ທົ່ວເມືອງນາຊາຍທອງ ມີທຸລະກິດເກືອບ 4 ພັນຫົວໜ່ວຍ

153

ທົ່ວເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມີຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງ ທັງໝົດ 3.757 ຫົວໜ່ວຍ ໂດຍເນັ້ນທ່າແຮງສິນຄ້າທີ່ຜະລິດພາຍໃນເພື່ອຕອບສະໜອງສັງຄົມ ແລະ ສ້າງວຽກເຮັດງານທໍາໃຫ້ປະຊາຊົນ.

ກອງປະຊຸມສະຫຼຸບແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ, ສິນຄ້າໂອດ໊ອບ ແລະ ວຽກງານຄຸ້ມຄອງລາຄາສິນຄ້າ ປະຈໍາປີ 2019 ແລະ ວາງທິດທາງປີ 2020 ຂຶ້ນໃນວັນທີ 24 ມັງກອນ 2020 ທີ່ສຳນັກງານປົກຄອງເມືອງນາຊາຍທອງ ໂດຍການເປັນປະທານຂອງ ທ່ານ ພູວຽງ ເພຍເທບ ຮອງເຈົ້າເມືອງນາຊາຍທອງ, ທ່ານ ບຸນລໍ້າ ວົງສຸທິ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ, ມີເຈົ້າໜ້າທີ່ການຄ້າເມືອງ, ຂະແໜງການອ້ອມຂ້າງ ແລະ ຜູ້ປະກອບການເຂົ້າຮ່ວມ.

ທ່ານ ພູວຽງ ເພຍເທບ ກ່າວວ່າ: ຂອງກອງປະຊຸມໄຂຂຶ້ນເພື່ອທົບທວນຄືນວຽກງານພັດທະນາທຸລະກິດຂະໜາດນ້ອຍ ແລະ ກາງ, ວຽກງານສິນຄ້າໂອດ໊ອບ ແລະ ວຽກງານຕິດຕາມລາຄາສິນຄ້າໃນໄລຍະຜ່ານມາ ລວມທັງວາງແຜນທິດທາງປີ 2020.

ທ່ານ ແສງອຸໄທ ດວງມະນີວົງ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງນາຊາຍທອງ ກ່າວວ່າ: ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງທົ່ວເມືອງນາຊາຍທອງ ປີ 2019 ມີທັງໝົດ 3.757 ຫົວໜ່ວຍ ເພີ່ມຂຶ້ນຈາກປີ 2013 ຈຳນວນ 1.094 ຫົວໜ່ວຍ ( ໃນນັ້ນຫົວໜ່ວຍທຸລະກິດທີ່ຂຶ້ນທະບຽນມີ 1.053 ຫົວໜ່ວຍ ) ໂດຍມີການຈັດແບ່ງເປັນ 6 ຂະແໜງການ ຄື: ຂະແໜງອຸດສາຫະກຳ ແລະ ການຄ້າ ທີ່ເມືອງອອກອະນຸຍາດ 250 ຫົວໜ່ວຍ. ໃນນັ້ນ, ຫົວໜ່ວຍອອກອະນຸຍາດໃໝ່ໃນປີ 2019 ມີທັງໝົດ 16 ຫົວໜ່ວຍ ແລະ ຂັ້ນພະແນກອຸດສາຫະກຳ ແລະ ການຄ້າຄຸ້ມຄອງ ມີທັງໝົດ 115 ຫົວໜ່ວຍ; ຫົວໜ່ວຍທຸລະກິດທີ່ຂຶ້ນທະບຽນວິສາຫະກິດທັງໝົດ 158 ຫົວໜ່ວຍ.

ຂະແໜງໂຍທາທິການ ແລະ ຂົນສົ່ງ ມີທັງໝົດ 149 ຫົວໜ່ວຍ; ຂະແໜງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມີ 350 ຫົວໜ່ວຍ; ຂະແໜງສຶກສາທິການ ແລະ ກີລາ 44 ຫົວໜ່ວຍ; ສາທາລະນະສຸກ 81 ຫົວໜ່ວຍ ແລະ ຂະແໜງກະສິກໍາ – ປ່າໄມ້ ມີຟາມລ້ຽງງົວທັງໝົດ 251 ຟາມ, ຫຼຸດຈາກປີ 2018 ຈໍານວນ 44 ຟາມ. ທຸລະກິດທີ່ຂຶ້ນທະບຽນໃໝ່ໄດ້ທັງໝົດ 116 ຫົວໜ່ວຍ, ສ້າງກຸ່ມໄດ້ 1 ກຸ່ມ ແລະ ສ້າງສະຫະກອນໄດ້ 1 ສະຫະກອນ. ປັດຈຸບັນທົ່ວເມືອງມີສິນຄ້າທີ່ໄດ້ຮັບກາ ໝາຍໂອດ໊ອບແຫ່ງຊາດມີ 6 ຫົວໜ່ວຍ.