ອັດຕາເງິນເຟີ້ ເພີ່ມຂຶ້ນ 6,28%

338

ດັດຊະນີອັດຕາເງິນເຟີ້ ເດືອນທັນວາ 2019 ເພີ່ມຂຶ້ນຢູ່ໃນລະດັບ 6,28% ເຊິ່ງເປັນການເໜັງຕີງເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຮອບປີ.
ໃນນີ້ໝວດສະບຽງອາຫານ ແລະ ເຄື່ອງດື່ມທີ່ບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 10,28% ໄດ້ແຮງຍູ້ມາຈາກລາຄາຊີ້ນໝູ ເພີ່ມຂຶ້ນ 4,33%, ປະເພດຊີ້ນງົວ – ຄວາຍ ເພີ່ມຂຶ້ນ 1,60%, ປາ ແລະ ອາຫານທະເລ ເພີ່ມຂຶ້ນ 5,47% ຈາກຄວາມຕ້ອງການບໍລິໂພກທີ່ສູງຂຶ້ນ ແຕ່ເບື້ອງການສະໜອງຍັງບໍ່ພຽງພໍກັບ ຄວາມຕ້ອງການ ສ່ວນປະເພດໝາກໄມ້ ແລະ ຜັກສົດຍັງຢູ່ໃນລະດັບປົກກະຕິ.

ພາບປະກອບຂ່າວ

ອີງຕາມບົດລາຍງານຂອງ ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ອັດຕາເງິນເຟີ້ເດືອນທັນວາ 2019 ເພີ່ມຂຶ້ນ 6,28% ຍ້ອນການເໜັງຕີງຂອງລາຄາສິນຄ້າ ແລະ ບໍລິການ ດັ່ງລຸ່ມ ນີ້: ໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 10,28% ຍ້ອນການເພີ່ມຂຶ້ນຂອງລາຄາສິນຄ້າປະເພດອາຫານສົດ ເຊັ່ນ: ເຂົ້າສານ, ປະເພດຊີ້ນ, ສັດປີກ, ປາ ແລະ ອາຫານທະເລ; ສ່ວນປະເພດນົມ, ເນີຍ, ໄຂ່, ໝາກໄມ້, ເຄື່ອງປຸງແຕ່ງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າກໍເພີ່ມຂຶ້ນເຊັ່ນກັນ.

ພາບປະກອບຂ່າວ

ສໍາລັບໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 2,70% ຍ້ອນການເພີ່ມຂຶ້ນຂອງເຫຼົ້າ 1,69% ແລະ ຢາສູບ 4.70%. ຄຽງຄູ່ກັນນັ້ນ, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 4,55% ຍ້ອນການເພີ່ມຂຶ້ນຂອງເສື້ອຜ້າ 4,80%.

ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫູງຕົ້ມ ເພີ່ມຂຶ້ນ 0,65% ມາຈາກເຄື່ອງບໍາລຸງຮັກສາ ແລະ ສ້ອມແປງເຮືອນ ເພີ່ມຂຶ້ນ 2,32%. ໃນນັ້ນ, ຄ່າແຮງງານ, ກຸ່ມພະລັງງານ, ອາຍແກ໊ສ ແລະ ເຊື້ອເພີງ.

ສ່ວນໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 4,47% ຍ້ອນການເພີ່ມຂຶ້ນຂອງເຄື່ອງຕົກແຕ່ງພາຍໃນເຮືອນ 8,26%; ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 2,56% ຈາກກຸ່ມຜະລິດຢາ ແລະ ການແພດ ເພີ່ມຂຶ້ນ 2,22%.

ພາບປະກອບຂ່າວ

ໝວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 2,57% ຍ້ອນລາຄາພາຫະນະເພີ່ມຂຶ້ນ ເຊັ່ນ: ລາຄາລົດໃຫຍ່, ລົດຈັກ, ລົດຖີບ, ອຸປະກອນການຂົນສົ່ງ, ອາໄຫຼ່ ແລະ ລາຄານໍ້າມັນເຊື້ອໄຟ; ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 4,84% ຍ້ອນການເພີ່ມຂຶ້ນການບໍລິການໄປສະນີ ເພີ່ມຂຶ້ນ 6,2%, ກຸ່ມໂທລະສັບ ແລະ ໂທລະສານ ເພີ່ມຂຶ້ນ 11,58%.

ພາບປະກອບຂ່າວ

ນອກນັ້ນ, ຍັງມີໝວດບັນເທີງ ແລະ ການພັກຜ່ອນ ເພີ່ມຂຶ້ນ 3,43% ຍ້ອນກຸ່ມບັນເທີງ 3,91% ກຸ່ມປຶ້ມຂຽນ ແລະ ໜັງສືພິມ ເພີ່ມຂຶ້ນ 2,25% ແລະ ການທ່ອງທ່ຽວ ເພີ່ມຂຶ້ນ 5,51%; ໝວດການສຶກສາ ເພີ່ມຂຶ້ນ 1,73% ຍ້ອນການເພີ່ມຂຶ້ນຂອງຄ່າເທີມຮຽນລະດັບມະຫາວິທະຍາໄລ 6% ແລະ ຊຸດເຄື່ອງແບບນັກຮຽນຍິງ 2,16%.

ພາບປະກອບຂ່າວ

ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 2,08% ຍ້ອນການເພີ່ມຂຶ້ນຂອງອາຫານສຸກ ແລະ ເຄື່ອງດື່ມໃນຮ້ານອາຫານ ເພີ່ມຂຶ້ນ 2,40%, ເຮືອນພັກ ແລະ ໂຮງແຮມ ເພີ່ມຂຶ້ນ 0,81%; ສຸດທ້າຍແມ່ນໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 6,25% ຍ້ອນການເພີ່ມຂຶ້ນການບໍລິການຄວາມງາມ, ເຄື່ອງບໍາລຸງຜິວ, ເຄື່ອງໃຊ້ປະຈໍາວັນ, ວັດຖຸມີຄ່າ ແລະ ລາຄາຄໍາກໍເພີ່ມຂຶ້ນ.

ຂ່າວ: ສົມສະຫວິນ