ເມືອງດາກຈຶງ ຕ້ອງການທຶນ 280 ຕື້ກີບ ເພື່ອການພັດທະນາ 5 ປີຕໍ່ໜ້າ

237

ອີກ 5 ປີຕໍ່ໜ້າ ເມືອງດາກຈຶງ ແຂວງເຊກອງ ໄດ້ຕັ້ງເປົ້າໝາຍຈະຮັກສາອັດຕາການຂະຫຍາຍຕົວຂອງເສດຖະກິດ ບໍ່ໃຫ້ຫຼຸດ 9,6% ຕໍ່ປີ ເພື່ອບັນລຸຕົວເລກດັ່ງກ່າວ ທາງເມືອງມີຄວາມຕ້ອງການທຶນສູງເຖິງ 280 ຕື້ກວ່າກີບ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ໃນແຜນພັດທະນາເມືອງດາກຈຶງ ລະບຸໃຫ້ຮູ້ວ່າ: ໃນ 5 ປີຕໍ່ໜ້ານີ້ ( 2020 – 2024 ) ເມືອງມີ ຄວາມຕ້ອງການທຶນເພື່ອມາພັດທະນາດ້ານຕ່າງໆ 280 ຕື້ກວ່າກີບ ໂດຍແຫຼ່ງທຶນດັ່ງກ່າວນີ້ຄາດວ່າຈະໄດ້ຈາກການລົງທຶນຂອງລັດ 95,6 ຕື້ກີບ ກວມເອົາ 34,09%, ການຊ່ວຍເຫຼືອລ້າ ແລະ ກູ້ຢືມ 54,2 ຕື້ກວ່າກີບ ກວມເອົາ 19,36%, ການລົງທຶນຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດ 109,65 ຕື້ກີບ ກວມເອົາ 39,10%, ຈາກທຶນສິນເຊື່ອທະນາຄານ 19 ຕື້ກີບ ກວມເອົາ 6,7% ແລະ ອີກ 1,8 ຕື້ກວ່າກີບ ແມ່ນທຶນປະກອບສ່ວນຂອງປະຊາຊົນ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ສ່ວນດ້ານລາຍຮັບຄາດວ່າຈະເກັບເຂົ້າງົບປະມານ ( ພູດຂອງເມືອງ ) ທຽບໃສ່ປີ 2019 ເພີ່ມຂຶ້ນສະເລ່ຍ 3,3% ແລະ ຈະເກັບໃຫ້ໄດ້ຢ່າງໜ້ອຍ 15 ຕື້ກີບ, ຄຸ້ມຄອງລາຍຈ່າຍໃຫ້ຢູ່ທີ່ 179 ຕື້ກີບ ໂດຍຖືເອົາການຈ່າຍເງິນເດືອນ, ເງິນອຸດໜູນນະໂຍບາຍໃຫ້ແກ່ພະນັກງານລັດຖະກອນເປັນຫຼັກ. ຂະນະທີ່ການສົ່ງອອກສິນຄ້າໃຫ້ມີປະມານ 42,5 ຕື້ກີບ ແລະ ການນຳເຂົ້າໃນແຜນການກໍໃຫ້ມີທັງໝົດ 5 ຕື້ກວ່າກີບ.

ແນວໃດກໍດີ, ສຳລັບການລົງທຶນໃນ 5 ປີຄືນຫຼັງນັ້ນ ເມືອງດາກຈຶງ ແມ່ນສາມາດລະດົມ ການລົງທຶນໄດ້ທັງໝົດ 343 ຕື້ ກວ່າກີບ. ໃນນີ້, ເປັນທຶນຈາກງົບປະມານຂອງລັດ 139,6 ຕື້ກີບ, ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 167,4 ຕື້ກີບ, ທຶນຂອງເອກະຊົນ 10,34 ຕື້ກວ່າກີບ, ທຶນຂອງທະນາຄານ 18,7 ຕື້ກີບ ແລະ ປະຊາຊົນ 7,1 ຕື້ກີບ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ຜ່ານການລົງທຶນຄືດັ່ງກ່າວ ທ່ານ ສົມພອນ ສາຍສຸວັນ ຮອງເຈົ້າເມືອງດາກຈຶງ ລະບຸວ່າ: ໄດ້ເຮັດໃຫ້ເສດຖະກິດຂອງເມືອງເຕີບໂຕ ສະເລ່ຍ 9,2% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ ( ປີ 2019 ) ບັນລຸ 398 ຕື້ ກວ່າກີບ. ໃນນີ້, ຂະແໜງກະສິກໍາ – ປ່າໄມ້ ເພີ່ມຂຶ້ນ 8,5% ກວມເອົາ 58,7%, ຂະແໜງອຸດສາຫະກໍາເພີ່ມຂຶ້ນ 8,7% ກວມເອົາ 24,5% ແລະ ການບໍລິການເພີ່ມຂຶ້ນ 8,4% ກວມເອົາ 16,6%.

( ຂ່າວ: ສັນຍາ )