ທີມບານເຕະ ນວ ເນັ້ນໃຊ້ນັກເຕະໜຸ່ມນ້ອຍ ລຸຍກີລາແຫ່ງຊາດຄັ້ງທີ 11 “ ຊຽງຂວາງ ເກມ ”

106

ທັບນັກກີລາບານເຕະ ນະຄອນຫຼວງວຽງຈັນ ( ນວ ) ເນັ້ນໃຊ້ນັກເຕະໜຸ່ມນ້ອຍ ແຕ່ຫວັງເຂົ້າຮອບເລິກໆ ໃນການແຂ່ງຂັນບານເຕະຊາຍ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ລະຫວ່າງວັນທີ 22 ມີນາ – 1 ເມສາ 2020 ຫຼັງຈາກທີ່ຄັ້ງທີ່ຜ່ານມາຈອດພຽງຮອບແບ່ງກຸ່ມ, ສ່ວນ ບານເຕະຍິງ ຫວັງຮັກສາແຊັມ.

ອີງຕາມການໃຫ້ສໍາພາດຂອງ ທ່ານ ວຽງສະຫວັນ ແສງຈັນ ປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ໃຫ້ຊາບວ່າ: ທັບນັກກີລາບານເຕະຊາຍ ຂອງນະຄອນຫຼວງວຽງຈັນ ເລີ່ມປະກາດຮັບສະໝັກນັກເຕະທີ່ເປັນລູກຫຼານຊາວ ນະຄອນຫຼວງວຽງຈັນ ທົ່ວປະເທດ ຊຸດເຂົ້າຮ່ວມງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໂດຍມີນັກກີລາເຂົ້າຮ່ວມຄັດເລືອກທັງໝົດ 165 ຄົນຕັ້ງແຕ່ເດືອນຕຸລາ 2019 ໂດຍໄດ້ຄັດເລືອກ 3 ຄັ້ງທີ່ຜ່ານມາໃຫ້ເຫຼືອ 50 ຄົນ ແລະ ປັດຈຸບັນເຫຼືອ 31 ຄົນສຸດທ້າຍ ກ່ອນຈະຄັດໃຫ້ເຫຼືອ 25 ຄົນສຸດທ້າຍຕາມໂກຕ້າ ( ທີມຊາດ 4 ຄົນລົງແຂ່ງພ້ອມກັນໄດ້ 2 ) ແລະ ສົ່ງລາຍຊື່ໃຫ້ເຈົ້າພາບບໍ່ເກີນວັນທີ 26 ມັງກອນ 2020.

“ ສໍາລັບນັກກີລາຊຸດນີ້ພວກເຮົາເນັ້ນນັກກີລາໜຸ່ມນ້ອຍອາຍຸສະເລ່ຍ 16-22 ປີ ໃນນັ້ນມີນັກເຕະທີມຊາດ 2 ຄົນ ເຊິ່ງປັດຈຸບັນແມ່ນໄດ້ມີການຝຶກຊ້ອມຢ່າງເຕັມຮູບແບບ ແລະ ເຂົ້ານອນສອນ ໂດຍມີ ທ່ານ ສຸວັນໂນ ຫຼວງອາມາດ ອະດີດນັກເຕະທີມຊາດລາວ ເປັນຄູຝືກຊຸດນີ້ ແລະ ເລີ່ມຝຶກຊ້ອມມາຕັ້ງແຕ່ວັນທີ 21 ເດືອນທັນວາ 2019 ຈົນມາຮອດປັດຈຸບັນ ເພື່ອຫວັງເຂົ້າຮອບເລິກໆໃຫ້ໄດ້ ເພາະວ່າໃນບານເຕະຊາຍທີ່ ອຸດົມໄຊ ເກມ ເມື່ອປີ 2014 ພວກເຮົາບໍ່ປະສົບຜົນສໍາເລັດຢຸດພຽງຮອບແບ່ງກຸ່ມ, ສ່ວນບານເຕະຍິງ ຄັ້ງທີ 10 ທີ່ອຸດົມໄຊ ພວກເຮົາສາມາດຍາດໄດ້ແຊັມ ແນ່ນອນຄັ້ງທີ 11 ທີ່ແຂວງຊຽງຂວາງ ນີ້ພວກເຮົາກໍຝຶກຊ້ອມຢ່າງຕໍ່ເນື່ອງ ແລະ ປັດຈຸບັນຄັດນັກເຕະໄດ້ແລ້ວ 20 ຄົນ ຈາກບັນດາສະໂມສອນທົ່ວນະຄອນຫຼວງ ໃນນັ້ນມີ ເປ້ ພົມພັກດີ ກອງໜ້າທີມຊາດລາວ ທີ່ເປັນຕົວສໍາຄັນຂອງທີມ ເພື່ອກະກຽມປ້ອງກັນແຊັມ ” ປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ.

ປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ກ່າວອີກວ່າ: ທີ່ຜ່ານມາ ທັບນັກກີລາບານເຕະ ນະຄອນຫຼວງວຽງຈັນ ເຄີຍໄປອຸ່ນເຄື່ອງທີ່ປະເທດໄທ 2 ນັດຜົນງານກໍອອກມາດີ ໂດຍນັດທໍາອິດສາມາດຊະນະ ທີມຈາກອຸດອນ 2-1 ແລະ ນັດທີ 2 ສາມາດສະເໝີກັບ ຂອນແກ່ນ ເອັຟຊີ 2-2, ສ່ວນແຜນຕໍ່ໄປໃນຕົ້ນເດືອນກຸມພາ 2020 ຂອນແກ່ນ ເອັຟຊີ ຈະເດີນທາງມາຮ່ວມແຂ່ງຂັນອຸ່ນເຄື່ອງກັບ ນະຄອນຫຼວງວຽງຈັນ ໃນວັນທີ 2 ກຸມພາ 2020 ທີ່ສປປ ລາວ, ສ່ວນວັນທີ 4 ກຸມພາ 2020 ນວ ຈະຈັດບານເຕະ 4 ເສົ້າໂດຍເຊີນ ທີມຈາກຕ່າງແຂວງຊຸດກີລາແຫ່ງຊາດປະກອບດ້ວຍ ສະຫວັນນະເຂດ, ຊຽງຂວາງ ທີມຈາກ ອຸດອນ ເພື່ອເປັນການທົດສອບ.

(ຂ່າວ: ຄໍາສອນ; ພາບ: ສຸກສະຫວັນ)