄ່າຢ່າງຕໍ່ເນື່ອງ ຮອດທ້າຍເດືອນມັງກອນ 2020 ເງິນກີບອ່ອນຄ່າ ຢູ່ທີ່ 298,04 ກີບຕໍ່ບາດ ແລະ 8.896 ກີບຕໍ່ໂດລາ ສ້າງຄວາມທ້າທາຍອັນໃຫຍ່ໃຫ້ກັບຜູ້ປະກອບການຮ້ານຄ້າຂາຍເຄື່ອງຍ່ອຍໃນລາວ ເພາະສິນຄ້າເກືອບທັງໝົດລ້ວນແຕ່ນຳເຂົ້າຈາກຕ່າງປະເທດ.

ແມ່ວຽງສຸກ ພົມມະຈັນ ຂາຍເຄື່ອງຍ່ອຍຢູ່ບ້ານສົມຫວັງໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ຂ້າພະເຈົ້າໄດ້ເປີດຮ້ານຂາຍເຄື່ອງຍ່ອຍ ມາແຕ່ປີ 1998 ເຊິ່ງມາຮອດປັດຈຸບັນກໍໄດ້ 20 ກວ່າປີແລ້ວ ທ່ານໄດ້ເລົ່າເຖິງສະພາບການຂາຍເຄື່ອງຍ່ອຍມາແຕ່ລະໄລຍະວ່າ ໄລຍະທີ່ຂາຍເຄື່ອງຍ່ອຍດີ ແລະ ຄຶກຄັກ ແມ່ນຢູ່ໃນປີ 2014 – 2016 ຖືວ່າໄລຍະນັ້ນແມ່ນຂາຍເຄື່ອງໄດ້ດີຫຼາຍ ອາດເນື່ອງຈາກສະພາບເສດຖະກິດໃນຕອນນັ້ນດີ, ມີຜູ້ຄົນອອກມາຈັບຈ່າຍໃຊ້ສອຍຫຼາຍ ແລະ ເລີ່ມມາປີ 2017 ຮອດ 2019 ສະພາບຂາຍເຄື່ອງແມ່ນຝືດເຄືອງຫຼາຍຂາຍເຄື່ອງຍາກ

ພາບປະກອບຂ່າວເທົ່ານັ້ນ

ໂດຍສະເພາະໃນປີ 2019 ຜ່ານມາ ຝືດເຄືອງອາດມາຈາກສະພາບເສດຖະກິດ ພໍ່ແມ່ປະຊາຊົນມີລາຍຮັບໜ້ອຍ, ສິນຄ້າເໜັງຕີງຂຶ້ນ, ມີຫ້າງຮ້ານສະດວກຊື້ເກີດຂຶ້ນຫຼາຍ ເຮັດໃຫ້ມີລູກຄ້າທີ່ເຂົ້າມາຊື້ເຄື່ອງໃນຮ້ານຫຼຸດລົງ ແລະ ສິ່ງທີ່ທ້າທາຍໜັກໜ່ວງທີ່ສຸດສຳລັບຮ້ານຂາຍຍ່ອຍຄືເງິນກີບອ່ອນຄ່າຫຼາຍເມື່ອທຽບໃສ່ເງິນບາດ ເຮັດໃຫ້ຜູ້ປະກອບການຮ້ານຂາຍຍ່ອຍ, ຜູ້ມີທຶນໜ້ອຍຢູ່ແລ້ວພົບກັບອຸປະສັກອັນໃຫຍ່ ຫຼວງ ເຊິ່ງຕ້ອງເຂົ້າໃຈວ່າຢູ່ໃນຮ້ານຄ້າຂາຍຍ່ອຍສິນຄ້າສ່ວນໃຫຍ່ແມ່ນນຳເຂົ້າຈາກປະເທດໄທ ບາງເທື່ອຈົນບໍ່ສາມາດວາງແຜນໄດ້ເລີຍວ່າຈະຂາຍສິນຄ້ານີ້ໃນລາຄາເທົ່າໃດ ເພາະຖ້າຂາຍແພງລູກຄ້າກໍຈະຕິວ່າຂຶ້ນລາຄາ.

ພາບປະກອບຂ່າວ

ສະນັ້ນ, ບາງສິນຄ້າຈຳເປັນຕ້ອງຫຼຸດກຳໄລລົງຈາກທີ່ມີກຳໄລຢ່າງລະ 1.000 ກີບ ກໍຫຼຸດລົງມາເປັນ 800 ຫຼື 500 ກີບຕໍ່ອັນ ເມື່ອຂາຍສິນຄ້າໝົດໄປກໍຊື້ໃໝ່ ແຕ່ອັດຕາແລກບໍ່ຄືເກົ່າ ເຮັດໃຫ້ຕ້ອງໄດ້ຈ່າຍເງິນຄ່າສິນຄ້າ ຫຼື ມີຕົ້ນທຶນຫຼາຍຂຶ້ນ ແຕ່ພັດໄດ້ສິນຄ້າໜ້ອຍລົງ.

ພາບປະກອບຂ່າວ

ເອື້ອຍສອນ ກໍເປັນໜຶ່ງໃນຜູ້ປະກອບການຮ້ານຂາຍເຄື່ອງຍ່ອຍຢູ່ບ້ານສົມຫວັງ ເມືອງຫາດຊາຍຟອງ ໃຫ້ຮູ້ວ່າ: ການເກີດຂຶ້ນຂອງບັນດາຮ້ານສະດວກຊື້ຕ່າງໆ ແທ້ຈິງແລ້ວກໍບໍ່ໄດ້ກະທົບຕໍ່ການຂາຍຂອງຮ້ານຂາຍຍ່ອຍພໍປານໃດ ເພາະວ່າການຂາຍເຄື່ອງນັ້ນແມ່ນມີລູກຄ້າໃຜລູກຄ້າມັນ ແຕ່ສິ່ງທີ່ກະທົບແທ້ໃນປັດຈຸບັນຄືການອ່ອນຄ່າຂອງເງິນກີບ ໂຕນີ້ຖືວ່າກະທົບຫຼາຍ ບວກກັບສະພາບເສດຖະກິດເຮັດໃຫ້ພຶດຕິກຳຂອງລູກຄ້າປ່ຽນໄປ, ມີລະບຽບໃນການຈັບຈ່າຍ, ເລືອກຊື້ແຕ່ສິນຄ້າຈຳເປັນ ເຮັດໃຫ້ຍອດຂາຍຫຼຸດລົງຫຼາຍ ຖ້າທຽບໃສ່ 3 – 4 ປີກ່ອນ ຈາກທີ່ເຄີຍຂາຍໄດ້ມື້ລະ 4 – 5 ລ້ານກີບ ປັດຈຸບັນໄດ້ພຽງ 1 ລ້ານ ກວ່າກີບ ຫຼື ບາງມື້ບໍ່ຮອດລ້ານກີບ.

ພາບປະກອບຂ່າວ

ດ້ານ ແມ່ວອນ ເຈົ້າຂອງຮ້ານຂາຍເຄື່ອງຍ່ອຍ ທີ່ບ້ານສົມສະໜຸກ ເມືອງຫາດຊາຍຟອງ ໃຫ້ຮູ້ວ່າ: ຕົນເອງຫາກໍເປີດຮ້ານມາໄດ້ພຽງ 5 ເດືອນ ໂດຍການລົງທຶນ ປະມານ 200 ລ້ານກີບ ພໍດີເປີດມາພົບໄລຍະເງິນກີບອ່ອນຄ່າຫຼາຍທຽບກັບເງິນບາດ ຈະຢຸດກໍບໍ່ໄດ້ເພາະໄດ້ເຊົ່າ ແລະ ແປງຮ້ານແລ້ວ. ພາຍຫຼັງເປີດມາກໍຍັງບໍ່ເຫັນທຶນຮອນເທື່ອ ຂາຍຫຍັງກໍຍັງບໍ່ທັນເຫັນກໍາໄລ

ເພາະດັ່ງທີ່ຮູ້ກັນແລ້ວວ່າຂາຍເຄື່ອງຍ່ອຍມີກໍາໄລພຽງເລັກໜ້ອຍ ແຕ່ອາໄສໄດ້ຂາຍຫຼາຍ, ຂາຍດີ ຈຶ່ງຈະພໍມີກຳໄລ ແລ້ວມາຖືກໄລຍະນີ້ບໍ່ຮູ້ຈັກຈະວາງແຜນແນວໃດເລີຍ; ສັ່ງເຄື່ອງບາງຄັ້ງລາຄາກໍຈະມີການປັບຂຶ້ນ ແລະ ໄດ້ຮັບແຈ້ງຈາກບໍລິສັດສົ່ງ ຍ້ອນເງິນບາດປັບຂຶ້ນທຽບກັບເງິນກີບ. ທັງນີ້, ຍັງໃຫ້ຮູ້ວ່າການເພີ່ມຂຶ້ນຂອງບັນດາຮ້ານສະດວກຊື້ແມ່ນບໍ່ມີຜົນກະທົບຫຍັງໃຫ້ແກ່ການຂາຍຂອງຮ້ານເຮົາ ເນື່ອງຈາກຢູ່ໄກກັນ ແລະ ຖ້າຕັ້ງຢູ່ໃກ້ຄຽງອາດຈະມີຜົນກະທົບຕໍ່ການຂາຍໄດ້.

ຂ່າວ: ສັນຕິ