ຮູ້ຈັກຂັ້ນຕອນ ການຂໍອະນຸຍາດດຳເນີນທຸລະກິດຊອບແວໃນລາວ

98

ຍຸກນີ້ເປັນໂອກາດຂອງຄົນລຸ້ນໃໝ່ຫົວຄິດທັນສະໄໝ ໄອທີຄືຄວາມຫວັງໜຶ່ງໃນການຫາເງິນ ເພື່ອລ້ຽງຊີວິດ ໂດຍສະເພາະຜູ້ທີ່ຮຽນຈົບສາຍໄອທີມາ ສະນັ້ນຜູ້ໃດຢາກເປີດຮ້ານເປັນຂອງໂຕເອງ ຕ້ອງຮູ້ ຂັ້ນຕອນການຂໍອະນຸຍາດສ້າງຕັ້ງທຸລະກິດຊອບແວ ພ້ອມທັງເງື່ອນໄຂໃນການພິຈາລະນາອອກໃບອະນຸຍາດ, ການພິຈາລະນາອອກໃບອະນຸຍາດ, ການຕໍ່, ປ່ຽນແປງ, ໂຈະ ຫຼື ຍຸບເລີກ, ຂອບເຂດການດຳເນີນທຸລະກິດ ທີ່ໄດ້ລະບຸໄວ້ໃນຂໍ້ຕົກລົງວ່າດ້ວຍການດໍາເນີນທຸລະກິດຊອບແວ ແລະ ສູນຂໍ້ມູນຂ່າວສານຜ່ານອິນເຕີເນັດ ເລກທີ 20 ມັງກອນ 2017 ເຊິ່ງໃນມາດຕາ 7, 8, 9, 10, 11 ແລະ 12 ດັ່ງນີ້:

ພາບປະກອບຂ່າວ

ມາດຕາ 7: ການຂໍອະນຸຍາດ ນິຕິບຸກຄົນ ທີ່ມີຈຸດປະສົງດຳເນີນທຸລະກິດຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ຕ້ອງຂໍໃບອະນຸຍາດດຳເນີນທຸລະກິດ ນໍາຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ມາດຕາ 8: ເງື່ອນໄຂພິຈາລະນາອອກໃບອະນຸຍາດ ການພິຈາລະນາອອກໃບອະນຸຍາດໃນການດຳເນີນທຸລະກິດຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດຕ້ອງມີເງື່ອນໄຂດັ່ງນີ້: ມີວິຊາການທີ່ກ່ຽວຂ້ອງ ກັບປະເພດຂອງການບໍລິການ; ມີສະຖານທີ່ຕັ້ງເໝາະສົມ; ບໍ່ຢູ່ໃນຊ່ວງໄລຍະທີ່ຖືກອາຍັດຊັບສິນ, ບໍ່ຢູ່ໃນຂະບວນການລົ້ມລະລາຍ ຫຼື ຖືກສານຕັດສິນເປັນຜູ້ລົ້ມລະລາຍຕາມກົດໝາຍຂອງ ສປປ ລາວ ແລະ ຕ້ອງປະກອບເອກະສານ ຕາມກໍານົດໃນເອກະສານຊ້ອນທ້າຍ.

ພາບປະກອບຂ່າວ

ມາດຕາ 9: ການພິຈາລະນາອອກໃບອະນຸຍາດ ການຄົ້ນຄວ້າ, ພິຈາລະນາ ອອກໃບອະນຸຍາດ ຕ້ອງສຳເລັດພາຍໃນກຳນົດເວລາ 10 ວັນລັດຖະການ ນັບແຕ່ວັນທີ ໄດ້ຮັບຄໍາຮ້ອງເປັນຕົ້ນໄປ. ໃນກໍລະນີເອກະສານ ບໍ່ຖືກຕ້ອງ, ບໍ່ຄົບຖ້ວນ ຫຼື ບໍ່ມີເງື່ອນໄຂໄດ້ຮັບອະນຸຍາດ ຕ້ອງແຈ້ງໃຫ້ຜູ້ຂໍອະນຸຍາດຮັບຊາບ ພາຍໃນກຳນົດເວລາ 5 ວັນລັດຖະການ.

ພາບປະກອບຂ່າວ

ມາດຕາ 10 ການຕໍ່, ປ່ຽນແປງ, ໂຈະ ຫຼື ຍຸບເລີກ ການຕໍ່ໃບອະນຸຍາດປະເພດການດໍາເນີນທຸລະກິດຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ຕ້ອງປະກອບເອກະສານທີ່ລະບຸໄວ້ໃນເອກະສານຊ້ອນທ້າຍ ແລະ ຍື່ນໃບຄຳຮ້ອງຂໍຕໍ່ ກ່ອນວັນໝົດອາຍຸ ຢ່າງໜ້ອຍ 30 ວັນ ເຊິ່ງອົງການຄຸ້ມຄອງ ແລະ ກວດກາ ຈະໃຊ້ເວລາພິຈາລະນາພາຍໃນ 5 ວັນລັດຖະການ. ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຈຸດປະສົງ ຂໍປ່ຽນເນື້ອໃນໃບອະນຸຍາດ, ໂຈະ ຫຼື ຍຸບເລີກ ການດຳເນີນທຸລະກິດຂອງຕົນ ຕ້ອງໄດ້ຮັບອະນຸຍາດຈາກຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໂດຍສະເໜີ ແລະ ປະກອບເອກະສານ ເພື່ອຊີ້ແຈງເຫດຜົນ.

ພາບປະກອບຂ່າວ

ມາດຕາ 11: ຂອບເຂດການດຳເນີນທຸລະກິດ ໃບອະນຸຍາດປະເພດການດໍາເນີນທຸລະກິດ ການໃຫ້ບໍລິການຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ສາມາດນໍາໃຊ້ໄດ້ໃນຂອບເຂດທີ່ກຳນົດໃນໃບອະນຸຍາດເທົ່ານັ້ນ ແລະ ມີອາຍຸການນຳໃຊ້ ໜຶ່ງປີ ນັບແຕ່ວັນທີອອກໃບອະນຸຍາດເປັນຕົ້ນໄປ.

ມາດຕາ 12 ຄ່າທໍານຽມ ແລະ ຄ່າບໍລິການ ໃນການຂໍອະນຸຍາດການດໍາເນີນທຸລະກິດຊອບແວ ແລະ ສູນບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ ແມ່ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະ ກ່ຽວກັບຄ່າທຳນຽມ ແລະ ຄ່າບໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ.

ຂໍ້ມູນ: ຂໍ້ຕົກລົງວ່າດ້ວຍການດຳເນີນທຸລະກິດຊອບແວ ແລະ ສູນຂໍ້ມູນຂ່າວສານຜ່ານອິນເຕີເນັດ