ແຈ້ງການ!! ເລື່ອນການຈັດງານເທດສະການດອກງິ້ວບານ ຄັ້ງທີ 20 ອອກໄປຢ່າງບໍ່ມີກຳນົດ

142

ອີງຕາມແຈ້ງການ ຫ້ອງວ່າການເມືອງຕົ້ນເຜີ້ງ ລົງວັນທີ28 ມັງກອນ 2020 ເລື່ອງ ການເລື່ອນການຈັດງານເທດສະການດອກງິ້ວບານ ຄັ້ງທີ 20 ປະຈຳປີ 2020, ອີງຕາມ ການສະເໜີຂອງເຂດເສດຖະກິດພິເສດ 3 ຫຼ່ຽມຄຳ ໃນກອງປະຊຸມກະກຽມດຳເນີນຈັດງານເທດສະການດອກງິ້ວບານ ຄັ້ງທີ 20 ໃນວັນທີ 27 ມັງກອນ 2020.

ຫ້ອງວ່າການເມືອງຕົ້ນເຜີ້ງ ຂໍຖືເປັນກຽດແຈ້ງມາຍັງ ບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ອຳນາດການປົກຄອງທຸກຂັ້ນ ຕະຫຼອດຮອດ ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ ໃນທົ່ວເມືອງຕົ້ນເຜີ້ງຊາບວ່າ ຈະໄດ້ມີການເລື່ອນຈັດງານເທດສະການດອກງິ້ວບານ ຄັ້ງທີ 20 ອອກໄປຢ່າງບໍ່ມີກຳນົດ ເນື່ອງຈາກສະພາບການລະບາດ ຂອງໄວຣັດ ໂຄໂຣນາ ເຮັດໃຫ້ ສປ ຈີນ ປິດກັ້ນການເຂົ້າ-ອອກ ໃນທົ່ວປະເທດ ເປັນສາເຫດໃຫ້ການຈັດງານມີຄວາມຫຍຸ້ງຍາກບໍ່ສາມາດຈັດໄດ້ຕາມກຳນົດເວລາ, ຖ້າມີການປ່ຽນແປງຈະແຈ້ງຕາມພາຍຫຼັງ.