ຮູບເງົາ “ ຍິບມັນ ” ພາກ 4 ອາວະສານການຕໍ່ສູ້ຕຳນານຢົງຊຸນ

246

ການກັບມາເປັນຄັ້ງທີ 4 ຂອງອາຈານຍິບມັນ ຕຳນານການຕໍ່ສູ້ມວຍຢົງຊຸນ ເຊິ່ງການກັບມາເທື່ອນີ້ຫຼັງຈາກ ອາຈານຍິບມັນ ໄດ້ພົບລູກສິດເອກ ບຣູສລີ ໂດຍໄດ້ຝຶກຝົນ ແລະ ອົບຮົມຈົນກາຍເປັນສິລະປິນຜູ້ມີວິຊາການຕໍ່ສູ້ ທີ່ໂດ່ງດັງໄປສູ່ລະດັບໂລກ. ຫຼັງຈາກ ຍິບມັນ ຮູ້ຕົວວ່າເຈັບປ່ວຍໄລຍະສຸດທ້າຍ ຈຶ່ງເດີນທາງມາປະເທດສະຫະລັດອາເມຣິກາ ເພື່ອຫາໂຮງຮຽນ ແລະ ອະນາຄົດໃໝ່ໃຫ້ແກ່ລູກຊາຍ ແຕ່ສຸດທ້າຍລາວຕ້ອງໄດ້ກັບມາປົກປ້ອງວັດທະນະທໍາຈີນ ຈາກເຈົ້າໜ້າທີ່ຄົນ ອາເມຣິກາ.

ໂດຍມີເລື່ອງຫຍໍ້ວ່າ ຍິບມັນ ຕ້ອງມາຖາມຕົນເອງວ່າ ເປັນຫຍັງຈຶ່ງຮັກໃນສິລະປິນຜູ້ນີ້  ແລະ ເຂົາຕັດສິນໃຈທ້າດວນກັບ “ ບຣາຕັນ ” ໃນຖານະຜູ້ຊ່ຽວຊານສິລະປະການຕໍ່ສູ້ແບບຈີນ ເຊິ່ງການຕໍ່ສູ້ຄັ້ງສຸດທ້າຍລະ ຫວ່າງຕາເວັນອອກ ແລະ ຕາເວັນຕົກ ໂດຍເປັນການຕໍ່ສູ້ເພື່ອສັກສີຂອງວັດທະນະທໍາຈີນ ພ້ອມທັງເປັນການປ່ຽນຄວາມຄິດຕໍ່ປະເທດທີ່ທຸກຄົນຝັນເຖິງມາຕະຫຼອດ.

ໃນຂະນະທີ່ ບຣູສລີ ສິລະປິນທີ່ມີຊື່ສຽງທີ່ກໍາລັງສະແດງການສາທິດສິລະປະການຕໍ່ສູ້ຂອງຈີນ ຍິບມັນ ກໍໄດ້ນັ່ງຢູ່ໃນກຸ່ມຜູ້ຊົມ ແລະ ຊື່ນຊົມລູກສິດເບີໜຶ່ງຂອງລາວ ເຊິ່ງການມາ ອາເມຣິກາ ຄັ້ງນີ້ຂອງ ຍິບມັນ ບໍ່ແມ່ນແຕ່ການມາຢ້ຽມຢາມລູກສິດເອກເທົ່ານັ້ນ ແຕ່ຄືການຊອກຫາໂຮງຮຽນໃຫ້ລູກຊາຍຄົນດຽວຂອງລາວ ເພື່ອໃຫ້ລູກຊາຍໄດ້ເປີດໂລກກວ້າງ.

ຍິບມັນ ຮູ້ດີວ່າເປັນໄລຍະເວລາສະຫງົບສຸກແບບນີ້ເປັນພຽງພາບລວງຕາ ເພາະບ່ອນນີ້ຍັງມີການເລືອກປະຕິບັດທາງເຊື້ອຊາດ ແລະ ສະຖານະການຈິງມັນໂຫດຮ້າຍຍິ່ງກວ່າທີ່ຄິດໄວ້ ເມື່ອມາຢູ່ໄກບ້ານເກີດ ລາວຈຶ່ງເປັນຫ່ວງ ແລະ ຢາກເວົ້າກັບລູກຊາຍ ແຕ່ທຸກຄັ້ງທີ່ລາວໂທຫາລູກຊາຍກັບປະຕິເສດທີ່ຈະຮັບສາຍ, ຄວາມເຫງົາທີ່ ຍິບມັນ ມີບວກກັບອາການເຈັບປ່ວຍທີ່ຊຸດໂຊມລົງເລື້ອຍໆ ຫຼັງຈາກຖືກວິນິດໄສວ່າເປັນພະຍາດມະເຮັງ ເຂົາຈຶ່ງຕ້ອງກຽມຕົວສໍາລັບອະນາຄົດ ໂດຍສະເພາະລູກຊາຍ.

ການຕໍ່ສູ້ເພື່ອສັກສີທາງດ້ານເຊື້ອຊາດ ແລະ ວັດທະນະທໍາຂອງ ອາຈານ ຍິບມັນ ຈະຊະນະ ຫຼື ປະລາໄຊ ສາມາດເຂົ້າເບິ່ງຮູບເງົາ “ ຍິບມັນ ພາກ 4 ” ໃນວັນທີ 29 ມັງກອນ 2020 ເຂົ້າສາຍທຸກໂຮງຮູບເງົາທົ່ວປະເທດ.

( ຂໍ້ມູນຈາກ: Major Platinum Cineplex )

[ ຮຽບຮຽງ: ນຸ້ມນິ້ມ ]