ປະຊຸມຄູສອນພາສາອັງກິດທົ່ວປະເທດ ເນັ້ນຄິດບວກສ້າງນັກສຶກສາໃຫ້ເຊື່ອໝັ້ນໂຕເອງ

140

ພາສາອັງກິດເປັນກະແຈດອກສຳຄັນ ໃນການເອົາຕົນເອງອອກຈາກຄວາມເປັນຢູ່ແບບເດີມໆ ເປີດຫູເປີດຕາ ແລະ ເປີດໃຈຮັບໂລກກວ້າງດ້ວຍຄວາມເຂົ້າໃຈທີ່ທ່ອງແທ້ ຄູສອນພາສາອັງກິດຈິ່ງມີຄວາມສຳຄັນ ແລະ ຈຳເປັນຕ້ອງແມ່ນຜູ້ທີ່ມີວິໄສທັດດີ ຄິດບວກ ແລະສາມາດສົ່ງຄວາມຮູ້ແກ່ນັກຮຽນນັກສຶກສາຢ່າງມີຄຸນນະພາບ.

ເພື່ອເຮັດໃຫ້ບັນດາຄູສອນພາສາອັງກິດໃນທົ່ວໄປະເທດໄດ້ມີໂອກາດມາແລກປ່ຽນບົດຮຽນ ປະສົບການ ແລະ ຄວາມຮູ້ດ້ານການຮຽນການສອນໃຫ້ເລີກເຊິ່ງກວ່າເກົ່າ ທາງມະຫາວິທະຍາໄລແຫ່ງຊາດໄດ້ເປັນເຈົ້າການຈັດກອງປະຊຸມສະເພາະຄູສອນວິຊາພາສາອັງກິດໃນທົ່ວປະເທດຂຶ້ນ ແລະປີນີ້ເປັນຄັ້ງທີ 16 ແລ້ວ.

ຈຸດປະສົງ ການຈັດກອງປະຊຸມຄັ້ງນີ້, ແມ່ນແນໃສ່ການສ້າງໂອກາດໃຫ້ແກ່ຄູສອນພາສາອັງກິດໄດ້ພັດທະນາແນວຄວາມຄິດທາງບວກຂອງອາຈານໃນການສອນພາສາອັງກິດ, ໃຫ້ຜູ້ທີ່ເຮັດໜ້າທີ່ສົ່ງຄວາມຮູ້ໄດ້ຕີລາຄາໂຕເຂົາເອງ ກ່ຽວການແນວຄວາມຄິດລິເລີ່ມໃນການພັດທະນາຕົວເຂົາເຈົ້າເອງ ແລະວິທີການສ້າງນັກສຶກສາ.

ສິ່ງໜຶ່ງອີກຄືເພື່ອນຳສະເໜີຄວາມສຳຄັນຂອງການມີແນວຄວາມຄິດໃນທາງບວກ ແລະ ວິທີການສົ່ງເສີມແນວຄວາມຄິດທີ່ສາມາດພັດທະນາໄດ້ໃນຫ້ອງຮຽນພາສາອັງກິດເປັນພາສາຕ່າງປະເທດ, ສ້າງໂອກາດໃຫ້ແກ່ອາຈານສອນພາສາອັງກິດໃນການສືບຕໍ່ພັດທະນາທາງດ້ານອາຊີບ, ສ້າງເຄືອຂ່າຍ ແລະ ການຮ່ວມມືກັບເພື່ອນຮ່ວມງານໃນສາຂາວິຊາຊີບດຽວກັນທີ່ມາຈາກຫຼາຍພາກສ່ວນທົ່ວໂລກ.

ສ້າງໂອກາດໃຫ້ແກ່ອາຈານສອນພາສາອັງກິດໃນການຊອກຫາຄຳຕອບໃຫ້ຄຳບັນດາຄຳຖາມທີ່ວ່າ: “ໃນນາມທີ່ພວກເຮົາເປັນອາຈານພວກເຮົາຈະຄິດທາງບວກຕໍ່ກັບອາຊີບເຮົາໄດ້ແນວໃດ? ພວກເຮົາຈະສ້າງໃຫ້ນັກສຶກສາເຊື່ອໝັ້ນໃນໂຕເຂົາເຈົ້າໄດ້ແນວໃດ? ພວກເຮົາຈະປ່ຽນຄວາມເຊື່ອຂອງພວກເຮົາກ່ຽວກັບຄວາມສາມາດໃນການສອນໄດ້ແນວໃດ? ພວກເຮົາຈະປ່ຽນຄ່ຳເວົ້າທີ່ວ່າ ເຮັດບໍ່ໄດ້ມາເປັນເຮັດໄດ້ ໄດ້ແນວໃດ?.

ກອງປະຊຸມການສິດສອນພາສາອັງກິດຄັ້ງທີ 16 ໃຫ້ແກ່ຄູສອນ ພາສາອັງກິດທັງພາຍໃນ ແລະ ຕ່າງປະເທດ ໄດ້ຈັດຂຶ້ນທີ່ ມະຫາວິທະຍາໄລແຫ່ງຊາດ (ມຊ) ໃນລະຫວ່າງ ວັນທີ 27-28 ມັງກອນ 2020 ເປັນກຽດເຂົ້າຮ່ວມ ໂດຍທ່ານ ຮສ.ປອ ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມຊ, ທ່ານ Colin Crosby ອຸປະທູດຈາກສະຖານທູດ ສະຫະລັດອາເມລິກາປະຈຳ ສປປ ລາວ ພ້ອມດ້ວຍພະນັກງານ ຄູ-ອານ ຈາກພາຍໃນ ແລະ ຕ່າງປະເທດ ແລະ ແຂກ ຖືກເຊີນ ຈຳນວນ 300 ທ່ານ ເຂົ້າຮ່ວມ.