ປະຊາຊົນເມືອງສຸຂຸມາໄດ້ຮັບການກວດສຸຂະພາບພ້ອມທັງຮຽນຮູ້ວິທີຄວບຄຸມພະຍາດໄຂ້ຍຸງລາຍ

152

ໃນວັນທີ28 ມັງກອນ 2020 ທີ່ສຸກສາລາໜອງພັນວົງ ເມືອງສຸຂຸມາ ໄດ້ຈັດຂະບວນການວັນສົ່ງເສີມສຸຂະພາບແມ່ ແລະ ເດັກ ແລະ ຂະບວນການທຳລາຍແຫລ່ງເພາະພັນໜອນນໍ້າຍຸງລາຍ ເຂົ້າຮ່ວມໂດຍທ່ານ ນາງ ຄ່າຍແກ້ວ ສີງຫາວົງ ຮອງເຈົ້າເມືອງສຸຂຸມາທັງເປັນຜູ້ຊີ້ນໍາວຽກງານວັດທະນະທຳສັງຄົມ, ທ່ານ ດຣ ວຽງສີ ສຸພັກດີ ຄະນະພັກຮາກຖານ, ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ມີທ່ານຫົວໜ້າຫ້ອງການ, ຄະນະຫ້ອງສາທາລະນະສຸກເມືອງສຸຂຸມາ ພ້ອມດ້ວຍພະນັກງານວິຊາການ, ພາກສ່ວນທີ່ກ່ຽວຂ້ອງ ແລະ ທ່ານຫົວໜ້າກຸ່ມບ້ານຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ກິດຈະກຳຄັ້ງນີ້, ໄດ້ໃຫ້ການບໍລິການເຊື່ອມສານຄົບຊຸດເຊັ່ນ: ການໃຫ້ຂໍ້ມູນຂ່າວສານວຽກງານສາທາລະນະສູກ ໃຫ້ວັກຊີນປ້ອງກັນພະຍາດໃຫ້ແກ່ເດັກນ້ອຍເປົ້າໝາຍລຸ່ມ 1 ປີ, ໃຫ້ຄຳປຶກສາແກ່ແມ່ຍີງຖືພາພ້ອມທັງໃຫ້ການບໍລິການກວດທ້ອງ, ໃຫ້ທາດເຫຼັກແກ່ແມ່ຍີງໄວຈະເລີນພັນ, ກວດແມ່ຫຼັງເກີດ, ການວາງແຜນຄອບຄົວ, ການແຈກຢາຍວິຕາມິນອາ ແລະ ຢາຂ້າແມ່ທ້ອງແກ່ເດັກເປົ້າໝາຍ ພ້ອມນີ້, ກໍ່ໄດ້ປຸງແຕ່ງເຂົ້າປຽກໃຫ້ແກ່ເດັກນ້ອຍ ພ້ອມທັງສາທິດ ແລະ ໃຫ້ການແນະນໍາແກ່ຜູ້ປົກຄອງເດັກກ່ຽວກັບການກິນອາຫານ ເພື່ອສຸຂະພາບທີ່ດີ.

ນອກນີ້ທີມງານຍັງໄດ້ລົງສຳຫຼວດລັດສະນີໝາຍໜອນນໍ້າຍູງລາຍຂອງແຕ່ລະຄົວເຮືອນໃຫ້ຄຳແນະນຳໃນການຄວບຄຸມພະຍາດໄຂ້ຍູງລາຍແຕ່ຫົວທີໃຫ້ແຕ່ລະຄອບຄົວ ຈັດຕັ້ງປະຕິບັດເປັນຂະບວນການ ຢ່າງປົກກະຕິ ແລະ ມອບຄວາມຮັບພິດຊອບໃຫ້ຄອບຄົວເປັນເຈົ້າການຕໍ່ໄປ.

ຈາກ: ສຸຂະສຶກສາແຂວງຈຳປາສັກ