ວິທີປ້ອງກັນຈາກພະຍາດປອດອັກເສບສາຍພັນໃໝ່ໂຄໂຣນາ ( nCoV )

71

ຈາກສະຖານະການພົບຄົນເຈັບພະຍາດປອດຕິດເຊື້ອ ໃນເມືອງອູຫັ້ນ ແຂວງຫູເປີ່ຍ ສປ ຈີນ ຈາກການສືບສວນພະຍາດເບື້ອງຕົ້ນທາງການຈີນ ພົບວ່າ: ຄົນເຈັບຈໍານວນໜຶ່ງແມ່ນເຮັດວຽກຢູ່ຕະຫຼາດສົດເມືອງອູຫັ້ນ ທີ່ຂາຍອາຫານທະເລ, ສັດປີກ ແລະ ສັດປ່າ ຈຶ່ງສັ່ງປິດຕະຫຼາດເພື່ອອະນາໄມ.

ຊ່ຽວຊານຈາກ CDC ຈີນ ໄດ້ຢັ້ງຢືນວ່າ: ເຊື້ອທີ່ເປັນສາເຫດຂອງພະຍາດດັ່ງກ່າວຈັດຢູ່ໃນຄອບຄົວຈຸລະໂລກໂຄໂຣນາ ( Corona Virus ) ເຊິ່ງອາການຂອງພະຍາດ ລວມມີ: ໄຂ້, ໄອ, ເຈັບຄໍ ແລະ ຫາຍໃຈຍາກ. ພະຍາດດັ່ງກ່າວສາມາດຕິດຕໍ່ໂດຍກົງຈາກຄົນສູ່ຄົນ, ຈາກການສໍາຜັດ, ໄອ, ຈາມ, ຈາກຄົນ ແລະ ສັດທີ່ຕິດເຊື້ອ ຖ້າຄົນເຈັບບໍ່ໄປພົບແພດແຕ່ຫົວທີອາການຈະຮ້າຍແຮງຈົນເຮັດໃຫ້ເສຍຊີວິດໄດ້.

ໂດຍມີວິທີປ້ອງກັນ ດັ່ງນີ້:

1 ຫຼີກລຽງການເດີນທາງໄປເຂດທີ່ມີການລະບາດ ຫຼື ຊຸມຊົນແອອັດຖ້າບໍ່ຈໍາເປັນ.

2 ຫຼີກລຽງການສໍາຜັດໃກ້ຊິດກັບຄົນທີ່ມີອາການຄ້າຍຄືໄຂ້ຫວັດ ເຊັ່ນ: ໄຂ້, ໄອ, ເຈັບຄໍ ແລະ ຫາຍໃຈຍາກ.

3 ຖ້າມີອາການສົງໄສໃຫ້ພົບແພດທີ່ຢູ່ໃກ້.

4 ຫຼີກລຽງການສໍາຜັດສັດເປັນ ຫຼື ຕາຍ.

5 ປະຕິບັດມາລະຍາດໃນການໄອ – ຈາມດ້ວຍການອັດປາກ ແລະ ດັງ.

6 ຖ້າມີອາການສົງໄສໃຫ້ໄປພົບແພດດ່ວນ ແລະ ແຈ້ງປະຫວັດການເດີນທາງ ໃນໄລຍະ 14 ວັນ ກ່ອນມີອາການ, ກໍລະນີຕ້ອງການຄວາມຊ່ວຍເຫຼືອກະລຸນາໂທ 020 5406 6777 ຫຼື ສາຍດ່ວນ 166 ໃນໂມງລັດຖະການ.

ທຸກຄົນສາມາດຕິດເຊື້ອພະຍາດດັ່ງກ່າວໄດ້ ແຕ່ບຸກຄົນທີ່ມີໂອກາດສ່ຽງຕິດເຊື້ອໄດ້ງ່າຍ ແລະ ເມື່ອເຈັບເປັນອາດມີອາການຮ້າຍແຮງກວ່າຄົນທົ່ວໄປ ເຊັ່ນ: ເດັກນ້ອຍຕໍ່າກວ່າ 2 ປີ, ຜູ້ເຖົ້າ, ຜູ້ທີ່ມີພະຍາດປະຈໍາຕົວ, ຜູ້ທີ່ມີພູມຄຸ້ມກັນຕໍ່າ ແລະ ຜູ້ທີ່ເບິ່ງແຍງໃກ້ຊິດຄົນເຈັບ.

( ຂໍ້ມູນຈາກ: ສູນແພດຂ່າວສານສຸຂະສຶກສາ )

[ ຮຽບຮຽງ: ນຸ້ມນິ້ມ ]