ມາສເຕີ 7 – SVAY RIENG ຫວັງສ້າງປະຫວັດສາດເຂົ້າຮອບແບ່ງກຸ່ມ ເອເອັຟຊີ ຄັບ 2020 ມື້ອື່ນຮູ້ຜົນ

88

ຫຼັງຈາກທີ່ນັດທໍາອິດ ມາສເຕີ 7 ເອັຟຊີ ຮອງແຊັມລີກສູງສຸດຂອງ ສປປ ລາວ ບຸກໄປເສຍໃຫ້ກັບ PREAH KHAN REACH SVAY RIENG FC ແຊັມລີກສູງສຸດຂອງປະເທດກໍາປູເຈຍ 2019 ໄປຂາດລອຍ 1-4 ໃນອາທິດທີ່ຜ່ານມາ.

ຫຼ້າສຸດໃນມື້ນີ້ວັນທີ 28 ມັງກອນ 2020 ໄດ້ມີພິທີຖະແຫຼງຂ່າວຄວາມພ້ອມ ກ່ອນການແຂ່ງຂັນທີ່ສະຫະພັນບານເຕະແຫ່ງຊາດລາວ ເພື່ອລາຍການຄວາມພ້ອມ ກ່ອນແຂ່ງຕົວຈິງໃນວັນທີ 29 ມັງກອນ 2020 ເວລາ 17:00 ໂມງ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ ເພື່ອຕັດສິນເຂົ້າຮອບຈາກ 2 ນັດ.

ທ່ານ DINU CATALIN-MIHAI ຫົວໜ້າຄູຝຶກຊາວຣູມານີຂອງ ມາສເຕີ 7 ເອັຟຊີ ກ່າວໃນພິທີຖະແຫຼງການຄວາມພ້ອມ ວ່າ: ການກຽມທີມຂອງພວກເຮົາມີເວລາສັ້ນ ແລະ ເກີດຄວາມຜິດພາດໃນທີມ ກໍ່ໃຫ້ເກີດການເສຍປະຕູໄປຢ່າງງ່າຍດາຍ ເຮັດໃຫ້ພວກເຮົາເສຍນັດທໍາອິດ. ຢ່າງໃດກໍຕາມ ນັດທີ 2 ຈະເປັນນັດທີ່ມ່ວນ ແລະ ຫວັງຊະນະໄດ້ ເພື່ອລຸ້ນສ້າງປະຫວັດສາດໄປຫຼິ້ນຮອບແບ່ງກຸ່ມໃນລາຍການດັ່ງກ່າວໃຫ້ໄດ້.

ຂະນະທີ່ ທ່ານ CONOR NESTOR ຫົວໜ້າຄູຝຶກຊາວອີລັງເດີ ( IRELAND ) ຂອງທີມຈາກກໍາປູເຈຍ ລາຍງານວ່າ: ພວກເຮົາສາມາດເອົາຊະນະ ມາສເຕີ 7 ເອັຟຊີ ໄດ້ນັ້ນແມ່ນນັກເຕະຂອງທີມສາມາດງັດຟອມອອກມາໄດ້ຕາມທີ່ຕ້ອງການ ແນ່ນອນນັດທີ 2 ນີ້ຈະເຮັດເຕັມທີ່ ເພື່ອລຸ້ນສ້າງຫະຫວັດສາດເຂົ້າຮອບແບ່ງກຸ່ມໃຫ້ໄດ້.

ສ່ວນ ແກ້ວວຽງເພັດ ລິດທິເດດ ນັກເຕະຂອງ ມາສເຕີ 7 ເອັຟຊີ ກ່າວວ່າ: ເນື່ອງຈາກຄູຝຶກຫາກໍເຂົ້າມາໃໝ່ ເຮັດໃຫ້ພວກເຮົາຍັງຫຼິ້ນເຂົ້າລະບົບບໍ່ເຕັມ 100% ແລະ ນັດທໍາອິດພວກເຮົາຫຼິ້ນຜິດພາດຫຼາຍຄັ້ງ ແນ່ນອນນັດທີ 2 ພວກເຮົາພ້ອມເຕັມທີ່, ໄດ້ບົດຮຽນຈາກນັດທໍາອິດມາປັບປຸງໃຊ້, ຮັບຮອງວ່າມ່ວນ ແລະ ຊວນແຟນບານມາເຊຍກັນຫຼາຍທີ່ ສະໜາມກີລາແຫ່ງຊາດ ຫຼັກ 16.

ສໍາລັບ ຮອບເພລອ໊ອຟຈະຄັດເອົາທີມທີ່ມີຄະແນນດີທີ່ສຸດຈາກຜົນລວມ 2 ນັດເຂົ້າໄປຮອບແບ່ງກຸ່ມໆ G ປະກອບມີ: Ceres Negros FC ຈາກປະເທດຟີລິບປິນ, Than Quang Ninh ຈາກປະເທດຫວຽດນາມ ແລະ Bali United FC ຫຼື ທີມອັນດັບ 3 ລີກ ປະເທດອິນໂດເນເຊຍ.