ນວ ຈະຫັນຂະແໜງການທ່ອງທ່ຽວເປັນອຸດສາຫະກຳ

101

ນະຄອນຫຼວງວຽງຈັນ ຈະປັບປຸງຄຸນນະພາບການບໍລິການການທ່ອງທ່ຽວ, ສູ້ຊົນຫັນປ່ຽນຂະແໜງການທ່ອງທ່ຽວເປັນອຸດສາຫະກໍາທ່ອງທ່ຽວບາດກ້າວໜຶ່ງ, ຂະຫຍາຍແຫຼ່ງທ່ອງທ່ຽວທາງນ້ຳ ແລະ ທ່ອງທ່ຽວທາງການກະເສດທີ່ນອນໃນແຜນຮຽກການລົງທຶນໃຫ້ເພີ່ມຕື່ມ 50%, ດຶງດູດນັກທ່ອງທ່ຽວເຂົ້ານະຄອນຫຼວງວຽງຈັນ 2 ລ້ານ ກວ່າຄົນ.

ພາບປະກອບຂ່າວ

ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ( ນວ ) ກ່າວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ I ກ່ຽວກັບຜົນການຈັດຕັ້ງປະຕິບັດບາງຄາດໝາຍໃຫຍ່ຂອງແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານ ປະຈຳປີ 2019 ແລະ ທິດທາງແຜນການ ປະຈຳປີ 2020 ວ່າ: ໃນປີ 2020 ນວ ຈະຈັດຕັ້ງປະຕິບັດບາງຄາດໝາຍໃຫຍ່ຂອງແຜນພັດທະນາເສດຖະກິດ – ສັງຄົມ ແລະ ແຜນວຽກຈຸດສຸມ ໂດຍສະເພາະ

ພາບປະກອບຂ່າວ

ດ້ານວັດທະນະທໍາ – ສັງຄົມ: ຈັດຕັ້ງປະຕິບັດບັນດາຄາດໝາຍ MDG ໃນຂະແໜງການສຶກສາ ແລະ ສາທາລະນະສຸກ ເປັນຕົ້ນ 17 ຄາດໝາຍຍ່ອຍ ທີ່ຍັງບໍ່ບັນລຸໃນປີ 2019 ໃຫ້ໄດ້ 100%; ຈໍາກັດພະຍາດລະບາດ – ໄຂ້ເລືອດອອກ, ໄຂ້ຍຸງລາຍໃຫ້ໄດ້ 95%, ຫຼຸດຜ່ອນການຕາຍຂອງເດັກລຸ່ມ 5 ປີ ໃຫ້ຍັງເຫຼືອ 25/1000, ຈໍາກັດ ແລະ ແກ້ໄຂພະຍາດອັນຕະລາຍ 6 ປະການ ( ພະຍາດເອດສ໌, ມະເຮັງ, ໄຂ້ຫວັດສັດປີກ, ໄຂ້ເລືອດອອກ ແລະ ພະຍາດຫົວໃຈ ).

ພາບປະກອບຂ່າວ

ຈັດຫາວຽກເຮັດງານທໍາໃຫ້ໄດ້ 4.000 ຕໍາແໜ່ງ, ຝຶກສີມືແຮງງານໃຫ້ໄດ້ 500 ຄົນ; ສ້າງຫົວໜ່ວຍແຮງງານທີ່ມີແຮງງານແຕ່ 5 ຄົນຂຶ້ນໄປ ໃນຈໍານວນ 200 ແຫ່ງ ໃຫ້ມີສັນຍາ ກວມເອົາ 80%; ປັບປຸງຄຸນນະພາບການບໍລິການການທ່ອງທ່ຽວ, ສູ້ຊົນຫັນປ່ຽນຂະແໜງການທ່ອງທ່ຽວເປັນອຸດສາຫະກໍາທ່ອງທ່ຽວບາດກ້າວໜຶ່ງ, ຂະຫຍາຍແຫຼ່ງທ່ອງທ່ຽວທາງນ້ຳ ແລະ ທ່ອງທ່ຽວທາງການກະເສດທີ່ນອນໃນແຜນຮຽກການລົງທຶນໃຫ້ເພີ່ມຕື່ມ 50%, ດຶງດູດນັກທ່ອງທ່ຽວເຂົ້ານະຄອນຫຼວງວຽງຈັນ 2 ລ້ານກວ່າຄົນ; ເດັດດ່ຽວແກ້ໄຂປາກົດການຫຍໍ້ທໍ້ໃນດ້ານວັດທະນະທໍາ – ສັງຄົມທີ່ພົ້ນເດັ່ນ: ການຄ້າໂສເພນີ, ລາມົກອານາຈານ, ການກໍ່ອາດຊະຍາກໍາ, ການຄ້າມະນຸດ ແລະ ອື່ນໆ ໃຫ້ຫຼຸດລົງ 50%.

ພາບປະກອບຂ່າວ

ດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ: ປະຕິບັດຄາດໝາຍດ້ານສິ່ງແວດລ້ອມ, ໂຄງການແກ້ໄຂນໍ້າຂັງ, ນ້ຳອັ່ງ, ບໍາບັດນ້ຳເປື້ອນໃນຕົວເມືອງ, ກໍາຈັດຂີ້ເຫຍື້ອໃຫ້ສໍາເລັດໂດຍພື້ນຖານ ໃຫ້ໄດ້ 85% ຂອງຕົວຊີ້ວັດ; ປັກຫຼັກໝາຍດິນ 8 ປະເພດ ( ດິນກະສິກໍາ, ດິນເຂດສະຫງວນ, ຄອງ, ບຶງ ແລະ ອື່ນໆ ), ແກ້ໄຂ ແລະ ດໍາເນີນການປະເມີນສະພາບແວດລ້ອມຊຸດໂຊມໃນໝູ່ບ້ານໃຫ້ໄດ້ຢ່າງຂາດຕົວ; ແກ້ໄຂຂໍ້ຂັດແຍ່ງດ້ານທີ່ດິນໃຫ້ຫຼຸດລົງບໍ່ຫຼຸດ 30% ( ຂອງ 800 ກໍລະນີໃນປັດຈຸບັນ )

ພາບປະກອບຂ່າວ

ອອກໃບຕາດິນໃຫ້ໄດ້ 10.000 ຕອນ; ເຝົ້າລະວັງໄພພິບັດຈາກທໍາມະຊາດທີ່ອາດຈະເກີດຂຶ້ນ ແລະ ຕອບໂຕ້ໃຫ້ທັນການ ເພື່ອຫຼຸດຜ່ອນຄວາມສ່ຽງ ຫຼື ຜົນກະທົບທີ່ອາດຈະເກີດຂຶ້ນຈາກໄພແຫ້ງແລ້ງ ຫຼື ນ້ຳຖ້ວມໃຫ້ມີປະສິດທິຜົນ; ຈໍາກັດ ແລະ ປັບໃໝຜົນລະເມືອງທີ່ຈູດຂີ້ເຫຍື້ອ, ທົ່ງຫຍ້າ, ປ່າໄມ້ຊະຊາຍ ໂດຍອອກຄໍາສັ່ງຂອງອົງການປົກຄອງ ເພື່ອເປັນເຄື່ອງມືປະຕິບັດ.

ຂ່າວ: ສົມລົດ; ຮູບ: ສອນໄຊ