ແຈ້ງດ່ວນ! ທຸກຄົນຕ້ອງເປັນເຈົ້າການປ້ອງກັນ-ຕ້ານການແຜ່ລະບາດຂອງໄວຣັສໂຄໂຣນາ

332

ເພື່ອເປັນການປ້ອງກັນ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດອັກເສບປອດສາຍພັນໃໝ່ ທີ່ກໍາລັງລະບາດໜັກໃນ ສປ ຈີນ ບໍ່ໃຫ້ແຜ່ລາມເຂົ້າສູ່ ສປປ ລາວ. ສະນັ້ນ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຈຶ່ງໄດ້ອອກແຈ້ງການ ເລກທີ 98/ຫສນຍ ລົງວັນທີ 27 ມັງກອນ 2020 ເຖິງບັນດາ ທ່ານ ລັດຖະມົນຕີ, ຫົວໜ້າອົງການທຽບເທົ່າ; ທ່ານ ເຈົ້າຄອງນະຄອນຫຼວງ ແລະ ບັນດາທ່ານ ເຈົ້າແຂວງທົ່ວປະເທດ ເລື່ອງ: ທິດຊີ້ນໍາກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່.

ໃນແຈ້ງການສະບັບນີ້ ແມ່ນໄດ້ນຳເອົາຜົນຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ແຈ້ງມາຍັງທ່ານຊາບດັ່ງນີ້: ການລະບາດ ຂອງໄວຣັສໂຄໂຣນາ ມີຜົນກະທົບໃນວົງກວ້າງ ທັງຕໍ່ສັງຄົມ ແລະ ເສດຖະກິດ. ລັດຖະບານລາວ ຖືເອົາການປ້ອງກັນ, ຄວບຄຸມ ແລະ ແກ້ໄຂບັນຫາດັ່ງກ່າວນີ້ ເປັນບັນຫາສໍາຄັນ ແລະ ເລັ່ງດວນ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນທັງສູນກາງ ແລະ ທ້ອງຖິ່ນ ຕ້ອງໄດ້ຮ່ວມມືກັນ ແລະ ພ້ອມກັນຍົກລະດັບຄວາມຮັບຜິດຊອບ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂບັນຫາດັ່ງກ່າວ ໃຫ້ຮັບປະກັນ ແລະ ທັນສະພາບການ.

ໂດຍມອບໃຫ້ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ, ຫົວໜ້າຄະນະກໍາມະການປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ລະດັບຊາດ ສືບຕໍ່ດຳເນີນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂບັນຫາການລະບາດຂອງພະຍາດດັ່ງກ່າວຢ່າງໃກ້ຊິດ ແລະ ລາຍງານໃຫ້ລັດຖະບານເປັນປົກກະຕິທຸກວັນ. ພ້ອມກັນນັ້ນ, ກໍ່ໃຫ້ສ້າງຕັ້ງ ແລະ ແຈ້ງປະສານຂອງຄະນະໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ເພື່ອຮັບການແຈ້ງສະພາບ, ແຈ້ງຂ່າວ ແລະ ການຂໍການສະໝັບສະໜູນ, ຮ່ວມມືຊ່ວຍເຫຼືອຈາກພາກສ່ວນຕ່າງໆ ແລະ ສັງຄົມ.

ໃຫ້ແຕ່ງຕັ້ງຄະນະເພາະກິດ ໂດຍມອບໃຫ້ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ເປັນຫົວໜ້າ ແລະ ໃຫ້ຄະນະກຳມະການ ແລະ ຄວບຄຸມພະຍາດຕິດຕໍ່ສະດັບຊາດ ເປັນຄະນະຊ່ວຍວຽກ ເພື່ອປະສານກັບຂະແໜງການ ແລະ ທ້ອງຖິ່ນ ປະເມີນຜົນກະທົບຂອງການລະບາດພະຍາດໄວຣັສ ໂຄໂຣນາ ຕໍ່ປະເທດເຮົາ ພ້ອມທັງກຳນົດມາດຕະການໃນການຮັບມືແຕ່ລະດ້ານໃຫ້ລະອຽດ ແລະ ຮັດກຸມໂດຍສະເພາະບັນດາມາດຕະການທີ່ພົວພັນເຖິງ:

ການກວດກາຢູ່ຈຸດ ທີ່ມີຄວາມສ່ຽງເປັນຕົ້ນແມ່ນເຂດຊາຍແດນ, ສະໜາມບິນ, ສະຖານີລົດໂດຍສານ, ໂຮງໝໍ, ຕະຫຼາດ ແລະ ຈຸດສຽງຕ່າງໆ ເພື່ອຄວບຄຸມ ແລະ ປ້ອງກັນ ບໍ່ໃຫ້ພະຍາດແຜ່ລະບາດ; ກະກຽມຈຸດບໍລິການສາທາລະສາ ໃນທົ່ວປະເທດ ທີ່ສາມາດຮັບຮອງຄົນເຈັບທີ່ຕິດເຊື້ອພະຍາຈຸລະໂຣກ ສາຍພັນໃໝ່ດັ່ງກ່າວນັ້ນ ໃຫ້ເປັນບ່ອນປິ່ນປົວລວມສູນສະເພາະ ເພື່ອເປັນມາດຕະການໃນການຄວບຄຸມພະຍາດບໍ່ໃຫ້ແພ່ລາມໄປສູ່ເຂດອື່ນ.

ໂຄສະນາເຜີຍແຜ່ ແລະ ໃຫ້ຂໍ້ມູນຂ່າວສານຜ່ານສື່ຕ່າງໆ ໃຫ້ແກ່ສັງຄົມຢ່າງກວ້າງຂວາງ ກ່ຽວກັບວິທີປ້ອງກັນການຕິດເຊື້ອພະຍາດ, ການກວດກາອາການຂັ້ນພື້ນຖານ ແລະ ການເຂົ້າເຖິງການປິ່ນປົວຮັກສາຢ່າງທັນການ ກໍລະນີສົງໄສມີການຕິດເຊື້ອພະຍາດດັ່ງກ່າວ ແມ່ນໃຫ້ແຈ້ງເຕືອນປະຊາຊົນ ກ່ຽວກັບການອຸປະໂພກ-ບໍລິໂພກ ທີ່ຂາດສຸຂະນາໄມ ແລະ ເປັນສາເຫດທາງການຕິດເຊື້ອພະຍາດຕ່າງໆ ລວມທັງພະຍາດໂຄໂຣນາໄວຣັສ; ເກັບກໍາສະຖິຕິ ແລະ ຕິດຕາມກວດສຸຂະພາບ ຜູ້ເດີນທາງເປັນຕົ້ນ ນັກທ່ອງທ່ຽວ, ນັກສຶກສາ, ນັກທຸລະກິດ, ຜູ້ອອກແຮງງານ ແລະ ອື່ນໆ ທີ່ມາຈາກ ສປ ຈີນ.

ຄວບຄຸມລາຄາ ອຸປະກອນນໍາໃຊ້ສໍາລັບໃນການປ້ອງກັນພະຍາດຈຸລະໂລກ ສາຍພັນໃໝ່ເປັນຕົ້ນແມ່ນ: ຜ້າອັດ. ປາກ-ດັງ, ຖົງມື, ຊຸດປ້ອງກັນການຕິດເຊື້ອ ແລະ ອື່ນໆ; ຄົ້ນຄວ້າ ແລະ ວາງແຜນ ເພື່ອກະກຽມແກ້ໄຂຜົນກະທົບທີ່ອາດຈະເກີດຂຶ້ນຕໍ່ແຮງງານ ຈາກ ສປ ຈີນ ມາເຮັດວຽກໃນໂຄງການລົງທຶນຂະໜາດໃຫ່ຍຢູ່ ສປປ ລາວ. ກະກຽມງົບປະມານ ຈາກບ້ວງເງິນແຮລັດຖະບານ ເພື່ອນໍາໃຊ້ເຂົ້າໃນວຽກງານທີ່ຈໍາເປັນໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວ.

ມອບໃຫ້ກະຊວງການຕ່າງປະເທດ ເປັນເຈົ້າການປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານກັບບັນດາປະເທດເພື່ອນມິດ ແລະ ອົງການອະນາໄມໂລກຢ່າງໃກ້ຊິດ ເພື່ອຕິດຕາມທ່າອ່ຽງ ຂອງການລະບາດພະຍາດ ແລະ ຍາດແຍ່ງການຊ່ວຍເຫຼືອ ໂດຍສະເພາະໃນການສົ່ງຊ່ຽວຊານທີມງານແພດ ພ້ອມດ້ວຍອຸປະກອນເຄື່ອງມື, ຢາ, ວັກຊີນປ້ອງກັນ ໃນກໍລະນີ ທີ່ມີການລະບາດໃຫຍ່. ພ້ອມນີ້, ກໍ່ໃຫ້ສະຖານທູດ ແລະ ກົງສຸນລາວ ປະຈໍາ ສປຈີນ ຕິດຕາມຢ່າງໃກ້ຊິດ ແລະ ປະສານງານກັບເພີື່ອນຈີນ ທັງອຳນວຍຄວາມສະດວກ ແລະ ການຊ່ວຍເຫຼືອພົນລະເມືອງລາວ, ນັກທ່ອງທ່ຽວ, ນັກທຸລະກິດ ແລະ ນັກສຶກສາລາວ ທີ່ກຳລັງດຳລົງຊີວິດ ແລະ ສຶກສາຮໍ່າຮຽນຢູ່ ສປ ຈີນ ແລະ ລາຍງານສະພາບໃຫ້ເປັນປະຈຳ.