ສາທາຢືນຢັນ! ລາວຍັງບໍ່ພົບຜູ້ຕິດເຊື້ອໄວຣັສໂຄໂຣນາ, ຫາກສົງໄສແຈ້ງດ່ວນ 166

235

ຈາກກໍລະນີ ມີສື່ສັງຄົມອອນລາຍລາວໄດ້ລາຍງານວ່າ ມີນັກສຶກສາລາວຜູ້ຕ້ອງສົງໄສຕິດພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ ເຊິິ່ງຂ່າວດັ່ງກ່າວກາຍເປັນປະເດັນ ເຮັດໃຫ້ມວນຊົນສົນໃຈເປັນຢ່າງຍິ່ງ ແລະ ມີເກີດຄວາມກັງວົນໄປຕາມໆກັນ.

ຫຼ້າສຸດ, ທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວ ໃນວັນທີ 27 ມັງກອນ 2020 ນີ້ວ່າ: ປັດຈຸບັນ ລາວຍັງບໍ່ທັນມີລາຍງານກໍລະນີຕິດເຊື້ອພະຍາດດັ່ງກ່າວ. ສ່ວນກໍລະນີພົບນັກສຶກສາລາວ ທີ່ສົງໄສຕິດພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ນັ້ນ ຈາກການກວດກາຂອງໂຮງໝໍສາມາດຢືນຢັນວ່າ ຜູ້ກ່ຽວເປັນພຽງແຕ່ຕິດໄຂ້ຫວັດທໍາມະດາ ບໍ່ແມ່ນຕິດພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ແຕ່ຢ່າງໃດ.

ທ່ານ ບຸນກອງ ສີຫາວົງ ໃຫ້ຮູ້ວ່າ: ປັດຈຸບັນ ກະຊວງສາທາລະນະສຸກ ໄດ້ມີການຕິດຕາມເຝົ້າລະວັງສະຖານະການຢ່າງໃກ້ຊິດ ໂດຍການກຳນົດຈຸດປະສານງານໃນການຈັດຕັ້ງປະຕິບັດມາດຕະການໃນການກະກຽມຄວາມພ້ອມ. ນອກນີ້, ບັນດາດ່ານສາກົນໄດ້ມີການໃຫ້ຂໍ້ມູນຂ່າວສານແກ່ຜູ້ໂດຍສານຂາເຂົ້າແລະມີການກະກຽມຄວາມພ້ອມໃນການຄັດກອງຜູ້ໂດຍສານທີ່ເດີນທາງມາຈາກປະເທດທີ່ມີລາຍງານການລະບາດ.

ຂະນະດຽວກັນ, ບັນດາໂຮງໝໍໄດ້ມີການກະກຽມຫ້ອງແຍກປ່ຽວອຸປະກອນປ້ອງກັນຕົນເອງແລະລົດຮັບສົ່ງຄົນເຈັບ, ແລະມີການກະກຽມໃຫ້ແກ່ພະນັກງານແພດໝໍດ້ານວຽກງານການປິ່ນປົວ ແລະການກັນແລະຄວບຄຸມການຕິດເຊື້ອ, ໄດ້ຍົກລະດັບກະກຽມຫ້ອງວິເຄາະ ທີ່ສາມາດກວດຫາເຊື້ອຈຸລະໂລກດັ່ງກ່າວໄດ້ໃນ ສປປລາວ ພາຍໃນ 24 ຊົ່ວໂມງ.

ພ້ອມກັນນີ້, ຂໍໃຫ້ພໍ່ແມ່ປະຊາຊົນຈົ່ງເພີ່ມທະວີການປ້ອງກັນພະຍາດ, ໃຫ້ຫຼີກລ້ຽງການເດີນທາງໄປເຂດທີ່ມີການລະບາດ ຫຼື ຊຸມຊົນແອອັດ, ບ່ອນທີ່ມີຄົນຫຼາຍ, ຖ້າພົບອາການຄ້າຍຄືໄຂ້ຫວັດ ເຊັ່ນ: ໄຂ້, ໄອ, ເຈັບຄໍ, ຫາຍໃຈຍາກ ຈົ່ງໄປຫາແພດໝໍ ແລະ ແຈ້ງປະຫວັດການເດີນທາງ ຖ້າໄດ້ໄປເຂດທີ່ມີການລະບາດພະຍາດດັ່ງກ່າວໃນໄລຍະ 14 ວັນກ່ອນມີອາການ. ກໍລະນີຕ້ອງການຄວາມຊ່ວຍເຫຼືອ ຫຼື ພົບເຫັນກະລຸນາໂທ 020 5406 6777 ຫຼື ສາຍດ່ວນ 166 ຕະຫຼອດ 24 ຊົ່ວໂມງ.