ມວຍລາວ ຊຽງຂວາງ ເກມ ມີຊີງໄຊເຖິງ 20 ຫຼຽນຄຳ, ສະໜາມພ້ອມ 100%

93

ຕາມການລາຍງານຂອງ ທ່ານ ມໍລະກົດ ສຸວັນນະສັງໂຊ ເລຂາທິການສະຫະພັນມວຍລາວແຫ່ງຊາດ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມວຽກງານກີລາລະດັບສູງ ປະຈຳປີ 2019 ທີ່ແຂວງຊຽງຂວາງ ລະຫວ່າງວັນທີ 21-22 ມັງກອນ ຜ່ານມາ ແຈ້ງໃຫ້ເຊາບວ່າ: ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ ກໍໄດ້ມີເວລາໄປກວດກາຢ້ຽມຊົມ ຄວາມຄືບໜ້າການກຽມຄວາມພ້ອມ ສະໜາມແຂ່ງຂັນມວຍລາວ ຊຽງຂວາງ ເກມ ທີ່ນຳໃຊ້ສະໂມສອນກີລາໃນຮົ່ມໂຮງຮຽນພອນສະຫວັນແຂວງຊຽງຂວາງ ເທດສະບານເມືອງແປກ ທີ່ມີຂະໜາດ 15X25 ແມັດ ສາມາດບັນຈຸຜູ້ເຂົ້າຊົມ ແລະ ເຊຍໄດ້ເຖິງ 1.500 ຄົນ ໂດຍລວມແລ້ວກໍເຫັນວ່າ ສະໜາມດັ່ງກ່າວ ປັດຈຸບັນສາມາດກໍ່ສ້າງ ແລະ ປັບປຸງສຳເລັດແລ້ວ 100% ຍັງເຫຼືອພຽງແຕ່ຕິດຕັ້ງໄຟຟ້າໃນຫ້ອງນໍ້າ ແລະ ນອກສະຖານທີ່ເທົ່ານັ້ນ ຂະນະທີ່ ປີນີ້ ງານກີລາແຫ່ງຊາດ ສຳລັບກີລາມວຍລາວ ແມ່ນມີການຊີງໄຊເຖິງ 20 ລາຍການ ເພີ່ມຈາກປະເພດຟ້ອນຕື່ມອີກ 6 ລາຍການ ຈາກເດີມ 14 ຫຼຽນຄໍາ ໃນຈຳນວນ 20 ລາຍການ ປະກອບມີ ປະເພດຕໍ່ສູ້ 14 ລາຍການ ກໍຄື ປະເພດຊາຍມີ 7 ຮຸ່ນ ແລະ ຍິງ 7 ຮຸ່ນ, ສ່ວນປະເພດຟ້ອນ ມີ ປະເພດຟ້ອນດ່ຽວຍິງ-ຊາຍ, ຄູ່ຍິງ-ຊາຍ ແລະ ທີມຍິງ-ຊາຍ.

ທ່ານເລຂາທິການສະຫະພັນມວຍລາວແຫ່ງຊາດ ບອກຕື່ມອີກວ່າ: ການແຂ່ງຂັນກີລາມວຍລາວ ຊຽງຂວາງ ເກມ ໃນເບື້ອງຕົ້ນ ມີ 11 ພາກສ່ວນແຈ້ງເຈດຈຳນົງຮ່ວມຊີງໄຊ ຢ່າງເປັນທາງການແລ້ວ ເຊິ່ງທາງແຂວງພາກກາງ ແລະ ພາກໃຕ້ ທີ່ມີມູນເຊື້ອໃນການສ້າງນັກມວຍລາວ ແມ່ນເປັນທີ່ແນ່ນອນທີ່ຈະສົ່ງນັກກີລາເຂົ້າຮ່ວມ ປະກອບມີ ແຂວງອັດຕະປື, ແຂວງເຊກອງ, ແຂວງຈຳປາສັກ, ແຂວງສາລະວັນ, ແຂວງສະຫວັນນະເຂດ, ແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ ນອກນັ້ນ ກໍມີ ນະຄອນຫຼວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ແຂວງຫຼວງພະບາງ ແລະ ແຂວງຊຽງຂວາງ ສ່ວນອີກແຂວງອື່ນໆ ໂດຍສະເພາະເຂດພາກເໜືອ ກຳລັງມີການພົວພັນ ແລະ ຄາດວ່າ ຈະມີຈຳນວນໜຶ່ງແຈ້ງເຂົ້າຮ່ວມແຂ່ງຂັນ.

ຂ່າວສົງການ, ຮຽບຮຽງ: ຄໍາສອນ