ສ.ສະຫວ່າງ ຈະໄດ້ຮັບການຈັດຕັ້ງປະຕິບັດໄວໆນີ້

197

ສະມາຊິກສະພາປະຊາ ຊົນນະຄອນຫຼວງວຽງຈັນ ( ສສນວ ) ເຫັນດີເປັນເອກະພາບລົງຄະແນນສຽງຮັບຮອງເອົາຮ່າງຂໍ້ຕົກລົງ ວ່າດ້ວຍການສ້າງນະຄອນຫຼວງວຽງຈັນສະຫວ່າງ ດ້ວຍແນນສຽງສ່ວນຫຼາຍ.

ໃນວັນທີ 24 ມັງກອນ 2020 ນະຄອນຫຼວງວຽງຈັນ, ທ່ານ ຊົງເລົ່າ ຢົງນູ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ໄດ້ສະເໜີຮ່າງຂໍ້ຕົກລົງ ວ່າດ້ວຍການສ້າງນະຄອນຫຼວງວຽງຈັນສະຫວ່າງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ I

ທ່ານ ຊົງເລົ່າ ຢົງນູ ກ່າວວ່າ: ຂໍ້ຕົກລົງດັ່ງກ່າວຈະເປັນຫຼັກການ ແລະ ມາດຕະການໃນການສ້າງຄວາມເປັນເອກະພາບ, ຄວາມເປັນເຈົ້າການໃຫ້ແກ່ອົງການຈັດຕັ້ງພັກ – ລັດ, ອົງການຈັດຕັ້ງຂອງສັງຄົມ, ຄອບຄົວ ແລະ ບຸກຄົນທີ່ອາໄສ ແລະ ດໍາລົງຊີວິດຢູ່ໃນນະຄອນຫຼວງວຽງຈັນ ເພື່ອການປະກອບສ່ວນທາງດ້ານສະຕິປັນຍາ, ເຫື່ອແຮງ, ວັດຖຸປັດໄຈ ແລະ ຄວາມຮັບຜິດຊອບຮ່ວມກັນໃນການສ້າງນະຄອນຫຼວງວຽງຈັນ ໃຫ້ມີຄວາມສະຫວ່າງສະໄຫວ, ຮຸ່ງເຮືອງສີວິໄລ, ຈະເປັນການປະກອບສ່ວນທີ່ສໍາຄັນໃຫ້ແກ່ການສ້າງນະຄອນຫຼວງວຽງຈັນ ໃຫ້ເປັນເມືອງສະຫງົບສຸກ, ຫຼຸດຜ່ອນບັນດາປາກົດການຫຍໍ້ທໍ້ ເຊັ່ນ: ອຸບັດເຫດຕາມທ້ອງຖະໜົນ, ການປຸ້ນຈີ້ຊີງຊັບ, ລັກຊັບພົນລະເມືອງ ແລະ ອື່ນໆ. ອີກດ້ານໜຶ່ງກໍເປັນການຊຸກຍູ້ສົ່ງເສີມການຜະລິດ ທຸລະກິດ, ການບໍລິການ ແລະ ການທ່ອງທ່ຽວຢູ່ໃນເຂດຕົວເມືອງ ດ້ວຍການເພີ່ມເວລາເຮັດວຽກໃນພາກຄໍ່າ ເພື່ອສ້າງລາຍໄດ້ໃຫ້ແກ່ນະຄອນຫຼວງໃຫ້ຫຼາຍຂຶ້ນ; ສຳລັບໂຄງສ້າງຂອງຂໍ້ຕົກລົງ ວ່າດ້ວຍການສ້າງນະຄອນຫຼວງວຽງຈັນສະຫວ່າງ ປະກອບມີ 8 ໝວດ ແລະ 25 ມາດຕາ.

ທ່ານ ຊົງເລົ່າ ຢົງນູ ກ່າວຕື່ມວ່າ: ການສ້າງນະຄອນຫຼວງວຽງຈັນສະຫວ່າງ ມີ ຄວາມຮຸ່ງແຈ້ງສະຫວ່າງສະໄຫວໃນຂໍ້ຕົກລົງສະບັບນີ້ ໄດ້ເນັ້ນໃສ່ 4 ເປົ້າໝາຍໃຫຍ່ ຄື: ຖະໜົນຫົນທາງສະຫວ່າງ, ສາທາລະນະສະຖານສະຫວ່າງ, ເຄຫາສະຖານສະຫວ່າງ, ປູສະນີຍະສະຖານສະຫວ່າງ. ໃນນັ້ນ, ຖະໜົນສະຫວ່າງ ປະກອບມີ: ສະຫວ່າງດ້ວຍໄຟເຍືອງທາງທີ່ເໝາະສົມດ້ວຍຄ່າສະເລ່ຍຄວາມສະຫວ່າງ 25 lux ໃນຈໍານວນ 35 ຖະໜົນສາຍຫຼັກ, 41 ຖະໜົນສໍາຮອງ, ທາງເຂດເທສະບານ, ທາງເຂດຊຸມຊົນ, ເຂດຈຸດສຸມພັດທະນາ ແລະ ທາງຮ່ອມບ້ານຕ່າງໆໃນທົ່ວນະຄອນຫຼວງວຽງຈັນ ຕາມເງື່ອນໄຂໃນແຕ່ລະໄລຍະ.