ກຳນົດ 5 ເປົ້າໝາຍ ໃນການສ້າງນະຄອນຫຼວງວຽງຈັນສີຂຽວ

125

ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ເຫັນດີຮັບຮອງເອົາຂໍ້ຕົກລົງວ່າດ້ວຍການສ້າງນະຄອນຫຼວງວຽງຈັນສີຂຽວ ເພື່ອກຳນົດຫຼັກການ, ແຜນວຽກໃນການປົກປັກຮັກສາສິ່ງແວດລ້ອມໃນຕົວເມືອງໃຫ້ໜ້າຢູ່, ມີທິວທັດສວຍງາມຮົ່ມເຢັນ, ອາກາດສົດໃສຕາມຍຸດທະສາດເຕີບໂຕສີຂຽວແຫ່ງຊາດ, ກຳນົດເປົ້າໝາຍ ແລະ ໜ້າວຽກທີ່ສຳຄັນ 5 ເປົ້າໝາຍ.

ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ( ນວ ) ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນວ ຊຸດທີ I ຄັ້ງວັນທີ 23 ມັງກອນ 2020 ວ່າ: ການຮ່າງຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການສ້າງນະຄອນຫຼວງສີຂຽວ ຈຸດປະສົງການຮ່າງຂຶ້ນເພື່ອກໍານົດຫຼັກການ, ລະບຽບການ, ມາດຕະການ, ນະໂຍບາຍ, ເປົ້າໝາຍ, ຕົວຊີ້ວັດ ແລະ ແຜນວຽກກ່ຽວກັບການສ້າງ ນວ ສີຂຽວ ເພື່ອການພັດທະນາ

ການປົກປັກຮັກສາສິ່ງແວດລ້ອມໃນຕົວເມືອງໃຫ້ໜ້າຢູ່ ແນໃສ່ສ້າງໃຫ້ເປັນ ນວ ນິເວດສີຂຽວ, ມີຄວາມປອດໄພ, ສະອາດງາມຕາ, ມີທິວທັດສວຍງາມຮົ່ມເຢັນ, ອາກາດສົດໃສ, ໝັ້ນຄົງ ແລະ ຍືນຍົງຕາມແຜນພັດທະນາ ແລະ ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ເຊິ່ງໄດ້ກຳນົດເປົ້າໝາຍ ແລະ ໜ້າວຽກທີ່ສຳຄັນ 5 ເປົ້າໝາຍ ຄື:

1 ເສັ້ນທາງສີຂຽວ.

2 ສໍານັກງານ, ອົງການ, ເຄຫາສະຖານ, ໂຮງຮຽນ, ໂຮງໝໍ ແລະ ວັດສີຂຽວ.

3 ສວນສາທາລະນະສີຂຽວ.

4 ສວນປູກຕົ້ນໄມ້ ແລະ ຟື້ນຟູປ່າທໍາມະຊາດສີຂຽວ.

5 ໂຮງຈັກ, ໂຮງງານສີຂຽວ.

ທັງນີ້, ການກະກຽມຮ່າງຂໍ້ຕົກລົງດັ່ງກ່າວນີ້ ໄດ້ດຳເນີນຕາມຂັ້ນຕອນຢ່າງລະອຽດ ເພື່ອເປັນການນຳເອົາຄຳຊີ້ນຳຂອງທ່ານເຈົ້າຄອງມາຜັນຂະຫຍາຍຄຳຄິດເຫັນຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງ ແລະ ບັນດາເມືອງ ມາຄົ້ນ ຄວ້າໃຫ້ແທດເໝາະກັບສະພາບຕົວຈິງຂອງແຕ່ລະໜ້າວຽກ ເພື່ອໃຫ້ແຕ່ລະພາກສ່ວນສາມາດໄປຜັນຂະຫຍາຍສູ່ການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ມີປະສິດທິຜົນ ໂດຍມີການຈັດກອງປະຊຸມປຶກສາຫາລືປະກອບຄຳຄິດເຫັນຢ່າງກວ້າງຂວາງພາຍໃນພະແນກກະສິກຳ ແລະ ປ່າໄມ້ຈຳນວນຫຼາຍຄັ້ງ.

ພາບປະກອບຂ່າວເທົ່ານັ້ນ

ນອກນັ້ນ, ຍັງໄດ້ສະເໜີໃຫ້ພະແນກຍຸຕິທຳ ນວ ປະກອບຄຳເຫັນໃສ່ຕື່ມອີກ, ຄະນະຄົ້ນຄວ້າປ້ອງກັນ ແລະ ຊີ້ແຈງ ລວມທັງຜ່ານກອງປະຊຸມເປີດກວ້າງທີ່ມະຫາວິທະຍາໄລແຫ່ງຊາດ, ໄດ້ນຳເອົາຮ່າງຂໍ້ຕົກລົງຜ່ານກອງປະຊຸມສຳມະນາທາບທາມຮ່າງນິຕິກຳຂອງອົງການປົກຄອງ ນວ ເຊິ່ງສະມາຊິກສະພາກໍໄດ້ມີຄຳເຫັນຊີ້ນຳ, ຄົ້ນຄວ້າ ແລະ ສະເໜີໃຫ້ປັບປຸງຕັດອອກບາງແຜນວຽກທີ່ບໍ່ສຳຄັນ ແລະ ໃຫ້ສອດຄ່ອງກັບໂຄງສ້າງນິຕິກຳ, ດ້ານໂຄງສ້າງຮ່າງຂໍ້ຕົກລົງຂອງທ່ານເຈົ້າຄອງ ນວ ວ່າດ້ວຍການສ້າງ ນວ ສີຂຽວ ສະບັບນີ້ ປະກອບມີ 7 ໝວດ, 24 ມາດຕາ ເຊິ່ງໄດ້ມີການກຳນົດກົນໄກການຈັດຕັ້ງປະຕິບັດ, ອົງການຄຸ້ມຄອງ ແລະ ກວດກາ, ຂໍ້ຫ້າມ, ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດຢ່າງຄັກແນ່.

ພາບປະກອບຂ່າວ

ໃນຕອນທ້າຍບັນດາ ສສ ນວ ກໍໄດ້ປະກອບຄໍາຄິດເຫັນຕໍ່ຮ່າງຂໍ້ຕົກລົງດັ່ງກ່າວ ໂດຍສ່ວນໃຫຍ່ກໍເຫັນດີທີ່ ນວ ຈະມີຂໍ້ຕົກລົງສະບັບນີ້ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ແຕ່ບາງເນື້ອໃນບາງມາດຕາ ຈະຕ້ອງໄດ້ມີການປັບປຸງ ແລະ ແກ້ໄຂໃຫ້ແທດເໝາະກັບສະພາບຄວາມເປັນຈິງສັງຄົມ ເພື່ອຈະໄດ້ນຳໄປປະຕິບັດໄດ້ຈິງ. ພ້ອມນັ້ນ, ບັນດາສະມາຊິກສະພາປະຊາຊົນ ນວ ກໍໄດ້ລົງຄະແນນສຽງຮັບຮອງເອົາ ໂດຍມີໜ້າ 25 ທ່ານ ລົງຄະແນນສຽງເຫັນດີ 17 ທ່ານ ເທົ່າກັບ 68% ແລະ ບໍ່ເຫັນດີ 8 ທ່ານ ເທົ່າກັບ 32% ແລະ ບໍ່ອອກສຽງ 0.

ຂ່າວ: ສັນຕິ; ຮູບ: ສຸກສະຫວັນ