ປ່າ​ໄມ້​ເຂດ​ຫວງ​ຫ້າມ​ເມືອງ​ທ່າ​ແຕງ​ຖືກ​ບຸກ​ລຸກ 115ກວ່າ​ເຮັກ​ຕາ

226

ໃນປີຜ່ານມາປ່າ​ໄມ້​ເຂດ​ຫວງ​ຫ້າມ​ໃນເມືອງ​ທ່າ​ແຕງຖືກ​ບຸກ​ລຸກ 115,96ເຮັກ​ຕາ ໃນ​ນີ້ ບຸກລຸກເຂດປ່າປ້ອງກັນຫວ້ຍໂລ(ພູທຶງ)ປ່າປ້ອງກັນແຫ່ງຊາດລວມເນື້ອທີ່ທັງໝົດ15,1ເຮັກຕາ, ປ່າປ້ອງກັນຫົວນ້ຳເຊໂດນ( ປ່າປ້ອງກັນລະດັບແຂວງ) ເນື້້ອທີ່ປະມານ 8,96ເຮັກຕາ, ເຂດປ່າປ້ອງກັນແຫຼ່ງນ້ຳພູຈວມ( ປ່າປ້ອງກັນລະດັບຊາດ )ຖືກບຸກລຸກເນື່ອທີ່ປະມານ91,9ແຮັກຕາ.​

ຫ້ອງການກະ​ສິກຳ ແລະ ປ່າໄມ້ເມືອງທ່າແຕງ ແຂວງ ເຊກອງ ໄດ້ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການບຸກທຳລາຍຊັບພະຍາກອນປ່າໄມ້ໃນຂອບເຂດເມືອງທ່າແຕງໃນຕອນເຊົ້າວັນທີ 27 ມັງກອນ 2020, ໂດຍການເປັນປະທານຂອງທ່ານ ລົດແກ້ວ ເພັງພູນສະຫວັດ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ ທ່າແຕງ,ມີຫົວໜ້າຫ້ອງການ,ຮອງຫ້ອງການພະນັກງານວິຊາການ ແລະ ຫົວໜ້າເຂດຈຸດສຸມພັດທະນາເຂົ້າຮ່ວມ.

ທ່ານ ຄຳພາ ຈັນທະວົງ ຫົວໜ້າໜ່ວຍງານກວດກາປ່າໄມ້ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດການຕ້ານ ແລະ ສະກັັ້ນການບຸກລຸກທຳລາຍຊັບພະຍາກອນປ່າໄມ້ໃນປີຜ່ານມາ ແລະ ຜ່ານແຜນດຳເນີນງານການຈັດຕັ້ງປະຕິບັດ ຄຳສັ່ງສະບັບເລກທີ 15/ນຍ, ລົງວັນທີ 13ພຶດສະພາ 2016ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດແລະ ກວດກາຄຸ້ມຄອງການຂຸດຄົ້ນໄມ້, ເຄື່ອນຍ້າຍ ແລະ ທຸລະກິດໄມ້, ຂໍ້ຕົກລົງຂອງເຈົ້າເມືອງ ເມືອງທ່າແຕງ ສະບັບເລກທີ42/ຈມ ລົງວັນທີ 19 ກຸມພາ 2018ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການສະເພາະກິດຊຸກຍູ້, ຕິດຕາມ ແລະ ກວດກາການຈັດຕັ້ງການປະຕິບັດ ຄຳສັ່ງ ເລກທີ 15/ນຍ.

ເຊິ່ງເມືອງທ່າແຕງມີທ່າແຮງທາງດ້ານເສດຖະກິດຂອງແຂວງມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ແລະ ຊີວະນາໆພັນ, ມີເນື້ອທີ່ເໝາະສົມແກ່ການປູກຝັງ ແລະ ລ້ຽງສັດ ມີເນື້ອທີ່ທັງໝົດ70,338ເຮັກຕາ ປະກອບມີ47 ບ້ານ ແລະ ແບ່ງອອກເປັນ6 ເຂດຈຸດສຸມພັດທະນາ.

ໃນນັ້ນມີເນື້ອທີ່ປ່າໄມ້ທັງໝົດ 25,902ເຮັກຕາກວມເອົາ 36,8% ຂອງເນື້ອທີ່ທົ່ວເມືອງ ໃນປີຜ່ານມາສາມາດພົບເຫັນບຸກຄົນທໍາການບຸກລຸກເຂດປ່າຫວງຫາ້ມຂອງເມືອງທ່າແຕງ, ບຸກລຸກເຂດປ່າປ້ອງກັນຫວ້ຍໂລ(ພູທຶງ)ປ່າປ້ອງກັນແຫ່ງຊາດລວມເນື້ອທີ່ທັງໝົດ 15,1ເຮັກຕາ, ປ່າປ້ອງກັນຫົວນ້ຳເຊໂດນ( ປ່າປ້ອງກັນລະດັບແຂວງ) ເນື້ອທີ່ປະມານ 8,96ເຮັກຕາ, ເຂດປ່າປ້ອງກັນແຫຼ່ງນ້ຳພູຈວມ( ປ່າປ້ອງກັນລະດັບຊາດ )ຖືກບຸກລຸກເນື້ອທີ່ປະມານ91,9ແຮັກຕາ.

ຈາກນັ້ນ ກອງປະຊຸມກໍ່ໄດ້ມີຄຳເຫັນຢ່າງກົງໄປກົງມາ ໂດຍເນັ້ນໃຫ້ພາກສວ່ນທີ່ກ່ຽວຂອ້ງເປັນເຈົ້າການ ຈັດຕັ້ງປະຕິບັດຕາມພາລະບົດບາດຂອງ

ຕົນຢ່າງເຂັ້ມງວດ ກວດເຂັ້ມ ເພື່ອຕ້ານ ແລະ ສະກັດກັ້ນ ປ​າກົດການບຸກທຳລາຍຊັບພະຍາກອນປ່າໄມ້ເຂດເມືອງ ທ່າແຕງໃຫ້ຫຼຸດລົງເທື່ອລະກ້າວ.

​ຂໍ້​ມູ​ນ​ຈາກ: ຂ່າວ​ເມືອງ​ທ່າ​ແຕງ

ພາບ-ຂ່າວ ໂດຍ : ລັດຕະນາ ຄຳສົມພູ