ສາທາແຈ້ງ ຈົ່ງມີສະຕິປ້ອງກັນຕົວ ເຖິງຍັງບໍ່ພົບຜູ້ຕິດເຊື້ອໄວຣັສໂຄໂຣນາ

98

ກະຊວງສາທາລະນະສຸກ ແຈ້ງໃຫ້ປະຊາຊົນຈົ່ງມີສະຕິໃນການເບິ່ງຂ່າວ ພ້ອມທັງຕິດຕາມສະຖານະການຢ່າງໃກ້ຊິດ ລວມທັງປ້ອງກັນຕົວເອງຢູ່ຕະຫຼອດເວລາ ເຖິງວ່າຮອດປັດຈຸບັນຍັງບໍ່ພົບຜູ້ຕິດເຊື້ອພະຍາດປອດອັກເສບຈາກເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່ ( nCoV ) ຢູ່ລາວກໍຕາມ.

ພາບປະກອບຂ່າວ

ສຳລັບຫາງສຽງວ່າມີກໍລະນີເກີດຂຶ້ນທີ່ໂຮງໝໍມິດຕະພາບແມ່ນບໍ່ມີຄວາມຈິງ, ຫາກບຸກຄົນໃດມີອາການສຸ່ມສ່ຽງໃຫ້ພົບແພດທັນທີ ຫຼື ສາມາດໂທຫາສາຍດ່ວນ 166 ໄດ້ຕະຫຼອດ 24 ຊົ່ວໂມງ.

ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ສຳພາດໃນວັນທີ 27 ມັງກອນ 2020 ວ່າ: ສປປ ລາວ ຍັງບໍ່ມີລາຍງານກໍລະນີຕິດເຊື້ອ. ເຖິງຢ່າງໃດກໍຕາມ, ທາງກະຊວງສາທາລະນະສຸກ ໄດ້ເຝົ້າລະວັງສະຖານະການຢ່າງໃກ້ຊິດ ໂດຍການກຳນົດຈຸດປະສານງານໃນການຈັດຕັ້ງປະຕິບັດມາດຕະການກະກຽມຄວາມພ້ອມ.

ບັນດາດ່ານສາກົນໄດ້ມີການໃຫ້ຂໍ້ມູນ – ຂ່າວສານແກ່ຜູ້ໂດຍສານຂາເຂົ້າ ແລະ ມີການກຽມ ຄວາມພ້ອມຂອງທີມແພດເຝົ້າລະວັງໃນການຄັດກອງຜູ້ໂດຍສານທີ່ເດີນທາງຈາກປະເທດທີ່ມີລາຍງານການລະບາດ; ບັນດາໂຮງໝໍໄດ້ມີການກະກຽມຫ້ອງແຍກດ່ຽວ, ອຸປະກອນປ້ອງກັນຕົນເອງ ພ້ອມທັງການກຽມ ຄວາມພ້ອມໃຫ້ແກ່ພະນັກງານແພດໝໍດ້ານວຽກງານປິ່ນປົວ, ການກັນ ແລະ ຄວບຄຸມການຕິດເຊື້ອ ລວມທັງການຍົກລະດັບກະກຽມຫ້ອງວິເຄາະທີ່ສາມາດກວດຫາເຊື້ອຈຸລະໂລກດັ່ງກ່າວໃນ ສປປ ລາວ ພາຍໃນ 24 ຊົ່ວໂມງ.

ສຳລັບກໍລະນີມີຂ່າວທາງສື່ອອນລາຍວ່າພົບນັກສຶກສາລາວຕິດເຊື້ອພະຍາດອັກເສບປອດສາຍພັນໃໝ່ແມ່ນບໍ່ມີມູນຄວາມຈິງ ເຊິ່ງເປັນພຽງການປ້ອງກັນເບື້ອງຕົ້ນ ເນື່ອງຈາກວ່າຜູ້ກ່ຽວມີອາການໄຂ້ຫວັດເທົ່ານັ້ນ ທາງໂຮງໝໍຈຶ່ງໄດ້ໃຊ້ຊຸດເພື່ອເປັນການປ້ອງກັນລ່ວງໜ້າ.

ນອກນັ້ນ, ຍັງແຈ້ງເຕືອນພໍ່ແມ່ປະຊາຊົນໃຫ້ເສບຂໍ້ມູນ – ຂ່າວສານຢ່າງມີສະຕິ ແລະ ບັນດານັກສຶກສາທີ່ກັບມາຈາກປະເທດຈີນ ໃຫ້ສັງເກດຕົນເອງຖ້າມີອາການໄຂ້, ໄອ, ຈາມ ຫຼື ຫາຍໃຈຍາກແມ່ນແນະນໍາໃຫ້ມີການລາຍງານດ່ວນ.

ປັດຈຸບັນແມ່ນຍັງບໍ່ທັນມີຢາປິ່ນປົວສະເພາະ ພຽງແຕ່ປິ່ນປົວຕາມອາການ ໂດຍກຸ່ມສ່ຽງແມ່ນຜູ້ເຖົ້າ, ຜູ້ທີ່ມີພະຍາດປະຈໍາຕົວ ແລະ ຜູ້ທີ່ມີພູມຕ້ານທານຕໍ່າ. ສະນັ້ນ, ໃຫ້ພໍ່ແມ່ປະຊາຊົນຮັກສາສຸຂະພາບຕົນເອງໃຫ້ແຂງແຮງ.

ພາບປະກອບຂ່າວ

ພ້ອມທັງແນະນຳວິທີປ້ອງກັນ ແລະ ຂໍຄວາມຮ່ວມມືຈາກພໍ່ແມ່ປະຊາຊົນຫຼີກລຽງການເດີນທາງໄປເຂດທີ່ມີການລະບາດ ຫຼື ຊຸມຊົນແອອັດຖ້າບໍ່ຈໍາເປັນ ແລະ ລ້າງມືດ້ວຍສະບູ ຫຼື ນໍ້າຢາຂ້າເຊື້ອ; ຫຼີກລຽງການສໍາຜັດໃກ້ຊິດກັບຄົນທີ່ມີອາການຄ້າຍຄືໄຂ້ຫວັດ ເຊັ່ນ: ໄຂ້, ໄອ, ເຈັບຄໍ ແລະ ຫາຍໃຈຍາກ ຖ້າມີອາການສົງໄສໃຫ້ພົບແພດທີ່ຢູ່ໃກ້; ຫຼີກລຽງການສໍາຜັດສັດເປັນ ຫຼື ຕາຍ, ປະຕິບັດມາລະຍາດໃນການໄອ – ຈາມດ້ວຍການອັດປາກ ແລະ ດັງ; ຖ້າມີອາການສົງໄສໃຫ້ໄປພົບແພດດ່ວນ ແລະ ແຈ້ງປະຫວັດການເດີນທາງໃນໄລຍະ 14 ວັນກ່ອນມີອາການ, ກໍລະນີຕ້ອງການຄວາມຊ່ວຍເຫຼືອ ຫຼື ພົບເຫັນກະລຸນາໂທ 020 5406 6777 ຫຼື ສາຍດ່ວນ 166 ຕະຫຼອດ 24 ຊົ່ວໂມງ.

ພາບປະກອບຂ່າວ

ສ່ວນສະຖານະການຫຼ້າສຸດຈາກການລາຍງານຂ່າວຂອງວິທະຍຸຊີອາໄອ ( CRI-FM93 ) ເປີດເຜີຍວ່າ: ມາຮອດເວລາ 24 ໂມງ ຂອງວັນທີ 26 ມັງກອນນີ້, ຄະນະກຳມະການອະນາໄມ ແລະ ສຸຂະພາບແຫ່ງຊາດຈີນ ໄດ້ຮັບການລາຍງານຜູ້ຕິດເຊື້ອພະຍາດດັ່ງກ່າວຈາກ 30 ແຂວງ ( ເຂດປົກຄອງຕົນເອງ, ນະຄອນ ) ໃນທົ່ວປະເທດທັງໝົດ ມີ 2.744 ຄົນ ( ຜູ້ມີອາການໜັກ 461 ຄົນ ), ມີຜູ້ເສຍຊີວິດ 80 ຄົນ. ຜູ້ໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍ ມີ 51 ຄົນ, ມີຜູ້ສົງໄສຕິດເຊື້ອພະຍາດ 5.794 ຄົນ.