ລູກຄ້າສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ອານຸສອນ ສາມາດຊຳລະສະສາງຜ່ານລະບົບທະນາຄານ

28 Jan 2020

ຄລິກແຊຣ໌ 0 Facebook WhatsApp

ພິທີເຊັນສັນຍາຮ່ວມມືການຊໍາລະ Auto Debit ຜ່ານລະບົບ Bill Payment ທະນາຄານການຄ້າຕ່າງປະເທດລາວ ລະຫວ່າງ ທຄຕລ ກັບສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ອານຸສອນ ຈໍາກັດ ໄດ້ມີຂຶ້ນໃນວັນທີ 23 ມັງກອນ 2020 ນີ້ທີ່ທະນາຄານການຄ້າຕ່າງປະເທດລາວ, ໃຫ້ກຽດລົງນາມເຊັນສັນຍາໃນຄັ້ງນີ້ມີ ທ່ານ ບຸນຍົງ ດາວສຸກ ຜູ້ອໍານວຍການທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງໄຊຍະບູລີ ແລະ ທ່ານ ກາລຸນາ ຜາຍປະດິດ ຜູ້ອໍານວຍການສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ອານຸສອນ ຈໍາກັດ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

ທ່ານ ບຸນຍົງ ດາວສຸກ ໄດ້ກ່າວວ່າ: ຕະຫຼອດໄລຍະ 30 ປີ ທີ່ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຫັນເປັນທະນາຄານທຸລະກິດ ໂດຍສະເພາະແມ່ນການສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ລູກຄ້າ ດ້ວຍເຄື່ອງມືບໍລິການທີ່ທັນສະໄໝ ແລະ ຫຼາກຫຼາຍດ້ວຍລະບົບທີ່ທັນສະໄໝຜ່ານປ່ອງບໍລິການ ແລະ ລະບົບເອເລັກໂຕຣນິກ, ຜ່ານມາມີຫຼາຍອັນທີ່ພົ້ນເດັ່ນ ທຄຕລ ໄດ້ລົງນາມຮ່ວມມືກັບກະຊວງການເງິນ ໂດຍພັດທະນາລະບົບຊໍາລະສະສາງຄ່າທໍານຽມທາງ, ພາສີ, ທີ່ດິນ ແລະ ໃຫ້ບໍລິການເກັບຄ່າທໍານຽມພາຫະນະຜ່ານຂົວມິດຕະພາບ 1.

ເປັນພຽງພາບປະກອບຂ່າວເທົ່ານັ້ນ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

ນອກນີ້, ທຄຕລ ຍັງຈະໄດ້ສືບຕໍ່ພັດທະນາລະບົບ ແລະ ຜະລິດຕະພັນໃນຫຼາຍຮູບແບບຂະຫຍາຍລະບົບການຊໍາລະສິນຄ້າ ແລະ ບໍລິການຜ່ານການສະແກນລະຫັດ ເພື່ອເຂົ້າສູ່ລະບົບ One Pay ( QR Code ພາຍໃຕ້ຜະລິດຕະພັນ One Pay ) ໃຫ້ກວ້າງຂວາງໃນຂອບເຂດທົ່ວປະເທດ.

ເຊື່ອວ່າໃນສັນຍາຮ່ວມມືການຊໍາລະສະສາງຄ່າບໍລິການຕ່າງໆຜ່ານ Bill Payment ຂອງ ທຄຕລ ໃຫ້ແກ່ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ອານຸສອນ ຈໍາກັດ ເຊິ່ງໃນເບື້ອງຕົ້ນແມ່ນນໍາໃຊ້ແຕ່ລະບົບ Auto Debit ເທົ່ານັ້ນ ໃນຕໍ່ໜ້າທັງສອງຝ່າຍອາດຈະໄດ້ມີການຮ່ວມມືກັນເພີ່ມຫຼາຍຊ່ອງທາງໃນການໃຫ້ບໍລິການລູກຄ້າທີ່ສາມາດຊໍາລະຜ່ານຊ່ອງທາງຄາວເຕີ ແລະ ຜະລິດຕະພັນອື່ນໆໄດ້ຕາມເງື່ອນໄຂ. ຈາກນັ້ນ, ອໍານວຍການທັງສອງຝ່າຍກໍໄດ້ເຊັນສັນຍາຮ່ວມມືກັນການຊໍາລະສະສາງ Auto Debit ຜ່ານລະບົບ Bill Payment ທຄຕລ ຢ່າງເປັນທາງການ.

[ ຂ່າວ: ບຸນທີ ]

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ