ຮັກສາສຸຂະພາບແດ່ເດີ…ອຸຕຸແຈ້ງ ອາກາດຈະເຢັນລົງຕື່ມອີກ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ຫຼວງນໍ້າທາອຸ່ນຫະພູມຈະລົງຮອດ4ອົງສາ

67

ພະຍາກອນອາກາດປະຈໍາວັນທີ 27 ມັງກອນ 2020 ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ:ຄວາມກົດດັນສູງຂອງອາກາດເຢັນມີກຳລັງປານກາງຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາ ເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່

ເຮັດໃຫ້ອຸນຫະພູມອາກາດຈະເຢັນລົງຕື່ມອີກ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ພະຍາກອນອາກາດຂອງຕາລະພາກມີດັ່ງນີ້

+ພາກເໜືອດ້ານຕາເວັນອອກ

+ພາກເໜືອດ້ານຕາເວັນຕົກ

+ພາກກາງແລະນະຄອນຫຼວງວຽງຈັນ

+ພາກໃຕ້