ສາມຫຼ່ຽມຄຳຫ່ວງໄວຣັສສາຍພັນໃໝ່ ສະເໜີລັດຫ້າມຈີນ-ມຽນມາເດີນທາງເຂົ້າ-ອອກດ່ານຢູ່ບໍ່ແກ້ວ

156

ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນຕ້ານການລະບາດຂອງພະຍາດອັກເສບປອດສາຍພັນໃໝ່ ທີ່ມີຕົ້ນກຳເນີດຈາກເມືອງ ອູຮ່ານ ແຂວງ ຫູເປີ່ຍ ຂອງ ສປຈີນ. ດັ່ງນັ້ນ, ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ໄດ້ອອກໜັງສືສະເໜີເລກທີິ 029/ຄຂສພ.ບກ ເພື່ອສະເໜີເຖິງເຈົ້າແຂວງບໍ່ແກ້ວ ໃຫ້ສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງ ໃຫ້ລົງເຄື່ອນໄຫວສົມທົບປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອຈຸລະໂລກ (ໄວຣັດ) ໂຄໂຣນາ ຢູ່ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ. ໃນນັ້ນ ໄດ້ມີການສະເໜີໃຫ້ທາງແຂວງ ພິຈາລະນາຫ້າມໃຫ້ຄົນຈີນເຂົ້າ-ອອກດ່ານ ພາຍໃນແຂວງ ຈົນກວ່າຈະມີແຈ້ງການຈາກຂັ້ນເທິງລົງມາ.

ເຊິ່ງໜັງສືສະເໜີ ສະບັບດັ່ງກ່າວໄດ້ສະເໜີເຖິງເຈົ້າແຂວງບໍ່ແກ້ວ ເພື່ອຂໍພະນັກງານຈາກຂະແໜງການສາທາລະນະສຸກແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງລົງມາເພື່ອສົມທົບກັບຄະນະຄຸ້ມຄອງເຂດເສດຖະກິດພິເສດ, ສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ດ່ານສາກົນສາມຫຼ່ຽມຄຳ ເພື່ອຮ່ວມກັນສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງໄວຣັດໂຄໂຣນາ ຢູ່ດ່ານສາກົນສາມຫຼ່ຽມຄຳ ກໍຄືພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ.

ພ້ອມນີ້, ສະພາຜູ້ບໍລິຫານຂອງເຂດເສດຖະກິດພິເສດດັ່ງກ່າວ ກໍຍັງໄດ້ສະເໜີໃຫ້ທາງການແຂວງບໍ່ແກ້ວ ພິຈາລະນາບໍ່ໃຫ້ຄົນສັນຊາດຈີນ ແລະ ສັນຊາດມຽນມາ ເຂົ້າ-ອອກຕາມດ່ານສາກົນສາມຫຼ່ຽມຄຳ ແລະ ດ່ານບ້ານມອມ ຈົນກວ່າຈະມີແຈ້ງການຂອງຂັ້ນເທິງລົງມາ.

ປັດຈຸບັນ ສະຖານະການການແຜ່ລະບາດຂອງໄວຣັດໂຄໂຣນາສາຍພັນໃໝ່ (2019-nCoV) ມີຜູ້ຕິດເຊື້ອແລ້ວທັງໝົດ 2.077 ຄົນ ແບ່ງເປັນຈີນ 2.029 ຄົນ, ຮົງກົງ 6 ຄົນ, ມາເກົ້າ 5 ຄົນ, ໄຕ້ຫວັນ 3 ຄົນ, ທະວີບອາຊີ 24 ຄົນ, ທະວີບເອີຣົບ 3 ຄົນ, ທະວີບອາເມຣິກາເໜືອ 3 ຄົນ ແລະ ອົດສະຕຣາລີ 4 ຄົນ. ສ່ວນຈໍານວນຜູ້ເສຍຊີວິດມີທັງໝົດ 56 ລາຍ ໂດຍທັງໝົດເສຍຊີວິດໃນປະເທດຈີນ.

ສ່ວນ ສປປ ລາວ ກໍ່ຄືກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກໍໄດ້ວາງມາດຕະການລະອຽດ ເພື່ອຈັດຕັ້ງປະຕິບັດໃນການປ້ອງກັນ ແລະ ສະກັດກັ້ນເຊື້ອໄວຣັດໂຄໂຣນາສາຍພັນໃໝ່ນີ້ເມື່ອວັນທີ 24 ມັງກອນທີ່ຜ່ານມາ ພ້ອມທັງລະບຸວ່າ ຕອນນີ້ຍັງບໍ່ທັນພົບກໍລະນີຕິດເຊື້ອໃນປະເທດລາວເທື່ອ.