ສະຖານທູດສປປລາວທີ່ປັກກິ່ງຢັ້ງຢືນນັກສຶກສາລາວທຸກຄົນປອດໄພດີ ແລະ ໄດ້ຮັບການເອົາໃຈໃສ່ເບິ່ງແຍງຈາກການຈັດຕັ້ງ

104

ຕາມການລາຍງານຂອງສະຖານທູດລາວ ທີ່ນະຄອນຫຼວງປັກກິ່ງ ສປ ຈີນໃນວັນທີ 27 ມັງກອນ 2020 ນີ້ໃຫ້ຮູ້ວ່າ: ຢູ່ໃນເມືອງອູຫັ້ນທີ່ເປັນສູນກາງການລະບາດຂອງພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື ໄວຣັສໂຄໂຣນ່າ ສາຍພັນໃໝ່ແມ່ນມີນັກສຶກສາລາວ 100 ກວ່າຄົນ ແຕ່ຫຼັງຈາກເສັງແລ້ວ ນັກສຶກສາລາວປະມານ90 ຄົນແມ່ນໄດ້ກັບມາລາວເປັນຍິງ 41 ຄົນ, ຕອນນີ້ຍັງຢູ່ໃນແຂວງຫູເປີ່ຍ ທັງໝົດ 49 ຄົນ ຍິງ 20 ຄົນ.

ນັກສຶກສາເຫລົ່ານີ້ຂຶ້ນກັບກົງສູນໃຫຍ່ຊ່າງຊາ ແລະທັງໝົດແມ່ນຢູ່ໃນຄວາມປອດໄພທຸກຢ່າງ ທັງໄດ້ຮັບຄວາມເອົາໃຈໃສ່ຈາກບັນດາໂຮງຮຽນ ແລະການຈັດຕັ້ງຂອງແຂວງຫູເປີ່ຍເປັນຢ່າງດີ.

ສ່ວນວ່ານັກສຶກສາລາວຢູ່ຈີນໃນແຂວງອື່ນໆ ແມ່ນໄດ້ກັບ ສປປ ລາວຫຼັງຈາກເສັງພາກຮຽນ1 ແລ້ວແຕ່ຕົ້ນເດືອນທັນວາຫາຕົ້ນເດືອນມັງກອນ ແລະຍັງຈຳນວນໜຶ່ງກໍ່ທະຍອຍກັບບ້ານ, ສ່ວນນັກສຶກສາລາວທີ່ຍັງຢູ່ໂຮງຮຽນແມ່ນຍັງມີໜ້ອຍ ແລະລ້ວນໄດ້ຮັບຄວາມເອົາໃຈໃສ່ຈາກການຈັດຕັ້ງເປັນຢ່າງດີ.

ສະຖານທູດເຫັນວ່າ ສປ ຈີນໄດ້ແກ້ໄຂບັນຫານີ້ດ້ວຍຄວາມເອົາໃຈໃສ່, ເອົາຈີງເອົາຈັງ ແລະອະນຸມັດສ້າງໂຮງໝໍປິ່ນປົວພະຍາດດັ່ງກ່າວທີ່ອູຫັ້ນຢ່າງຮີບດ່ວນ ແລະໃຫ້ສຳເລັດພາຍໃນ 10 ວັນ.

ອີກຢ່າງໜຶ່ງການຈັດຕັ້ງໃນແຕ່ລະໂຮງຮຽນທີ່ນັກສຶກສາຕ່າງປະເທດຢູ່ ກໍ່ໄດ້ເອົາໃຈໃສ່ແນະນຳວິທີປ້ອງກັນ, ຕິດຕາມ ແລະກວກາເປັນຢ່າງດີ.