ການລົງທຶນຢູ່ນະຄອນຫຼວງວຽງຈັນ ປະຕິບັດໄດ້ລື່ນແຜນກວ່າ 20%

298

ໃນປີ 2019 ການລົງທຶນຢູ່ນະຄອນຫຼວງວຽງຈັນ ປະຕິບັດໄດ້ຫຼາຍເຖິງ 18.253 ຕື້ກີບ ລື່ນແຜນການ 20,72%. ສ່ວນປີ 2020 ຄາດຄະເນຄວາມຕ້ອງການທຶນທັງໝົດ 16.700 ຕື້ກີບ ໃນການພັດທະນາເສດຖະກິດ – ສັງຄົມ.

ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ໄດ້ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມປີ 2019 ແລະ ທິດທາງແຜນການປີ 2020 ຂອງນະຄອນຫຼວງວຽງຈັນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ( ສສນວ ) ຊຸດທີ I ໃນວັນທີ 20 ມັງກອນ 2020 ວ່າ: ການລົງທຶນທົ່ວສັງຄົມ ໃນປີ 2019 ປະຕິບັດໄດ້ 18.253 ຕື້ກີບ, ທຽບໃສ່ແຜນການປີທີ່ວາງໄວ້ ( 15.120 ຕື້ກີບ ) ປະຕິບັດໄດ້ລື່ນແຜນການ 20,72%.

ໃນນີ້, ການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ ການລົງທຶນຈາກງົບປະມານພາຍໃນ ( ທຶນປົກກະຕິ ) ປະຕິບັດໄດ້ 564 ໂຄງການ ມູນຄ່າ 49,16 ຕື້ກີບ, ທຽບໃສ່ແຜນການ ( 50,39 ຕື້ກີບ ) ປະຕິບັດໄດ້ 97,58%; ການລົງທຶນຈາກງົບປະມານພາຍໃນ ( ທຶນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ) ປະຕິບັດໄດ້ 15 ໂຄງການ ມູນຄ່າ 2,75 ຕື້ກີບ, ທຽບໃສ່ແຜນການ ( 2,75 ຕື້ກີບ ) ປະຕິບັດໄດ້ 100%; ທຶນຟື້ນຟູໄພພິບັດ ປະຕິບັດໄດ້ 49 ໂຄງການ ມູນຄ່າ 40,96 ຕື້ກີບ

ທຽບໃສ່ຈຳນວນທີ່ໄດ້ຮັບອະນຸມັດ ( 42,56 ຕື້ກີບ ) ປະຕິບັດໄດ້ 96,26%, ອີງຕາມກອງປະຊຸມປຶກສາຫາລື ຄັ້ງວັນທີ 22 ເມສາ 2019 ໄດ້ເຫັນດີເປັນເອກະພາບສະເໜີໂຈະໂຄງການສ້ອມແປງ ແລະ ຟື້ນຟູເສັ້ນທາງດິນແດງວິທະຍາຄານ ປກສ ເວີນຄໍາ – ຊາຍແດນ ເມືອງນາຊາຍທອງ ມູນຄ່າ 660 ລ້ານກີບ ແລະ ໂຄງການສ້ອມແປງ ແລະ ຟື້ນຟູເສັ້ນທາງດິນແດງບ້ານໂພນມ່ວງ ( 13 ເໜືອ ) – ຮ່ອງງົວ – ແສນດິນ – ຊາຍແດນ ເມືອງໄຊທານີ ມູນຄ່າ 933 ລ້ານກີບ

ພາບປະກອບຂ່າວ

ເນື່ອງຈາກວ່າບັນດາໂຄງການດັ່ງກ່າວມາຊ້ຳຊ້ອນກັບໂຄງການກໍ່ສ້າງຄູປ້ອງກັນນ້ຳຖ້ວມຂອງຂະແໜງກະສິກໍາ ແລະ ປ່າໄມ້ ແລະ ເຈົ້າຂອງໂຄງການ ກໍບໍ່ໄດ້ສະເໜີຂໍອວ່າຍທຶນໄປໃສ່ໂຄງການອື່ນ. ສະນັ້ນ, ຈຶ່ງບໍ່ໄດ້ຈັດຕັ້ງປະຕິບັດການຊໍາລະ; ທຶນຈົດຮັບ – ຈົດຈ່າຍ ( ຫັນຊັບສິນເປັນທຶນ ) ປະຕິບັດໄດ້ 20 ຕື້ກີບ, ທຽບໃສ່ຈຳນວນທີ່ໄດ້ຮັບອະນຸມັດ ( 20 ຕື້ກີບ ) ປະຕິບັດໄດ້ 100%.

ການລະດົມທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ສາມາດຍາດແຍ່ງການຊ່ວຍເຫຼືອລ້າ ແລະ ກູ້ຢືມໄດ້ທັງໝົດ 23 ໂຄງການ, ເປັນທຶນທັງໝົດ 474 ຕື້ກີບ, ທຽບໃສ່ແຜນການປີ ( 804 ຕື້ກີບ ) ປະຕິບັດໄດ້ 59,03%.

ພາບປະກອບຂ່າວ

ສາມາດອອກອະນຸຍາດການລົງທຶນພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 5.632 ຫົວໜ່ວຍ ມີມູນຄ່າອະນຸຍາດການລົງທຶນທັງໝົດ 46.801 ຕື້ກວ່າກີບ ຫຼື ເທົ່າກັບ 5.850 ລ້ານໂດລາສະຫະລັດ, ( ຄາດຄະເນການນໍາເຂົ້າທຶນປະມານ 14.040 ຕື້ກີບ ), ທຽບໃສ່ແຜນການ 10.800 ຕື້ກີບ ລື່ນແຜນ 30%.

ການລົງທຶນໃນຮູບແບບສິນເຊື່ອຈາກທະນາຄານ ຕົວເລກການປ່ອຍສິນເຊື່ອຂອງບັນດາທະນາຄານທຸລະກິດຢູ່ໃນຂອບເຂດທົ່ວນະຄອນຫຼວງວຽງຈັນ ປະຕິບັດໄດ້ 3.625 ຕື້ກີບ, ທຽບໃສ່ຄາດໝາຍທີ່ວາງໄວ້ ( 3.400 ຕື້ກີບ ) ລື່ນແຜນການປີ 6,62%.

ພາບປະກອບຂ່າວ

ທ່ານ ພູຂົງ ບັນນະວົງ ກ່າວຕື່ມວ່າ: ເພື່ອຮັບປະກັນເຮັດໃຫ້ເສດຖະກິດຂອງນະຄອນຫຼວງວຽງຈັນ ຂະຫຍາຍຕົວໃນລະດັບ 9,5% ໃນປີ 2020 ຄາດຄະເນຄວາມຕ້ອງການການລົງທຶນເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ທັງໝົດປະມານ 16.700 ຕື້ກີບ. ໃນນັ້ນ, ການລົງທຶນໂດຍກົງຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ( FDI ) ໃຫ້ໄດ້ປະມານ 12.975 ຕື້ກີບ ກວມເອົາ 77,69% ຂອງການລົງທຶນລວມທັງໝົດ

ຍາດແຍ່ງເອົາການຊ່ວຍເຫຼືອລ້າ ແລະ ກູ້ຢືມດ້ວຍດອກເບ້ຍຕໍ່າຈາກບັນດາປະເທດເພື່ອນມິດໃຫ້ໄດ້ ປະມານ 650 ຕື້ກີບ ກວມເອົາ 3,89% ຂອງການລົງທຶນລວມທັງໝົດ; ການລົງທຶນຈາກທະນາຄານ ໃຫ້ໄດ້ 3.000 ຕື້ກີບ ກວມເອົາ 17,96% ຂອງການລົງທຶນລວມທັງໝົດ; ການລົງທຶນພາຍໃນຈາກງົບປະມານ ຄາດວ່າຈະໄດ້ຮັບອະນຸມັດງົບປະມານການລົງທຶນຂອງລັດ ປະມານ 75 ຕື້ກີບ ກວມເອົາປະມານ 0,45% ຂອງການລົງທຶນລວມທັງໝົດ.

ຂ່າວ: ສົມລົດ; ຮູບ: ສອນໄຊ