ຕັ້ງຄະນະສະເພາະກິດ ພ້ອມກຳນົດ 8 ມາດຕະການປ້ອງກັນໄວຣັສໂຄໂຣນາ

235

ລັດຖະບານ ໄດ້ອອກແຈ້ງການແຕ່ງຕັ້ງຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ ( ໄວຣັສ ໂຄໂຣນາ ) ພ້ອມກຳນົດ 8 ມາດຕະການໃນການຮັບມື. ສ່ວນນັກສຶກສາລາວທີ່ຍັງຢູ່ເມືອງອູຫັ້ນ ສະຖານທູດລາວທີ່ປັກກິ່ງຢັ້ງຢືນທຸກຄົນປອດໄພດີ ແລະ ໄດ້ຮັບການເບິ່ງແຍງຢ່າງດີຈາກການຈັດຕັ້ງ.

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການສະບັບເລກທີ 98/ຫສນຍ ລົງວັນທີ 27 ມັງກອນ 2020 ວ່າດ້ວຍທິດຊີ້ນໍາກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ ( ໄວຣັສ ໂຄໂຣນາ ) ໂດຍໄດ້ແຕ່ງຕັ້ງ ທ່ານ ສົມດີ ດວງດີ ເປັນຫົວໜ້າຄະນະສະເພາະກິດ ແລະ ໃຫ້ຄະນະກຳມະການກັນ ແລະ ຄວບຄຸມພະຍາດຕິດຕໍ່ລະດັບຊາດ ເປັນຄະນະຊ່ວຍວຽກເພື່ອປະສານກັບຂະແໜງການ ແລະ ທ້ອງຖິ່ນ ໃນການປະເມີນຜົນກະທົບຂອງພະຍາດຕໍ່ປະເທດເຮົາ.

ພ້ອມທັງກຳນົດມາດຕະການໃນການຮັບມືແຕ່ລະດ້ານໃຫ້ລະອຽດ ແລະ ຮັດກຸມ ເຊັ່ນ:

1 ກວດກາຈຸດທີ່ມີຄວາມສ່ຽງ ( ຊາຍແດນ, ສະໜາມບິນ, ສະຖານີລົດໂດຍສານ, ໂຮງໝໍ, ຕະຫຼາດ.

2 ກະກຽມຈຸດບໍລິການສາທາລະນະສຸກໃນທົ່ວປະເທດ.

3 ໂຄສະນາເຜີຍແຜ່ ແລະ ໃຫ້ຂໍ້ມູນ – ຂ່າວສານກ່ຽວກັບວິທີການປ້ອງກັນຜ່ານສື່ຕ່າງໆໃຫ້ແກ່ສັງຄົມຢ່າງກວ້າງຂວາງ.

4 ແຈ້ງເຕືອນໃຫ້ປະຊາຊົນ ກ່ຽວກັບການອຸປະໂພກ ແລະ ບໍລິໂພກທີ່ຂາດອະນາໄມ.

ພາບປະກອບຂ່າວ

5 ເກັບກຳສະຖິຕິ ແລະ ຕິດຕາມກວດສຸຂະພາບຜູ້ເດີນທາງ.

6 ຄວບຄຸມລາຄາອຸປະກອນຮັບໃຊ້ສຳລັບປ້ອງກັນພະຍາດ.

7 ຄົ້ນຄວ້າ ແລະ ວາງແຜນເພື່ອກະກຽມແກ້ໄຂຜົນກະທົບທີ່ອາດເກີດຂຶ້ນ.

8 ກະກຽມງົບປະມານຈາກບ້ວງເງິນແຮລັດຖະບານ ເພື່ອນຳໃຊ້ເຂົ້າໃນວຽກງານທີ່ຈຳເປັນ.

ພາບປະກອບຂ່າວ

ນອກນັ້ນ, ໃຫ້ທ່ານລັດຖະມົນຕີ ກະຊວງສາທາລະນະສຸກ, ຫົວໜ້າຄະນະກຳມະການກັນ ແລະ ຄວບຄຸມພະຍາດຕິດຕໍ່ລະດັບຊາດ ສືບຕໍ່ດຳເນີນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂບັນຫາພະຍາດປອດອັກເສບໂຄໂຣນາຢ່າງໃກ້ຊິດ ແລະ ລາຍງານສະພາບການໃຫ້ລັດຖະບານເປັນປົກກະຕິທຸກວັນ. ພ້ອມທັງ ໃຫ້ສ້າງຕັ້ງ ແລະ ແຈ້ງຈຸດປະສານງານຂອງຄະນະໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ເພື່ອແຈ້ງສະພາບການ ແລະ ແຈ້ງຂ່າວ ແລະ ການຂໍການສະໜັບສະໜູນ, ຮ່ວມມືຊ່ວຍເຫຼືອຈາກພາກສ່ວນຕ່າງໆ ແລະ ສັງຄົມ ແລະ ໃຫ້ກະຊວງການຕ່າງປະເທດເປັນເຈົ້າການໃນການປະສານງານ ແລະ ແລກປ່ຽນຂໍ້ມູນ – ຂ່າວສານກັບບັນດາປະເທດເພື່ອນມິດ ແລະ ອົງການອະນາໄມໂລກຢ່າງໃກ້ຊິດ ເພື່ອຕິດຕາມທ່າອ່ຽງຂອງການລະບາດ.

ໃນຂະນະດຽວກັນ, ສະຖານເອກອັກຄະລັດຖະທູດລາວ ປະຈຳ ສປ ຈີນ ກໍໄດ້ອອກແຈ້ງການ ເລກທີ46/ສລຈ.ຫກ ລົງວັນທີ 27 ມັງກອນ 2020 ເພື່ອລາຍງານສະພາບການຂອງນັກສຶກສາລາວ ທີ່ບໍ່ໄດ້ກັບປະເທດໃນໄລຍະພັກເທດສະການກຸດຈີນ ພ້ອມຢືນຢືນວ່ານັກສຶກສາທຸກຄົນປອດໄພດີ. ສະເພາະໃນເມືອງອູຫັ້ນ ປັດຈຸບັນມີນັກສຶກສາລາວ 49 ຄົນ ຍິງ 20 ຄົນ ທີ່ຂຶ້ນກັບການຄຸ້ມຄອງຂອງສະຖານກົງສຸນໃຫຍ່ ຊ່າງຊາ ແມ່ນມີຄວາມປອດໄພທຸກຢ່າງ ເຊິ່ງບັນດານັກສຶກສາລາວທີ່ຢູ່ໃນອູຫັ້ນ ແລະ ແຂວງອື່ນໆ ໄດ້ຮັບ ຄວາມເອົາໃຈໃສ່ຈາກອົງການຈັດຕັ້ງກໍຄືໂຮງຮຽນເປັນຢ່າງດີ.

ທ່ານ ດຣ. ສຸລິຍາ ວິໄລທອງ ຫົວໜ້າທີມແພດປະຈຳສະໜາມບິນສາກົນວັດໄຕ ໃຫ້ສຳພາດໃນວັນທີ 27 ມັງກອນ 2020 ວ່າ: ຜູ້ໂດຍສານທີ່ມາຈາກເຂດມີ ຄວາມສ່ຽງ ແມ່ນໄດ້ຮັບພິຈາລະນາພິເສດ, ແຕ່ສຳລັບສາຍການບິນໂດຍກົງຈາກຈີນ ສ່ວນ ໃຫຍ່ບໍ່ຢູ່ໃນເຂດທີ່ມີການລະບາດ, ໃນກໍລະນີພົບຜູ້ສົງໄສ ທີມແພດໄດ້ກະກຽມຫ້ອງແຍກດ່ຽວ ເພື່ອສອບຖາມປະຫວັດຄົນເຈັບ. ຫຼັງຈາກນັ້ນ, ກໍຈະສົ່ງໂຮງໝໍໂດຍລົດຮັບສົ່ງຄົນເຈັບສະເພາະ ໂດຍບໍ່ຜ່ານທາງດ່ານກວດຄົນເຂົ້າເມືອງ. ຖ້າຫາກພົບຜູ້ຕິດເຊື້ອພະຍາດດັ່ງກ່າວ ກໍຈະສົ່ງກັບຄືນປະເທດພ້ອມສາຍການບິນດັ່ງກ່າວເລີຍ.

ສ່ວນສະຖານະການຫຼ້າສຸດອີງຕາມຂໍ້ມູນຂອງສຳນັກຂ່າວ ຊິນຫົວ ເປີດເຜີຍໃນວັນທີ 28 ມັງກອນ ຜ່ານມາວ່າ: ຕົວເລກຜູ້ຕິດເຊື້ອພະຍາດໄວຣັສ ໂຄໂຣນາ ຮອດວັນທີ 27 ມັງກອນ ມີ 4.515 ຄົນ. ໃນນັ້ນ, ເສຍຊີວິດແລ້ວ 106 ຄົນ ແລະ ອີກ 976 ຄົນ ຢູ່ໃນຂັ້ນວິກິດ.

ຂ່າວ: ກາວຊົ່ງ

ພາບບາງສ່ວນຈາກ: ປະເທດລາວ