ລັດຖະບານ ສັ່ງໃຫ້ກະຊວງສາທາລະນະສຸກ ເຝົ້າລະວັງ ແລະ ສະກັດກັ້ນການລະບາດ ຂອງພະຍາອັກເສບປອດສາຍພັນໃໝ່

218

ພະຍາດອັກເສບປອດສາຍພັນໃໝ່ ຈາກເຊື້ອໄວຣັດໂຄໂຣນາ ໃນຈີນຍັງໜ້າເປັນຫ່ວງ ເມື່ອໂຕເລກຜູ້ຕິດເຊື້ອພະຍາດໃນຈີນຮອດວັນທີ 25 ມັງກອນ 2020 ເພີ່ມຂຶ້ນເປັນ 1.975ຄົນ ແລະ ເສຍຊີວິດແລ້ວ56ຄົນ.

ຕໍ່ສະພາບການດັ້່ງກ່າວ ໃນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນມັງກອນ 2020 ທີ່ມີຂຶ້ນເມື່ອວັນທີ 22-23 ມັງກອນ ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ກະຊວງສາທາລະນະສຸກ ສົມທົບກັບພາກສ່ວນກ່ຽວຂ້ອງ ຕິດຕາມເຝົ້າລະວັງ ແລະ ສະກັດກັ້ນການລະບາດ ຂອງພະຍາອັກເສບປອດສາຍພັນໃໝ່ ພ້ອມທັງ ແຈ້ງເຕືອນ, ແນະນໍາໃຫ້ປະຊາຊົນຮັບຊາບ ແລະ ເຂົ້າໃຈເຖິງວິທີປ້ອງກັນ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໄດ້ອອກມາຖະແຫຼງຂ່າວຕໍ່ສື່ມວນຊົນເມື່ອວັນທີ23ມັງກອນ ເຖິງການເພີ່ມທະວີການເຝົ້າລະວັງແລະການປ້ອງກັນພະຍາດດັ່ງກ່າວວ່າ:ໄດ້ແຈ້ງການໃນການປ້ອງກັນໃຫ້ກັບດ່ານສາກົນ, ເນັ້ນໜັກສະໜາມບິນສາກົນຫຼວງພະບາງ ແລະ ສະໜາມບິນສາກົນວັດໄຕ ເຊິ່ງຈະມີທີມແພດຕອບໂຕ້ໂດຍກົງປະຈໍາຢູ່ດ່ານ ເພາະບາງກໍລະນີແມ່ນບໍ່ສະແດງອາການ ລວມທັງການແຈ້ງເຕືອນທຸກແຂວງທົ່ວປະເທດສົມທົບກັບທີມລະບາດສືບສວນ ແລະ ຕອບໂຕ້ໄວໃຫ້ເຝົ້າລະວັງຢ່າງໃກ້ຊິດ.

ພາບປະກອບຈາກຈີນ

ຂະນະທີ່ໃນບົດລາຍງານຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກສະບັບວັນທີ 24 ມັງກອນ 2020 ລະບຸວ່າຍັງບໍ່ພົບກໍລະນີສົງໄສຜູ້ຕິດເຊື້ອພະຍາດເທື່ອ. ໃນຕອນບ່າຍມື້ນີ້(27 ມັງກອນ 2020) ລັດຖະມົນຕີກະຊວງສາທາລະນະສຸກ ຈະຖະແຫຼງຂ່າວສະຸຖານະການ ແລະມາດຕະຖານຕ່າງໆຂອງສປປລາວຕໍ່ການຮັບມືກັບ.

ພາບປະກອບຈາກຈີນ

ສ່ວນມີວິທີປ້ອງກັນແມ່ນປະຕິບັດຄືເປັນໄຂ້ຫວັດໃຫຍ່ຄື:

▶ ຫຼີກລຽງການເດີນທາງໄປເຂດທີ່ມີການລະບາດ ຫຼື ຊຸມຊົນແອອັດຖ້າບໍ່ຈໍາເປັນ.

▶ ຫຼີກລຽງການສໍາຜັດໃກ້ຊິດກັບຄົນທີ່ມີອາການຄ້າຍຄືໄຂ້ຫວັດ ເຊັ່ນ: ໄຂ້, ໄອ, ເຈັບຄໍ ແລະ ຫາຍໃຈຍາກ; ຖ້າມີອາການສົງໄສໃຫ້ພົບແພດທີ່ຢູ່ໃກ້.

▶ ຫຼີກລຽງການສໍາຜັດສັດເປັນ ຫຼື ຕາຍ.

▶ ປະຕິບັດມາລະຍາດໃນການໄອ – ຈາມ ດ້ວຍການອັດປາກ ແລະ ດັງ ຖ້າມີອາການສົງໄສໃຫ້ໄປພົບແພດດ່ວນ ແລະ ແຈ້ງປະຫວັດການເດີນທາງໃນໄລຍະ 14 ວັນກ່ອນມີອາການ.

▶ ກໍລະນີຕ້ອງການຄວາມຊ່ວຍເຫຼືອກະລຸນາໂທ 020 5406 6777 ຫຼື ສາຍດ່ວນ 166 ໃນໂມງລັດຖະການ.