ຊົມເຊີຍ! ເມືອງຄູນຄຳສາມາດບັນລຸລາຍຮັບ 14 ລ້ານກວ່າກີບຕໍ່ຄົນຕໍ່ປີ

216
DCIM100MEDIADJI_0076.JPG

ຕະຫຼອດໄລຍະ 5 ປີຜ່ານມາ, ເສດຖະກິດເມືອງຄູນຄຳ ແຂວງ ຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 6,56%/ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ 347 ຕື້ກີບ, ສະເລ່ຍລາຍຮັບ 14 ລ້ານກວ່າກີບຕໍ່ຄົນ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນພາຍໃນເມືອງດີຂຶ້ນເທື່ອລະກ້າວ.

ກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກເມືອງຄູນຄຳ ແຂວງ ຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 28 ມັງກອນ 2020 ນີ້ຢູ່ສະໂມສອນຂອງເມືອງດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ຄໍາໝັ້ນ ສໍປະເສີດ ເຈົ້າເມືອງໆຄູນຄຳ, ເປັນກຽດເຂົ້າຮ່ວມມີ ທ່ານ ພົມມາ ພັນທະລັງສີ ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາສະຫາຍກຳມະການຊຸກຍູ້ກອງປະຊຸມຂັ້ັນເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນທີ່ປະຊຸມ, ທ່ານ ຄໍາໝັ້ນ ສໍປະເສີດ ກ່າວວ່າ: ໄລຍະ 5 ປີຜ່ານມາ ຄະນະພັກເມືອງໄດ້ເອົາໃຈໃສ່ຊີ້ນຳ-ນຳພາຈັດຕັ້ງຜັນຂະຫຍາຍເນື້ອໃນຄາດໝາຍສູ້ຊົນທີ່ວາງໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກເມືອງເຂົ້າໃນຈຸດພິເສດ ແລະ ເງື່ອນໄຂຕົວຈິງຢ່າງສອດຄ່ອງ, ສັງຄົມມີຄວາມປອດໄພ ບ້ານມີຄວາມໜັກແໜ້ນເຂັ້ມແຂງ, ວັດທະນະທໍາ-ສັງຄົມ ໄດ້ຮັບການປັບປຸງຢ່າງຕັ້ງໜ້າ ເຊິ່ງສ້າງເງື່ອນໄຂໃຫ້ປະຊາຊົນຊາວເມືອງຄູນຄຳມີຊີວິດການເປັນຢູ່ທີ່ດີຂຶ້ນເທື່ອລະກ້າວ.

ທັງນີ້, ໄດ້ສ້າງເງື່ອນໄຂ ແລະ ເອື້ອອຳນວຍໃຫ້ເສດຖະກິດເມືອງຄູນຄໍາ ໃນໄລຍະ 5 ປີ ຜ່ານມາ ຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 6,56%/ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ 347 ຕື້ກີບ, ສະເລ່ຍລາຍຮັບ 14 ລ້ານກວ່າກີບ/ຄົນ/ປີ.

ທີ່ມາ: ສຳນັກງານປົກຄອງແຂວງຄຳມ່ວນ