ທີ່ສຸດແລ້ວຄົນທີ່ຮັກເຮົາ ກໍຄື “ພໍ່ກັບແມ່” ເພງ ຂອງ ຕີ ອຸດາໄລ

118

ມາອີກແລ້ວ ເພງໃໝ່ຂອງໜຸ່ມ ຕີ ອຸດາໄລ ມາເທື່ອນີ້ສຸດຊື້ງໃຈໃນເພງ ພໍ່ກັບແມ່ ປັດຈຸບັນເພິ່ນກໍາລັງຕັ້ງໃຈຈົດຈໍ່ສ້າງມິວສິກວິດີໂອເພງ, ຮູບເງົາສັ້ນປະກອບໃຫ້ຜົນງານຂິ້ນນີ້ ອອກມາດີທີ່ສຸດໂດຍໜຸ່ມຕີ ບອກວ່າໄດ້ທຸ່ມທຶນສ້າງມະຫາສານ ແຖມເນື້ອໃນ, ເນື້ອຫາໜ້າຕິດຕາມສຸດໆ ເພາະບໍ່ໄດ້ມີພຽງເພງເທົ່ານັ້ນ ການຖ່າຍທໍາມິວສິກວິດີໂອເພງ ຍັງຕໍ່ຍອດເປັນຮູບເງົາສັ້ນໃຫ້ເຮົາໄດ້ຕິດຕາມນໍາອີກ.

ໜຸ່ມຕີ ອຸດາໄລ ບອກວ່າ: ບົດເພງ ພໍ່ກັບແມ່ໄດ້ແຮງບັນດານໃຈມາຈາກເລື່ອງລາວຕ່າງໆຂອງສັງຄົມອ້ອມຂ້າງ ເນື້ອຫາກ່າວເຖິງຫຼາຍໆຄອບຄົວທີ່ຕ່າງກໍມີໜ້າທີ່ຮັບຜິດຊອບຈົນລືມເບິ່ງແຍງ ພໍ່ແມ່ຕົນເອງ ເລີຍຂຽນເພງນີ້ຂຶ້ນມາ.

ຫຼັງຈາກທີ່ໄດ້ເນື້ອຫາແລ້ວ ກໍມີຄວາມຕັ້ງໃຈຢາກເຮັດມິວສິກເພງອອກມາໃຫ້ມັນດີທີ່ສຸດ ເລີຍໄດ້ຈິ່ງໄປປຶກສາກັບທີມສ້າງຮູບເງົາ Laos New wave ມາຮ່ວມກັນສ້າງ ຜົນການຜຶກສາຫາລືກັນ ປະກົດວ່າເນື້ອຫາຄວບຄຸມເກືອບທຸກຄົນ ທຸກຊົນຊັ້ນໃນສັງຄົມມີເຖິງ 6 ຄອບຄົວ 6 ຕົວລະຄອນຫຼັກໃນມິວສິກເພງ ຈິ່ງຕັດສິນໃຈວ່າສ້າງໃຫ້ເປັນຮູບເງົາສັ້ນ “ພໍ່ກັບແມ່” ເລີຍ!

ຄອບຄົວ 1 ພະເອກເປັນໄວລຸ້ນ ຢູ່ ມ ປາຍ ເຊິ່ງໄດ້ພະເອກແມ່ນໜຸ່ມໝ້າຫວານ ເບຍ ດາໄນ ສະແດງຫຼັກ ໂດຍເປັນຄົນທີ່ມີນິໄສນັກເລງ ຂີ້ດື້ ບໍ່ຟັງຄວາມ ສຸດທ້າຍກໍຕ້ອງເສຍໃຈໃນມື້ທີ່ຊ້າເກີນໄປ.

ຄອບຄົວ 2 ນາງເອກແມ່ນ ອານິຕ້າ ວິພາ ຢາການາກິ ຜູ້ຊະນະໂຄງການປະກວດສາວຊັນຊິວ 2019 ສະແດງນໍາ ເປັນນາງເອກໃນລະດັບມະຫາວິທະຍາໄລ ເປັນຊາວບ້ານນາເຂົ້າມາຮຽນໃນເມືອງ ຕິດໝູ່ຕິດສັງຄົມທີ່ສູງກວ່າ ແຕ່ສຸດທ້າຍກໍກັບໄປຫາແມ່.

ຄອບຄົວ 3 ນາງເອກເປັນສາວປະເພດສອງ ໄດ້ ໂອເລ້ ໃນນາມຮູ້ຈັກກັນ ໂອເລ້ ສີໂຄດ ຫຼື ໂອເລ້ ແອງໂຈ ຊິກຕີນາຍ ໂດຍມີພໍ່ ແມ່ນ ອາຈານ ທອງດີ ເຈົ້າເວົ້າໄດ້ ທີ່ບໍ່ຢາກໃຫ້ລູກເປັນກະເທີຍ ແຕ່ລູກກໍເປັນກະເທີຍແຕ່ນ້ອຍ ແລະ ມີຄວາມຝັນຢາກເປັນນາງແບບ ສຸດທ້າຍກໍພິສູດໃຫ້ພໍ່ເຫັນວ່າລູກເຮັດໄດ້ເປັນຄົນດີຂອງສັງຄົມ.

ຄອບຄົວ 4 ພະເອກເປັນກໍາມະກອນ ໄດ້ໜຸ່ມ ຕ່າຍ ອາກາດນັກຮ້ອງທີ່ມີຊື່ສຽງຂວັນໃຈຫຼາຍໆຄົນ ເປັນຕົວລະຄອນຫຼັກໃນການສະແດງ ຮັບບົດເຮັດປະຊົດຊີວິດຕົນເອງ, ກິນເຫຼົ້າ ເມົາຕະຫຼອດ, ມີຫຍັັງກໍຂາຍກິນໝົດ, ເອົາເງິນຄໍາແມ່ໄປຂາຍກ້ຽງ ສຸດທ້າຍກໍມີຈຸດປ່ຽນເຮັດໃຫ້ຄິດໄດ້.

ຄອບຄົວ 5 ນາງເອກເປັນນັກທຸລະກິດສາວ ຮັບບົດໂດຍ ສາວ ໂບ ພິຈິກາ ບຸນກວ້າງ ອາດີດປະທານສະຫະພັນບານເຕະແຫ່ງຊາດລາວ ຮັບບົດເປັນຄົນທີ່ມຸ້ງໝັ້ນແຕ່ສ້າງຖານະຕົນເອງ ເຮັດແຕ່ວຽກຈົນບໍ່ມີເວລາໃຫ້ຄອບຄົວ

ຄອບຄົວ 6 ຮັບບົດໂດຍ ສົມສິນ ທໍາມະຈະເລີນ ວົງສະມາຍແບັກດ໊ອກ ຊີວິດນັກດົນຕີທີ່ມັກເລາະ ມັກທ່ຽວ ຈົນລືມແມ່.

ສະຫຼຸບກໍຄືແຕ່ລະຄົນ ແຕ່ລະຄອບຄົວຈະມີຈຸດປ່ຽນມາໃຫ້ແຕ່ລະຄົນຄິດວ່າຄົນທີ່ດີທີ່ສຸດສໍາລັບເຮົາແມ່ນພໍ່ກັບແມ່.

ໜຸ່ມຕີ ອຸດາໄລບອກວ່າ ເພງນີ້ , ຮູບເງົານີ້ຕົນເອງຕັ້ງໃຈ ແລະ ທຸ່ມເງິນມະຫາສານເພື່ອສ້າງ ດຶງນັກສະແດງອອກມາໃຫ້ແຟນໆ, ທຸກຄົນໄດ້ຮັບຊົມ ໂດຍຕາມແຜນ ແມ່ນຈະປ່ອຍເພງ “ພໍ່ກັບແມ່” ອອກວັນທີ 14 ກຸມພາ 2020 ນີ້,

ໃນອາທິດທີ 3 ຂອງເດືອນກຸມພາ ກໍຈະປ່ອຍ ຄຣິບ, ວິດີໂອເບື້ອງຫຼັງ, ວິດີໂອສໍາພາດນັກສະແດງຫຼັກໃຫ້ຊົມ; ວັນທີ 1 ເດືອນສິງຫາ 2020 ຈະປ່ອຍ ມິວສິກເພງ ແລະ ວັນທີ 8 ເດືອນມີນາ ຈະປ່ອຍຮູບເງົາ.

ຖ້າຕິດຕາມຊົມ ແລະ ຟັງໄດ້ເລີຍ ໜ້າສົນໃຈ ແລະ ຕິດຕາມສຸດໆ ບົດເລື່ອງດີໆມ່ວນໆແບບນີ້ດຽວຫຼາຍຄົນຈະຖາມຫາວ່າໃຜເປັນຄົນຄິດແຕ່ງຂຶ້ນມາ ເລື່ອງ ພໍ່ກັບແມ່ ແມ່ນໄດ້ ໜຸ່ມ ຕົ້ນ ລາວນິວເວບເປັນຜູ້ແຕ່ງ ໂດຍ ໜຸ່ມຕີເປັນຜູ້ອອກຄວາມຄິດ…