ນະຄອນໄກສອນ ພົມວິຫານ ທໍາລາຍສິນຄ້າເສຍຄຸນໝົດອາຍຸນໍາໃຊ້ ແລະ ສິນຄ້າຫ້າມຈໍາໜ່າຍ

134

ພິທີທໍາລາຍສິນຄ້າເສຍຄຸນ – ໝົດອາຍຸນໍາໃຊ້ ແລະ ສິນຄ້າຫ້າມຈໍາໜ່າຍ, ສິນຄ້າປອມແປງ – ລອກຮຽນແບບ ແລະ ສິນຄ້າລັກລອບນໍາເຂົ້າໂດຍບໍ່ໄດ້ເສຍພາສີ ໄດ້ຈັດຂຶ້ນກາງເດືອນມັງກອນຜ່ານມາ ທີ່ເດີ່ນຫ້ອງວ່າການປົກຄອງນະຄອນ, ເປັນກຽດເຂົ້າຮ່ວມໃນພິທີຄັ້ງນີ້ມີ ທ່ານ ແສງທອງ ວັງແກ້ວມະນີ ເຈົ້ານະຄອນໄກສອນ ພົມວິຫານ, ມີຮອງເຈົ້ານະຄອນ, ມີພະແນກ ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ຄໍາສີເພັດ ໄຊຍະວົງ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ນະຄອນໄກສອນ ພົມວິຫານ ໄດ້ລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາການຄ້າ ໃນປີ 2019 ເຊິ່ງໃຫ້ຮູ້ວ່າ: ຫ້ອງການອຸດສາຫະກໍາ ແລະ ການຄ້ານະຄອນ ໄດ້ຮ່ວມກັບພະແນກອຸດສາຫະກໍາ – ການຄ້າແຂວງ ໄດ້ລົງຕິດຕາມກວດກາຫ້າງຮ້ານທີ່ເປັນຮ້ານຄົນລາວ ແລະ ຊາວຕ່າງປະເທດ, ສາມາດຢຶດ ແລະ ອາຍັດສິນຄ້າປອມແປງລອກຮຽນແບບ, ສິນຄ້າໝົດອາຍຸນໍາໃຊ້ ແລະ ເສຍຄຸນ, ສິນຄ້ານໍາເຂົ້າບໍ່ຖືກຕ້ອງ ທີ່ໄດ້ວາງຈໍາໜ່າຍຕາມທ້ອງຕະຫຼາດ ເຊິ່ງລວມມີຈຳນວນທັງໝົດ 40 ລາຍການ ມູນຄ່າ 56.023.000 ກີບ, ໄດ້ປັບໃໝເປັນເງິນຈໍານວນ 52 ລ້ານກີບ ແລະ ມອບເຂົ້າງົບປະມານຂອງລັດທັງໝົດ 31.200.000 ກີບ. ໃນນັ້ນ, ມອບເຂົ້າຄັງ ງົບປະມານນະຄອນ 12.480.000 ກີບ. ນອກຈາກນີ້, ຍັງໄດ້ລົງກວດກາບັນດາຫ້າງຮ້ານຄົນຕ່າງປະເທດທີ່ບໍ່ມີໃບທະບຽນວິສາຫະກິດ ຫຼື ນໍາໃຊ້ທະບຽນວິສາຫະກິດທີ່ບໍ່ຖືກຕ້ອງ ໄດ້ 91 ຫົວໜ່ວຍ.

ໃນນັ້ນ, ຮ້ານຊາວຫວຽດນາມ 58 ຫົວໜ່ວຍ ແລະ ຊາວຈີນ 33 ຫົວໜ່ວຍ; ປີ 2019 ຜ່ານມາໄດ້ລົງກວດກາສິນຄ້າທີ່ວາງຈໍາໜາຍຕາມທ້ອງຕະຫຼາດ ເຊັ່ນ: ສິນຄ້າປອມແປງລອກຮຽນແບບ, ສິນຄ້າໝົດອາຍຸນໍາໃຊ້ ຫຼື ເສຍຄຸນຕ່າງໆ 54 ຄັ້ງ, ມີ 96 ຫົວໜ່ວຍ ໂດຍທາງເຈົ້າໜ້າທີ່ກໍໄດ້ເຮັດບົດບັນທຶກ ແລະ ປະຕິບັດຕາມລະບຽບຫຼັກການທັງອາຍັດ ແລະ ນໍາມາທໍາລາຍຖິ້ມ.

( ຂ່າວ: ນະຄອນໄກສອນ ພົມວິຫານ )