ສະພາສະຫວັນນະເຂດ ຮັບຮອງການແຕ່ງຕັ້ງບຸກຄະລາກອນໃໝ່ 3 ຕຳແໜ່ງ

120

ນັບວ່າເປັນສິ່ງໃໝ່ ຂອງອົງການນິຕິບັນຍັດ ທີ່ໄດ້ເພີ່ມການພິຈາລະນາຮັບຮອງເອົາຕໍາແໜ່ງສຳຄັນເຂົ້າໃນວາລະປະຊຸມ ແລະຕໍ່ໄປຈະມີການລົງຄະແນນປະເມີນໝາກຜົນການເຮັດວຽກຂອງຜູ້ທີ່ຜ່ານການຮັບຮອງໂດຍສະພານັ້ນຄືກັນກັບສະພາແຫ່ງຊາດທີ່ໄດ້ຈັດຕັ້ງເປັນຕົວແບບແລ້ວກ່ອນໜ້ານີ້.

ໂດຍໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ I ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 20-25 ມັງກອນ 2020 ຜ່ານມາ ທີ່ຫໍວັດທະນະທຳ ໄກສອນ ພົມວິຫານ, ເຊິ່ງໃນກອງປະຊຸມ ໄດ້ຮັບຮອງເອົາການແຕ່ງຕັ້ງບຸກຄະລາກອນ ຄະນະນໍາຂັ້ນພະແນກໃໝ່ 3 ຕໍາແໜ່ງ ພ້ອມທັງປະເມີນການປະຕິບັດໜ້າທີ່ພາຍໃນພາກສ່ວນຕ່າງໆຂອງບັນດາພະແນກການ.

ໃນນີ້, ໄດ້ຮັບຮອງເອົາ ທ່ານ ແສນສັກ ພິມວົງສາ ຮັກສາການຫົວໜ້າພະແນກພາຍໃນແຂວງ ຂຶ້ນເປັນຫົວໜ້າພະແນກ; ຮັບຮອງເອົາການແຕ່ງຕັ້ງ ທ່ານ ພອນສະໄໝ ຈັນສີນາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ມາເປັນຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ແລະ ຮັບຮອງເອົາການແຕ່ງຕັ້ງ ທ່ານ ພົງຄຳຮັກ ບຸດທະວົງ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງມາ ເປັນຫົວໜ້າພະແນກການຕ່າງປະເທດແຂວງ.

ພ້ອມນັ້ນ, ກອງປະຊຸມຍັງໄດ້ມີການປ່ອນບັດປະເມີນການປະຕິບັດໜ້າທີ່ພາຍໃນ ພາກສ່ວນຕ່າງໆຄື: ພາກສ່ວນສານປະຊາຊົນແຂວງ, ອົງການປົກຄອງແຂວງ ແລະ ສະພາປະຊາຊົນແຂວງ. ຄຽງຄູ່ກັນນີ້, ກໍ່ໄດ້ປະເມີນຜົນການປະຕິບັດໜ້າທີ່ຂອງບຸກຄະລາກອນ ທີ່ດໍາລົງຕໍາແໜ່ງຢູ່ສະພາປະຊາຊົນແຂວງ, ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ, ພິຈາລະນາຮັບຮອງເອົາຂໍ້ຕົກລົງຂອງທ່ານເຈົ້າແຂວງສະ ຫວັນນະເຂດ ວ່າດ້ວຍການຄຸ້ມຄອງຮ້ານອາຫານ, ຮ້ານກິນດື່ມ ແລະ ຮ້ານບັນເທີງພາຍໃນແຂວງຕື່ມອີກ.

ທີ່ມາ: ສະຫວັນພັດທະນາ ຂ່າວ / savanhphathana news